ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ໄມຕີຈິດມິດຕະພາບຕຳຫຼວດປະຊາຊົນລາວ-ຫວຽດນາມ”

 

20210319 Lao Amb To Vietnam-1

20210319 Lao Amb To Vietnam-2

20210319 Lao Amb To Vietnam-3

 

       ວັນ​ທີ 19 ມີນາ 2021, ທີ່ ​ຫໍພິພິຕະພັນຕຳຫຼວດນະຄອນຫຼວງ​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາ ລາວ (ວັນທີ 22/03/1961-22/032021) ແລະ 60 ປີ ແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ວັນທີ 05/04/1961-05/04/2021), ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ມີ ສະຫາຍ ​ເລ ​ເຕີ່ນ ​ເຕີ້ຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີ​ກະຊວງ​ຕຳ​ຫຼວດຫວຽດນາມ ​ແລະ ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ​, ສະຫາຍ ບຸຍ ເຈື່ອງ ຢາງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ, ສະຫາຍ​ ຕາ ກວາງ ດົງ, ຮອງ​ລັດຖະມົນຕີກະຊວງວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ພ້ອມ​ດ້ວຍແຂກຖືກເຊີນຈາກບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ, ກົມກອງ ​ແລະ ພະນັກງານ, ນັກ​ສຶກສາ​ລາວ ທີ່​ກຳລັງ​ສຶກສາ​ຢູ່​ໂຮງຮຽນ​ຕຳຫຼວດ​ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

​       ກ່າວ​ເປີດ​ພິທີໂດຍ ສະຫາຍ ​ເລ ​ເຕີ່ນ ​ເຕີ້ຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີ​ກະຊວງ​ຕຳ​ຫຼວດຫວຽດນາມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນຂອງການຈັດງານວາງສະແດງຮູບພາບໃນຄັ້ງນີ້ ລວມທັງຄວາມໝາຍຄວາມສໍາຄັນຂອງສອງວັນປະຫວັດສາດຂອງສອງຊາດ ກໍຄືຂອງສອງກໍາລັງ ຫວຽດນາມ-ລາວ ລາວ-ຫວຽດນາມ ທີ່ມີມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານມາແຕ່ດົນນານ ແລະ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂຽວສົດງົດງາມຂຶ້ນເລື້ອຍໆ.

 

       ພາຍຫຼັງທີ່ໄດ້ທ່ຽວຊົມບັນດາຮູບພາບການເຄື່ອນໄຫວຂອງສອງກໍາລັງຕໍາຫຼວດລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ນໍາມາວາງສະແດງແລ້ວ ສະຫາຍ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ກໍໄດ້ສະແດງຄວາມຮູ້ສຶກຂອງຕົນ ແລະ ລົງ​ນາມ​ໃນ​ປື້​ມລະນຶກຄວາມຊົງຈໍາ​ວ່າ: “ຂ້າພະເຈົ້າ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາຮ່ວມງານວາງສະແດງ “ໄມຕີຈິດມິດຕະພາບ​ຕຳຫຼວດ​ປະຊາຊົນ​ລາວ-​ຫວຽດນາມ” ຈັດໂດຍ ກະຊວງ​ຕຳຫຼວດ​ຫວຽດນາມ ຊຶ່ງຢູ່ໃນທ່າມກາງຜົນສຳເລັດອັນຍິ່ງໃຫຍ່ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ-ລາວໃນພາລະກິດປະຕິວັດກໍຄືພາລະກິດປ່ຽນແປງໃໝ່ໃນການສ້າງສາ ແລະ ພັດທະນາປະເທດຫວຽດນາມ ແລະ ລາວ. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມືມິດຕະພາບ ແລະ ມີປະສິດທິຜົນຂອງສອງກຳລັງຕຳຫຼວດປະຊາຊົນສອງປະເທດ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດແໜ້ນຂອງສອງພັກ, ສອງລັດ, ສອງກໍາລັງ ແລະ ປະຊາຊົນສອງຊາດລາວ - ຫວຽດນາມ.  ຕາງໜ້າງໃຫ້ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ປະຊາຊົນລາວທີ່ກຳລັງດຳລົງຊີວິດ, ກຳລັງສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງບັນດາສະຫາຍຕຳຫຼວດປະຊາຊົນຫວຽດນາມທີ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງ 60 ປີ ແຫ່ງວັນຊ່ຽວຊານຕຳຫຼວດຫວຽດນາມຢູ່ລາວ (22/03/1961-22/032021) ແລະ 60 ປີ ແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ (05/04/1961-05/04/2021) ອວຍພອນໃຫ້ສາຍພົວພັນມິດຕະພາບອັນພິເສດລາວ-ຫວຽດນາມ ໃຫ້ນັບມື້ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

--------------------------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486028
ມື້ນີ້159
ມື້ວານ168
ອາທິດນີ້1064
ເດືອນນີ້5333