ໃນວັນທີ 23-24 ກຸມພາ 2021 ທີ່ ໂຮງແຮມ ແລນມາກ, ນະຄອນຫລວງວຽງຈັນ ທ່ານ ສີພັນດອນ ອ້ອຍບົວບຸດດີ, ຫົວຫນ້າກົມກົງສຸນ, ກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ນາງ Shareen TULADHAR, ຫົວຫນ້າຫ້ອງການອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ທ່ານ ນາງ Julia Benson, ຮອງຫົວຫນ້າພະແນກກົງສຸນ, ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ “ການວາງແຜນງານສຸກເສີນທາງກົງສຸນ ເພື່ອຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດ ໂດຍສະເພາະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ” ໂດຍມີນັກວິທະຍາກອນຈາກພາກສ່ວນກ່ຽວຂ້ອງຂອງອົງການ IOM; ກົມກົງສຸນ ແລະ ກົມສົນທິສັນຍາ ແລະ ກົດຫມາຍ, ກະຊວງການຕ່າງປະເທດ; ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ກະຊວງປ້ອງກັນຄວາມສະຫງົບ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງ ລວມທັງໝົດ 70 ທ່ານ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ ກ່ຽວກັບການປົກປ້ອງ, ຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດ ແລະ ຈັດສົ່ງກັບຄືນປະເທດຂອງຕົນໃຫ້ປອດໄພ ແລະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສໍາມະນາຄັ້ງຜ່ານມາ ກ່ຽວກັບການວາງແຜນສຸກເສີນທາງກົງສຸນທີ່ໄດ້ຈັດຂຶ້້ນ ໃນລະຫວ່າງວັນທີ 25-26 ມິຖຸນາ 2019 ທີ່ ນະຄອນຫລວງໂຕກຽວ, ປະເທດ ຍີ່ປຸ່ນ ແລະ ກອງປະຊຸມອື່ນໆທີ່ກ່ຽວກັບວຽກງານກົງສຸນ ເພື່ອຕ້ານການຄ້າມະນຸດ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະຫນັບສະຫນູນໂດຍອົງການ IOM ປະຈໍາ ສປປ ລາວ.
ໃນພິທີເປີດ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມສໍາມະນາຄັ້ງນີ້ ຊຶ່ງຈຸດປະສົງຫລັກແມ່ນເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນພາລະບົດບາດ, ສິດ ແລະ ຫນ້າທີ່ ຂອງເຈົ້າໜ້າທີ່ກົງສຸນ ຢູ່ສະຖານທູດ, ສະຖານກົງສຸນໃຫຍ່ ແລະ ຫ້ອງການກົງສຸນ ຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃນການປົກປ້ອງ ແລະ ຊ່ວຍເຫຼືອພົນລະເມືອງລາວຜູ້ຖືກເຄາະຮ້າຍ ຫຼື ຜູ້ຕ້ອງສົງໃສວ່າ ເປັນຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດຈາກການຄ້າມະນຸດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 66 ຂອງກົດຫມາຍ ວ່າດ້ວຍການຕ້ານການຄ້າມະນຸດ ສະບັບເລກທີ 73/ສພຊ, ລົງວັນທີ 17 ທັນວາ 2015; ມາດຕາ 11 ຂອງກົດຫມາຍວ່າດ້ວຍສໍານັກງານຜູ້ຕາງຫນ້າການທູດ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ສະບັບເລກທີ 58/ສພຊ, ລົງວັນທີ 11 ທັນວາ 2018; ແລະ ມາດຕາ 5ຂອງສົນທິສັນຍາກຸງວຽນ ວ່າດ້ວຍ ການພົວພັນກົງສຸນ 1963. ພ້ອມດຽວກັນນີ້, ກໍ່ເພື່ອເສີມສ້າງການພົວພັນຮ່ວມມືລະຫວ່າງ ກົມກົງສຸນ, ກະຊວງການຕ່າງປະເທດ ກັບ ອົງການ IOM ປະຈໍາ ສປປ ລາວ ໃນຂົງເຂດວຽກງານກົງສຸນໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນກອງປະຊຸມສຳມະນາຄັ້ງນີ້, ນອກຈາກຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບວຽກງານກົງສຸນ, ສົນທິສັນຍາພາກພື້ນ ແລະ ສາກົນ, ກົດໝາຍຕ້ານການຄ້າມະນຸດ ແລະ ການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ປອດໄພ, ການພັດທະນາສີມືແຮງງານ ແລະ ຈັດຫາງານ ແລ້ວ, ຜູ້ເຂົ້າຮ່ວມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການສ້າງແຜນງານສຸກເສີນທາງກົງສຸນ ເພື່ອຊ່ວຍເຫລືອພົນລະເມືອງລາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ກໍລະນີເກີດມີເຫດສຸກເສີນທີ່ອາດເກີດຂຶ້ນຈາກໄພພິບັດທາງທໍາມະຊາດ, ຄວາມວຸ້ນວາຍທາງການເມືອງ, ໂລກລະບາດ ແລະ ອື່ນໆ.
ວຽກງານການວາງແຜນຊ່ວຍເຫລືອທາງກົງສຸນ ເປັນວຽກງານຫນຶ່ງທີ່ສໍາຄັນ ແລະ ທ້າທາຍ ຊຶ່ງເຈົ້້າຫນ້າທີ່ກົງສຸນທີ່ປະຈໍາການຢູ່ຕ່າງປະເທດ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ສຶກສາຮຽນຮູ້, ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ມີປະສິດທິພາບ. ຢາກເຮັດໄດ້ດີຄືແນວນັ້ນ, ກ່ອນອື່ນໝົດ ຕ້ອງຕິດຕາມ, ເຝົ້າລະວັງ ແລະ ເກັບກໍາສະພາບການທີ່ເກີດຂຶ້ນ ຢ່າງໃກ້ຊິດ ແລະ ລາຍງານເຫດການດັ່ງກ່າວ ໃຫ້ກະຊວງການຕ່າງປະເທດຂອງຕົນຮັບຊາບ ຢ່າງທັນການ ເປັນແຕ່ລະໄລຍະໆ. ພ້ອມດຽວກັນນີ້, ກໍຕ້ອງໄດ້ເຮັດໜ້າທີ່ປະສານງານກັບເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງຂອງປະເທດທີ່ຕົນເອງປະຈຳການຢູ່ ຢ່າງຮອບຄອບ ເພື່ອຊ່ວຍເຫຼືອພົນລະເມືອງລາວ ໃຫ້ຫລຸດພົ້ນອອກຈາກເຫດການດັ່ງກ່າວໂດຍໄວ ແລະ ປອດໄພ. ນອກຈາກນີ້, ກໍຕ້ອງໄດ້ມີການພົວພັນກັບອົງການ IOM ປະຈໍາຢູ່ປະເທດດັ່ງກ່າວ ໃນການຊ່ວຍເຫຼືອ ແລະ ຈັດສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເຂົ້່າພັກຢູ່ສູນພັກຊົ່ວຄາວ ຫຼື ຈັດສົ່ງກັບຄືນປະເທດໃຫ້ປອດໄພ.
--------------------------------------------------------------------------------