ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ. ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ ໂຄວິດ-19 (COVID-19) ໃຫ້ລັດຖະບານ ແຫ່ງ ສປປ ລາວ

20200415LaoEmbToVietA

 

20200415LaoEmbToVietB

 

ໃນວັນທີ 15 ເມສາ 2020, ຢູ່ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ. ຫວຽດນາມ, ສະຫາຍ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງ​​ແຜນການ ແລະ ການລົງທຶນ ​ແຫ່ງ ສສ. ​ຫວຽດນາມ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ ຫວຽດນາມ-​ລາວ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ, ເພື່ອສົ່ງຕໍ່ໃຫ້ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແຫ່ງ ສປປ ລາວ ​​ແລະ ຄະນະ​ກຳມາ​ທິການ​ຮ່ວມ​ມື ​ລາວ-​ຫວຽດນາມ, ເຄື່ອງຊ່ວຍເຫຼືອດັ່ງກ່າວ​ເປັນ​ເງິນສົດ ມູນຄ່າ 10.000 ​ໂດລາ ສະຫະລັດ (ສີບພັນ ໂດລາສະຫະລັດ) ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ, ໂດຍເຂົ້າຮ່ວມເປັນພິຍານ ຂອງຄະນະ​ນຳສະຖານ​ເອກ​ອັກຄະ​ລັດຖະທູດ​ ແລະ ພະນັກງານທັງສອງຝ່າຍ.

ເຖິງວ່າ ສສ. ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການ ໂດຍສະເພາະ ກຳລັງປະເຊີນໜ້າກັບພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໜັກພໍສົມຄວນ, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍຄື ນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນສະມາຊິກ​ພັກ ​ແລະ ພະນັກງານ​ທົ່ວ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ​ຄະນະ​ກຳມາ​ທິການ​ຮ່ວມ​ມື ​ຫວຽດນາມ-​ລາວ ​ຍັງໄດ້ບິແບ່ງນ້ຳ​ໃຈມາຊ່ວຍ​ເພື່ອນລາວ ໃນການຕ້ານພະຍາດໂຄວິດ-19.

​​ໃນ​ການກ່າວ​ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ​ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ ໄດ້ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ​ ລັດຖະມົນຕີກະຊວງ​​ແຜນການ ແລະ ການລົງທຶນ ​ແຫ່ງ ສສ. ​ຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າ ຈະ​ນຳ​ເຄື່ອງຊ່ວຍເຫຼືອນີ້​ໄປ​ຍັງ​ພາກສ່ວ​ນທີ່​ກ່ຽວຂ້ອງ ເພຶ່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ຢ່າງມີປະສິດທິຜົນສູງ.

​​ໃນ​ໂອກາດ​ນີ້ ສະຫາຍ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງ​​ແຜນການ ແລະ ການລົງທຶນ ​ແຫ່ງ ສສ. ​ຫວຽດນາມ, ​ອວຍພອນ​ຜູ້​ນຳ​ພັກ-​ລັດ ​ແລະ ປະຊາຊົນ​ລາວ ຈົ່ງ​ຜ່ານ​ພົ້ນ​ວິ​ກິດ​ໂຄ​ວິດ-19 ​ຢ່າງ​ໂດຍ​ໄວ ​ແລະ ພ້ອມ​ກັນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ໃຫ້​ນັບ​ມື້​ຂະຫຍາຍຕົວ, ​ເນື່ອງ​ໃນ​ໂອກາດ​​ປີ​ໃໝ່​ລາວ ພສ 2563 ​ຂໍ​ອວຍພອນ​ໃຫ້​ການນຳ​ພັກ-​ລັດ ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກ ​ ​ພ້ອມ​ກັນຜ່ານ​ຜາ​ຄວາມ​ຍຸ້ງ​ຍາກ​ຈາກ​ພະຍາດ​ໂຄ​ວິດ-19 ​ແລະ ​ກັບ​ຄືນ​ສູ່​ສະພາບ​​ປົກກະຕິ​​​ໂດຍ​ໄວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485885
ມື້ນີ້16
ມື້ວານ168
ອາທິດນີ້921
ເດືອນນີ້5190