ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2020 ຜ່ານມາ, ທີ່ ຫ້ອງປະຊຸມພັກ, ກະຊວງການຕ່າງປະເທດ, ກອງປະຊຸມໃຫຍ່ ຄັ້ງທີ IIIຂອງໜ່ວຍພັກ ສະຖາບັນການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ມີຄະນະໜ່ວຍພັກສະຖາບັນການຕ່າງປະເທດ, ບັນດາສະຫາຍເລຂາ, ຮອງເລຂາ ບັນດາກົມພາຍໃນກະຊວງ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ສະຖາບັນການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ເຫັນດີຮັບຮອງເອົາ ບົດລາຍງານການເມືອງ ແລະ ບົດສະຫຼຸບສຳຫຼວດການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ສັງເກດຕີລາຄາຮອບດ້ານ ຕໍ່ຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ໂດຍອີງຕາມເນື້ອໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ວິໄສທັດ ຮອດປີ 2030, ພ້ອມທັງກໍານົດວິທີການຈັດຕັ້ງປະຕິບັດ ທິດທາງແຜນການທີ່ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.
ໜ່ວຍພັກ ໄດ້ຕິດຕາມກໍ່ສ້າງ, ໄດ້ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ, ເປັນຕົ້ນດ້ານວຽກພັດທະນາບຸກຄະລາກອນ, ວຽກຄົ້ນຄວ້າສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກຮ່ວມມືສາກົນ ແລະ ວຽກບໍລິຫານ ແລະ ຄຸ້ມຄອງສູນ ICTC. ເຊິ່ງໄດ້ຮັບນາມມະຍົດເປັນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ 1 ຄັ້ງ ໃນປີ 2016-2017 ແລະ ກໍາລັງຕິດຕາມການຕົກລົງເຫັນດີຈາກຄະນະພັກຂັ້ນເທິງ ໃຫ້ດໍາເນີນການກໍ່ສ້າງແຜນສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສໍາຄັນ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະສັນກັນຮັບຮອງແຜນການຈຸດສຸມຂອງໜ່ວຍພັກສະຖາບັນການຕ່າງປະເທດ ເພື່ອຊີ້ນໍາ-ນໍາພາການເຄື່ອນໄຫວວຽກພັກ ແລະ ພະນັກງານ ໃນຕໍ່ໄປໃນນີ້, ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 03 ສະຫາຍ, ໃນນັ້ນ ສະຫາຍ ໄມ ໄຊຍະວົງສ໌ ເປັນເລຂາໜ່ວຍພັກ, ສະຫາຍ ນ ໄກມະນີ ອໍລະບູນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ອິນທະສອນ ທິຣະກຸນ ເປັນກໍາມະການ ທັງເປັນປະທານກວດກາ ໜ່ວຍພັກສະຖາບັນການຕ່າງປະເທດ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ ສະຖາບັນການຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ໃຫ້ໜ່ວຍພັກສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການນຳພາດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ສະຖາບັນການຕ່າງປະເທດ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ, ຍົກສູງຫຼັກການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານດ້ານການຄົ້ນຄວ້າ, ຂີດຂຽນ, ພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະໃນດ້ານຕ່າງໆ ແລະ ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ. ຍາດໄດ້ຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ກໍ່ສ້າງໜ່ວຍພັກສະຖາບັນການຕ່າງປະເທດໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.