ໃນຕອນເຊົ້າຂອງວັນທີ 02 ມິຖຸນາ 2021, ໄດ້ມີພີທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານຖະແຫຼງຂ່າວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຢູ່ທີ່ ກະຊວງການຕ່າງປະເທດ ຂອງ ສປປ ເກົາຫລີ, ໂດຍຕາງໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ສີສະຫວາດ ຄໍາສາລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ຕາງໜ້າຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແມ່ນ ທ່ານ ໂຈ ຢອງ ຊາມ, ຮອງປະທານຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຮ່ວມລົງນາມ.
ໃນໂອກາດນີ້, ທ່ານ ສີສະຫວາດ ຄໍາສາລີ, ໄດ້ກ່າວສະແດງຄວາມປິ້ຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງຫນ້າໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືທາງດ້ານຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.
ບົດບັນທຶກຄວາມເຂົ້າໃຈ ວ່າດວຍ ການຮ່ວມມືດ້ານຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ມີຜົນບັງຄັບໃຊ້ເປັນເວລາ 05 ປີ ແລະ ສາມາດສືບຕໍ່ມີຜົນບັງຄັບໃຊ້ຢ່າງອັດຕະໂນມັດຕໍ່ໆໄປ ຖ້າບໍ່ມີຝ່າຍໃດຫນຶ່ງສະເຫນີຂໍລົບລ້າງ.
ທັງສອງຝ່າຍ ໄດ້ຕີລາຄ່າສູງຕໍ່ການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານຖະແຫລງຂ່າວສະບັບນີ້ ແລະ ຫວັງວ່າບົດບັນທຶກຄວາມເຂົ້າໃຈດັ່ງກ່າວນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານເພື່ອນມິດ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ.
ໃນຕອນທ້າຍ, ທ່ານ ສີສະຫວາດ ຄໍາສາລີ, ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ໂຈ ຢອງ ຊາມ, ຮອງປະທານຄະນະກຳມະການຖະແຫລງຂ່າວ ຂອງ ສປປ ເກົາຫລີ ທີ່ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືດ້ານການຖະແຫລງຂ່າວຂອງສອງປະເທດ ແລະ ຄຳເວົ້າອັນດີງາມຂອງ ທ່ານ ໂຈ ຢອງ ຊາມ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ. ພ້ອມດຽວກັນນັ້ນ, ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ, 2 ລັດ ແລະປະຊາຊົນ 2 ຊາດລາວ-ເກົາຫລີ ຈົ່ງສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ.