ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ຂອງໜ່ວຍພັກສະຖານທູດລາວ ທີ່ ພະນົມເປັນຄັ້ງທີ III ແລະ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I

20200318Cam

ໃນວັນທີ 14 ມີນາ 2020, ໜ່ວຍພັກສະຖານເອກອັກຄະລັດຖະທູດລາວປະຈໍາຣາຊະອານາຈັກກຳປູເຈຍ, ທີ່ ພະນົມເປັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຂື້ນໃນທ່າມກາງທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນ ຕັ້ງໜ້າສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນການທູດລາວຄົບຮອບ 75 ປີ ພາຍໃຕ້ການເປັນປະທານຂອງສະຫາຍ ອໍາໄພ ກິນດາວົງ, ເລຂາໜ່ວຍພັກ. ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ໂດຍສະຫາຍ ບົວພັດ ພຸດທະວົງ, ກຳມະການຄະນະພັກກະຊວງ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕາງໜ້າໃຫ້ຄະນະພັກກະຊວງການຕ່າງປະເທດ ແລະ ຄະນະຕິດຕາມຈໍານວນໜຶ່ງ, ພ້ອມດຽວກັນນີ້ ກໍ່ມີຕາງໜ້າໜ່ວຍພັກກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ຊຽງແຕງ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກທີ່ຂື້ນກັບໜ່ວຍພັກສະຖານທູດລາວທີ່ພະນົມເປັນຈໍານວນ 24 ສະຫາຍ, ໃນນັ້ນມີຍິງ 04 ສະຫາຍ, ຊຶ່ງມາຈາກສີ່ພາກສ່ວນຄື: ສະຖານທູດ, ຕາງໜ້າບໍລິສັດວິສາຫະກິດການບິນລາວສາຂາພະນົມເປັນ, ນັກສຶກສາປ້ອງກັນຊາດ ແລະ ນັກສຶກສາພົນລະເຮືອນ.

ສະຫາຍ ອໍາໄພ ກິນດາວົງ, ເລຂາໜ່ວຍພັກ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມໝາຍສໍາຄັນຫລາຍ ໃນຊີວິດການເມືອງຂອງໜ່ວຍພັກສະຖານລາວທີ່ພະນົມເປັພວກເຮົາ, ທັງເປັນຂີດໝາຍແຫ່ງວິວັດທະນາການ ໃນການເຕີບໃຫຍ່ຂະຫຍາຍຕົວຂອງໜ່ວຍພັກ, ເຊິ່ງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຕີລາຄາ ການປະຕິບັດໜ້າທີ່ຂອງຄະນະພັກສະຖານທູດໃນໄລຍະຜ່ານມາ ເພື່ອຜັນຂະຫຍາຍນະໂຍບານການຕ່າງປະເທດຂອງພັກສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ III, ເລັ່ງໃສ່ຂະຫຍາຍຈຸດດີ ແລະ ສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ເພື່ອເປັນພື້ນຖານໃຫ້ແກ່ການຄົ້ນຄ້ວາ ແລະ ກຳນົດທິດທາງໃນຊຸມປີຕໍ່ໜ້າ. ພ້ອມນີ້; ກອງປະຊຸມ ຍັງໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກສະຖານທູດຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ ນໍາພາໜ່ວຍພັກສະຖານທູດໃຫ້ຮັກສາມູນຊື້ອໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ສືບຕໍ່ປະຕິບັດເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 14 ຂອງກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ ຕາມພາລະບົດບາດ ຂອງສະຖານເອກອັກຄະລັດຖະທູດ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ.

          ພາຍຫລັງສໍາເລັດກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ III ແລ້ວກໍ່ໄດ້ສືບຕໍ່ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຄັ້ງທີ I ປະຈໍາສົກປີ 2018-2019 ໂດຍແມ່ນ ສະຫາຍ ບົວພັດ ພຸດທະວົງ,ຕາງໜ້າຄະນະພັກກະຊວງການຕ່າງປະເທດ ເປັນຜູ້ຂື້ນມອບ, ຜູ້ຮັບແມ່ນສະຫາຍ ອໍາໄພ ກິນດາວົງ, ເລຂາໜ່ວຍພັກສະຖານທູດ ຊໍ້ໜ້າບັນດາສະມາຊິກພັກ, ຕາງໜ້າໜ່ວຍພັກກົງສູນໃຫຍ່ ສປປ ລາວ ທີ່ ຊຽງແຕງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ. ຫລັງຈາກນັ້ນ ສະຫາຍ ບົວພັດ ພຸດທະວົງ, ຕາງໜ້າຄະນະພັກ ແລະ ຄະນະນໍາກະຊວງການຕ່າງປະເທດ ກໍ່ໄດ້ຂື້ນໃຫ້ຄໍາໂອວາດຕັກເຕືອນ ແລະ ຍ້ອງຍໍຊົມເຊີຍຄະນະພັກສະຖານທູດ ກໍ່ຄືພະນັກງານສະມາຊິກພັກ ທີ່ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ມີຜົນສໍາເລັດເປັນກ້າວໆມາ ສາມາດເປັນເສນາໃຫ້ແກ່ຂັ້ນເທິງ,​ ໜ່ວຍພັກມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ແລະ ສືບຕໍ່ຮັກສາມູນເຊື້ອອັນດີນີ້ໃຫ້ເຕີບໂຕຍິ່ງໆຂື້ນ. ຈາກນັ້ນ; ສະຫາຍ ອໍາໄພ ກິນດາວົງ, ເລຂາໜ່ວຍພັກສະຖານທູດ ກໍ່ຂື້ນກ່າວຮັບເອົາຄໍາໂອວາດຕັກເຕືອນວ່າ: ຈະເປັນເຈົ້າການໃນການນໍາເອົາທິດຊີ້ນໍາຂອງຄະນະພັກກະຊວງ ໄປຜັນຂະຫຍາຍໃຫ້ເກີດດອກອອກຜົນຍິ່ງໆຂື້ນໃນອະນາຄົດ ແລະ ຕັ້ງໜ້າຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໝັ້ນຄົງຍາວນານໃນຊຸມປີຕໍ່ໜ້າຕໍ່ໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485996
ມື້ນີ້127
ມື້ວານ168
ອາທິດນີ້1032
ເດືອນນີ້5301