ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ.ຣັດເຊຍ

 

20210518AmbsdtoRus1

 

20210518AmbsdtoRus2

 

ໃນວັນທີ 18 ພຶດສະພາ 2021, ທີ່ ວັງແກຼມແລັງ, ນະຄອນຫລວງມົດສະກູ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ເພື່ອດໍາລົງ ຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃຫມ່ ປະຈໍາ ສະຫະພັນ ຣັດເຊຍ.

 

ໃນພິທີດັ່ງກ່າວ ປະທານາທິບໍດີ ໄດ້ແຈ້ງວ່າບາງຂັ້ນຕອນຂອງການຍື່ນສານ ຈະບໍ່ເປັນໄປຕາມລະບຽບການຂອງພິທີການ ໝາຍວ່າ ແຕ່ລະທູດຈະບໍ່ໄດ້ຍື່ນໂດຍກົງຕໍ່ ປະທານາທິບໍດີ ຄືຜ່ານມາ ແລະ ຢືນຢູ່ຫ່າງຈາກປະທານາທິບໍດີ. ແຕ່ພິທີດັ່ງກ່າວນັບວ່າມີຄວາມໝາຍ ແລະ ຄວາມສຳຄັນເປັນພິເສດ. ເບື້ອງຕົ້ນ ປະທານາທິດບໍດີ ປູຕິນ ໄດ້ຮຽກຮ້ອງໃຫ້ 05 ປະເທດ ມະຫາອໍານາດ ແລະ ປະເທດອື່ນໆ ຮ່ວມມືກັນຕ້ານພະຍາດໂຄວິດ-19 ໃນທົ່ວໂລກ. ຣັດເຊຍ ຍັງໄດ້ຊ່ວຍເຫຼືອ 60 ກວ່າປະເທດໃນທົ່ວໂລກ ທາງດ້ານວັກຊິນຕ້ານໂຄວິດ-19, ທ່ານຍັງໄດ້ກ່າວເຖິງສະພາບການສາກົນທີ່ຍັງມີຄວາມສັບສົນ, ທັງໄພຂົ່ມຂູ່ຕໍ່ຄວາມປອດໄພຂອງປະຊາຄົມໂລກ. ນອກຈາກນັ້ນ, ປະທານາທິບໍດີ ປູຕີນ ຍັງໄດ້ກ່າວເຖິງນະໂຍບາຍຕ່າງໆປະເທດຂອງຣັດເຊຍ ຄື: ຣັດເຊຍ ເປີດກ້ວາງການພົວພັນກັບຕ່າງປະເທດ ບົນຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ, ສັນຕິພາບ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ.

 

ປະທານາທິບໍດີ ປູຕີນ ໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ຣັດເຊຍ ກັບ 23 ປະເທດ ທີ່ມາຍື່ນສານຄື: ບອສເນຍ ແລະ ເຮີເຊໂກວານາ, ຈໍແດນ, ໂມຊຳບິກ, ອິນໂດເນເຊຍ, ນາມີເບຍ, ສາທາລະນະລັດ ໂດມິນິກັນ, ສາທາລະນະລັດ ຈາດ, ໂມນດາວີ, ສວິດເຊີແລນ, ອັຟການິສະຖານ, ກິເນ-ບິດຊານ, ກາຕາ, ເຄັນຢາ, ກຽກກິດສະຖານ, ໂປໂລຍ, ໂຮນລັງ, ອາຟຼິກາໃຕ້, ໄທ, ອາກຊັງຕິນ, ລາວ, ຣູມານີ, ໂບລີເວຍ ແລະ ຈີເລ. ສະເພາະລາວເຮົາ ປະທານາທິບໍດີ ໄດ້ກ່າວເຖິງດ້ວຍເນື້ອໃນດີ, ຍາວ ແລະ ເດັ່ນ ຄື: ຣັດເຊຍ ມີຄວາມເພິ່ງພໍໃຈຕໍ່ການພົວພັນຮ່ວມມືກັບລາວ. ລາວເປັນປະເທດທີ່ຣັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈຢູ່ໃນອາຊີຕາເວັນອອກສຽງໃຕ້. ຣັດເຊຍ ຈະສືບຕໍ່ສະໜັບສະໜູນການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ດ້ານມະນຸດສະທໍາ; ຈະຮ່ວມມື ແລະ ຊ່ວຍເຫຼືອທາງດ້ານເຕັກນິກການທະຫານ ກໍ່ຄື ສ້າງບຸກຄະລາກອນ ລະຫວ່າງສອງກະຊວງປ້ອງກັນປະເທດ; ສືບຕໍ່ພົວພັນກັນຢ່າງໃກ້ຊິດໃນເວທີສາກົນ ກໍ່ຄື ອົງການສະຫະປະຊາຊາດ ທີ່ສອງຝ່າຍມີທັດສະນະຄ້າຍຄືກັນ.

 

ປະທານາທິບໍດີ ໄດ້ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ທີ່ປະຕິບັດໜ້າທີ່ຢູ່ ຣັດເຊຍ ຈົ່ງປະສົບຜົນສຳເລັດ ແລະ ມີສຸຂະພາລະນາໄມ ພ້ອມທັງຫວັງວ່າ ບັນດາເອັກອັກຄະລັດຖະທູດ ຈະປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ລະຫວ່າງ ຣັດເຊຍກັບປະເທດຂອງຕົນ ນັບມື້ນັບຮັດແໜ້ນຂຶ້ນເລື້ອຍໆ. ທັງເປັນໂອກາດໃຫ້ບັນດາເອກອັກຄະລັດຖະທູດ ໄດ້ທຳຄວາມຮູ້ຈັກກັບວັດທະນະທໍາອັນຫຼາກຫຼາຍ, ປະຫວັດສາດອັນຍາວນານ ແລະ ປະເພນີອັນດີງາມຂອງຣັດເຊຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486397
ມື້ນີ້93
ມື້ວານ220
ອາທິດນີ້59
ເດືອນນີ້5702