ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ - ຮັບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ຈາກກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ

2021527-viet-mop-khg

ວັນທີ 25 ​ພຶດສະພາ 2021, ທີ່ ກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ ສສ ຫວຽດນາມ, ​ໄດ້​ມີ​ພິທີ​ມອບ-​ຮັບ ເຄື່ອງຊ່ວຍເຫຼືອຈາກ ກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເພື່ອ​ສົ່ງ​ຕໍ່​ໄປໃຫ້ກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ວຽງ​ຈັນ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍ​ພົນ​ຈັດຕະວາ​ ຫງວຽນ ​ກວັກ ​ຢຽດ, ຜູ້​ບັນຊາ​ການກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ ສສ ຫວຽດນາມ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

​ເຄື່ອງ​ທີ່​ນຳ​ໄປ​ມອບ​ຄັ້ງ​ນີ້​ມີ​ ຜ້າ​ອັດ​ປາກການແພດ ຈຳນວນ 50.000 ອັນ​, ​ນ້ຳ​ຢາງ​ລ້າງ​ມື (​ເຈ​ວລ້າງ​ມື) ຈຳນວນ 1.000 ​ແກ້ວ ​ແລະ ​ເຄື່ອງ​ວັດ​ແທກ​ອຸນຫະ​ພູມ ຈຳນວນ 50 ອັນ ເພື່ອສົ່ງໃຫ້ ກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ວຽງ​ຈັນ, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

​​​​ໃນ​ໂອກາດ​ນີ້​, ສະຫາຍ​ພົນ​ຈັດຕະວາ​ ຫງວຽນ​ ກວັກ ​ຢຽດ ​​ກໍໄດ້​ກ່າວສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການລະບາດຂອງເຊື້ອພະຍາດ​ໂຄ​ວິດ-19 ​ຮອບ​ໃໝ່​ຢູ່​ ສປປ ລາວ ຊຶ່ງ​ເຄື່ອງ​ຊ່ວຍ​ເຫຼືອທີ່​ມອບໃນ​ຄັ້ງ​ນີ້ເປັນ​ການ​ປະກອບ​ສ່ວນດ້ວຍ​ຄວາມ​ຈິງ​ໃຈຈາກ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ ເພື່ອປະກອບສ່ວນ​​ຊ່ວຍ​ເຫຼືອກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ວຽງ​ຈັນ ກໍຄື ປະຊາຊົນລາວ ທີ່​ກຳລັງ​ປະສົບ​ຄວາມ​ຍຸ້ງ​ຍາກ​ຢູ່​ໃນ​ຄະນະ​ນີ້ ​ເພື່ອ​ເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ​ໂຄ​ວິດ-19​ທີ່​ກຳລັງ​ລະບາດ​ຢູ່​ລາວ​ໃນ​ປັດຈຸ​ບັນ​. ​​ສະຫາຍໃຫ້ຄວາມເຊື່ອໝັ້ນວ່າ ນະຄອນຫຼວງ​ວຽງ​ຈັນຈະ​ພ້ອມ​ກັນສະກັດ​ກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອ​ພະຍາດ​ດັ່ງກ່າວ​ໄດ້ໂດຍໄວ ເພື່ອເຮັດ​ໃຫ້​ປະຊາຊົນ​ລາວໄດ້ກັບ​ມາ​ໃຊ້​ຊີວິດ​ແບບປົກກະຕິ​.

​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​​ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ​ພົນ​ຈັດຕະວາ​ ຫງວຽນ​ ກວັກ ​ຢຽດ, ຜູ້​ບັນຊາ​ການກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ຊຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງຕໍ່​ນະຄອນຫຼວງ​ວຽງ​ຈັນ​ ແລະ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ ການ​ຊ່ວຍ​ເຫຼືອ​ຢ່າງ​ມິດ​ຈິດ​ມິດ​ໃຈຂອງກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ, ເຖິງວ່າ ຢູ່ຫວຽດ ນາມກໍມີການລະບາດຂອງເຊື້ອພະຍາດໂຄວິດ 19 ຮອບໃໝ່ກໍຕາມແຕ່ກໍໄດ້ບິແບ່ງຄວາມຫຍຸ້ງຍາກຂອງປະຊາຊົນລາວ ທີ່ກຳລັງປະເຊີນຢູ່ໃນປັດຈຸບັນ, ແບ່ງປັນບົດຮຽນ, ປະສົບການ, ໃຫ້ການຊ່ວຍເຫຼືອທາງດ້ານງົບປະມານ, ເຄື່ອງອຸປະກອນການແພດ ແລະ ສົ່ງຊ່ຽວຊານດ້ານການແພດ ໄປຊ່ວຍ ສປປ ລາວ ຢ່າງທັນການ ແລະ ຮີບດ່ວນ, ຄືດັ່ງຄໍາເວົ້າຂອງ   ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ໄດ້ເວົ້າວ່າ: “ຊ່ວຍເພື່ອນ ຄືຊ່ວຍຕົນເອງ”,“ຮ່ວມທຸກ, ຮ່ວມສຸກ, ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ”, ທັງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ​​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງ​ກອງທັບ ແລະ ປະຊາຊົນສອງຊາດລາວ-​ຫວຽດນາມ ​ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອມາຮັບເອົາ​ເຄື່ອງ​ຈຳນວນ​ດັ່ງ​ກ່າວ​ ໄປ​ນຳ​ໃຊ້ຢ່າງມີປະສິດທິຜົນ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ໂດຍໄວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486440
ມື້ນີ້136
ມື້ວານ220
ອາທິດນີ້102
ເດືອນນີ້5745