ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ນິວຊີແລນ ຄັ້ງທີ 28 ແບບທາງໄກ

 

28ASEANnewzealand1

 

ໃນວັນທີ 23 ມີນາ 2021, ທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ນຳພາຄະນະເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ອາຊຽນ-ນິວຊີແລນ ຄັ້ງທີ 28 ພາຍໃຕ້ການເປັນປະທານຮ່ວມ ຂອງ ກຳປູເຈຍ ແລະ ນິວຊີແລນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສປະເທດສະມາຊິກອາຊຽນອື່ນ, ຮອງເລຂາທິການໃຫຍ່ອາຊຽນ, ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງ.

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັງປະຕະບັດ ສາຍພົວພັນຮ່ວມມື ອາຊຽນ-ນິວຊີແລນ ຕະຫຼອດໄລຍະກວ່າ 4 ທົດສະວັດ ທີ່ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງພວກເຮົາ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ເປັນຕົ້ນ: ການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມື ອາຊຽນ-ນິວຊີແລນ ໄລຍະ 2021-2025, ເຊິ່ງກວມເອົາ 3 ເສົາຄ້ຳການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ພາຍໃນອາຊຽນ; ການເຊື່ອມຈອດ; ການພັດທະນາຊັບພະຍາກອນມະນຸດ; ແລະ ອື່ນໆ.

ສໍາລັບທິດທາງແຜນການຮ່ວມມື ອາຊຽນ-ນິວຊີແລນ ໃນຕໍ່ໜ້າ, ກອງປະຊຸມເຫັນດີຈະສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ໂດຍສະເພາະ ການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19; ການຮ່ວມມືດ້ານເສດຖະກິດ-ການຄ້າ ເປັນຕົ້ນ ການສືບຕໍ່ຜັນຂະຫຍາຍ ເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA)ແລະ ສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ລະດັບພາກພື້ນ (RCEP); ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານຂໍ້ລິເລິ່ມການເຊື່ອມໂຍງອາຊຽນ ສະບັບທີ 4 ຫຼື ແຜນປະຕິບັດງານໄອເອໄອ ສະບັບທີ່ 4; ການສຶກສາດ້ວຍການສະໜອງທຶນສືກສາໄລຍະສັ້ນ ແລະ ໄລຍະຍາວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະອາຊຽນ ແລະ ອື່ນໆ.

ນອກຈາກນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄືໃນໂລກ ເປັນຕົ້ນແມ່ນ ການສືບຕໍ່ສົ່ງເສີມລະບົບການຄ້າຫຼາຍຝ່າຍ; ໂຄງສ້າງພາກພື້ນ ທີ່ອາຊຽນເປັນຜູ້ນຳພາ; ການຮ່ວມມື ພາຍໃຕ້ຂອບແນວຄວາມຄິດ ອິນໂດ-ປາຊີຟິກ ອາຊຽນ; ແລະ ອື່ນໆ.

ສຸດທ້າຍ, ກອງປະຊຸມໄດ້ປຶກສາຫາລື ການກະກຽມ ດ້ານເນື້ອໃນ ແລະ ພິທີການ ສຳລັບກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ນິວຊີແລນ ທີ່ຈະມີຂຶ້ນໃນຕົ້ນເດືອນສິງຫາ 2021 ແບບທາງໄກ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485927
ມື້ນີ້58
ມື້ວານ168
ອາທິດນີ້963
ເດືອນນີ້5232