ໃນຕອນບ່າຍຂອງວັນທີ 19 ມີນາ 2020, ທ່ານ ຄຳພອນ ວົງສັນຕິ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ໄດ້ຕາງໜ້າຜູ້ບໍລິຈາກ ເກືອບ 600 ກວ່າທ່ານ ມອບເງີນຊ່ວຍເຫລືອ ຈຳນວນ 28.000 ຢວນ (ປະມານ 36.400.000 ກີບ) ໃຫ້ແກ່ປະຊາຊົນ ແຂວງຢູນນານ, ສປ ຈີນ, ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໄວຣັສໂຄວິດ-19 , ທີ່ ຫ້ອງການຕ່າງປະເທດ ແຂວງຢູນນານ, ສປ ຈີນ.
ທ່ານ ຄຳພອນ ວົງສັນຕິ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ໄດ້ແຈ້ງໃຫ້ຊາບວ່າ: ວັນທີ 07 ກຸມພາ 2020, ໜ່ວຍຊາວໜຸ່ມສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ໄດ້ເປັນເຈົ້າການຈັດການລະດົມເງີນຊ່ວຍເຫລືອປະຊາຊົນ ແຂວງຢູນນານ, ສປ ຈີນ, ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໄວຣັສໂຄວິດ-19 ເຊິ່ງໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ຢ່າງເປັນຂະບວນ ເຊັ່ນ: ພະນັກງານກົງສຸນໃຫຍ່ ທີ່ ຄຸນມິງ ພ້ອມດ້ວຍຄອບຄົວ ແລະ ຫມູ່ເພື່ອນ, 3 ອົງການຈັດຕັ້ງມະຫາຊົນ, ນັກສຶກສາລາວ ທີ່ ແຂວງຢູນນານ, ປະທານບໍລິສັດ Zhe Jiang Long Sheng Aquatic Products Co.,Ltd, ປະທານບໍລິສັດ ໂຊລິນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ແລະ ພາກສ່ວນອື່ນໆ ເກືອບ 600 ທ່ານ. ນອກນັ້ນ, ໜ່ວຍຊ່ວຍໜຸ່ມສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ຍັງໄດ້ຂົນຂວາຍເຄື່ອງນຸ່ງ ຈຳນວນ 512 ໂຕ ຄິດເປັນມູນຄ່າ 15 ລ້ານກວ່າກີບ ມອບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ ເມືອງສະໜາມໄຊ, ແຂວງອັດຕະປື ໃນປີ 2018 ແລະ ຈັດກິດຈະກຳລະດົມເງີນຊ່ວຍເຫລືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີ 2019 ຈຳນວນ 12 ລ້ານກວ່າກີບ, ຈຸດປະສົງເພື່ອຍົກສູງນໍ້າໃຈຮັກເຊື້ອແພງຊາດ, ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ, ຊ່ວຍເຫລືອສັງຄົມ ໃນຖັນແຖວຊາວໜຸ່ມ, ໄວໜຸ່ມນັກສຶກສາລາວ, ສົ່ງເສີມມິດຕະພາບ ແລະ ສາຍພົວພັນອັນເປັນມູນເຊື້ອ ລາວ-ຈີນ, ຈີນ-ລາວ.