ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຮັບເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆຂອງຫວຽດນາມ ເພື່ອສົ່ງຕໍ່ໄປ ສປປ ລາວ

 

11

 

22

 

33

 

ໃນວັນທີ19​ພຶດສະພາ2021 ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ, ມີ​ຄະນະດັ່ງ​ຕໍ່​ໄປ​ນີ້: ສະຫາຍ ​ເຈີ່ນ ວັນ ຕຸຍ ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ-​ລາວ ຂັ້ນສູນກາງ ພ້ອມ​ດ້ວຍຄະນະໄດ້ນຳເອົາ ຜ້າ​ອັດ​ປາກກາ​ນ​ແພດຈຳນວນ 225.000 ອັນແລະ ​ເງິນສົດ ຈຳນວນ 605.550.000 ລ້ານ​ດົ່ງ; ສະຫາຍ ​ເລ​ ກວາງ ຫວນ ຮອງຄະນະ​ປະສານ​ງານທົ່ວ​ປະ​ເທດອະດີດທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ການ​ທະຫານ​ຫວຽດນາມ​ຊ່ວຍການປະຕິວັດ​ລາວ​ໄດ້​ນຳ​ເອົາຜ້າ​ອັດ​ປາກ​ການ​ແພດ ຈຳນວນ 750.000 ອັນ, ກ່ອນ​ໜ້າ​ນີ້ ວັນ​ທີ 17/05/2021 ບໍລິສັດ​ການ​ຢາ AIKYA ຂອງ​ຫວຽດນາມ ກໍ​ໄດ້​ນຳ​ເອົາຜ້າ​ອັດ​ປາກກາ​ນ​ແພດ ຈຳນວນ 100.000 ອັນ ມາມອບໃຫ້ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ ສປປ ​ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະ​ນຳສະຖານ​ທູດລາວ ​ທີ່​ຮ່າ​ໂນ້ຍ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

​​​​ໃນ​ໂອກາດ​ນີ້​, ແຕ່ລະຄະນະທີ່ນຳ​​ເອົາ​ເຄື່ອງ​ມາຊ່ວຍ​ເຫຼືອ ​​ກໍໄດ້​ກ່າວສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການລະບາດ ພະຍາດ​ໂຄ​ວິດ-19 ​ຮອບ​ໃໝ່​ຢູ່​ ສປປ ລາວ ຊຶ່ງຜ້າ​ອັດ​ປາກ ແລະ ​ເງິນສົດ ທີ່​ນຳ​ມາ​ມອບໃນ​ຄັ້ງ​ນີ້ເປັນ​ການ​ປະກອບ​ສ່ວນດ້ວຍ​ຄວາມ​ຈິງ​ໃຈຈາກ ສະຫາຍຫວຽດນາມ​ອ້າຍ​ນ້ອງ ເພື່ອປະກອບສ່ວນ​​ຊ່ວຍ​ເຫຼືອລັດຖະບານລາວ ກໍຄື ປະຊາຊົນລາວ ທັງ​ຢູ່​ໃນ​ສູນ​ກາງ ​ແລະ ທ້ອງ​ຖິ່ນທີ່​ກຳລັງ​ປະສົບ​ຄວາມ​ຍຸ້ງ​ຍາກ​ຢູ່​ໃນ​ຄະນະ​ນີ້ ​ເພື່ອ​ເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ​ໂຄ​ວິດ19 ​ທີ່​ກຳລັງ​ລະບາດ​ຢູ່​ລາວ​ ໃນ​ປະຈຸ​ບັນ​. ​​ຫວັງ​ຢ່າງ​ຍິ່ງວ່າ​ລັດຖະບານ ​ແລະ ປະຊາຊົນ​ລາວຈະ​ພ້ອມ​ກັນ​ ຄວບຄຸມ ແລະ ສະກັດ​ກັ້ນການແຜ່ລະບາດ​ພະຍາດ​ດັ່ງກ່າວ​ໄດ້ໂດຍໄວ ເພື່ອເຮັດ​ໃຫ້​ປະຊາຊົນ​ລາວ ໄດ້ກັບ​ມາ​ໃຊ້​ຊີວິດ​ແບບປົກກະຕິ​.

​ສະຫາຍ ແສງ​ເພັດ ຮຸ່ງ​ບຸນ​ຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ບັນດາຄະນະທີ່​ໄດ້​ນຳ​ເອົາ​ເຄື່ອງ​ຊ່ວຍ​ເຫຼືອ ພ້ອມ​ທັງ​ເງິນສົດ ມາຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງເປັນການສະແດງເຖິງນ້ຳຈິດນ້ຳໃຈຂອງບັນດາ​ກົມ​ກອງ​ ເຊັ່ນ ສະມາຄົມ​ມິດຕະພາບ​ ຫວຽດນາມ-​ລາວ, ຄະນະ​ປະສານ​ງານທົ່ວ​ປະ​ເທດທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ການ​ທະຫານ​ຫວຽດນາມ​ຊ່ວຍການປະຕິວັດ​ລາວ ​ແລະ ບໍລິສັດ​ການ​ຢາ AIKYA ຂອງ​ຫວຽດນາມ ເຖິງວ່າ ຢູ່ຫວຽດນາມ ກໍມີການລະບາດຂອງເຊື້ອພະຍາດໂຄວິດ 19 ຮອບໃໝ່ ກໍຕາມແຕ່ກໍໄດ້ບິແບ່ງຄວາມຫຍຸ້ງຍາກຂອງປະຊາຊົນລາວ ທີ່ກຳລັງປະເຊີນຢູ່ໃນປັດຈຸບັນເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ​​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງ​ກອງທັບ ແລະ ປະຊາຊົນສອງຊາດ ລາວ-​ຫວຽດນາມ ​ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອມາຮັບເອົາ​ເຄື່ອງ​ຈຳນວນ​ດັ່ງ​ກ່າວ​ສົ່ງ​ຕໍ່​ໃຫ້​ເຖິງປະ​ຊາ​ຊົນ​ລາວ ໄດ້​ນຳ​ໃຊ້ຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍໄວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486442
ມື້ນີ້138
ມື້ວານ220
ອາທິດນີ້104
ເດືອນນີ້5747