ໃນລະຫວ່າງວັນທີ 02-05 ມິຖຸນາ 2021 ຣັດເຊຍ ໄດ້ຈັດກອງປະຊຸມເສດຖະກິດສາກົນ ຊານປີເຕີສ໌ເບີກ ຄັ້ງທີ 24 ຂຶ້ນ, ທັງເປັນການສະເຫຼີມສະຫຼອງການເປັນຄູ່ຮ່ວມເຈລະຈາ ອາຊຽນ-ຣັດເຊຍ ຄົບຮອບ 25 ປີ. ກອງປະຊຸມເສດຖະກິດສາກົນ ຊານປີເຕີສ໌ເບີກ ເປັນກອງປະຊຸມເປີດກວ້າງສຳລັບທຸກຂະແໜງການ ແລະ ສຳລັບທຸກຊັ້ນຄົນໃນສັງຄົມນັບຕັ້ງແຕ່ກຸ່ມຄັງປັນຍາ, ນັກທຸລະກິດ, ນັກເຄື່ອນໄຫວສັງຄົມ, ລັດຖະບານສູນກາງ ແລະ ທ້ອງຖິ່ນ, ບໍລິສັດທັງພາຍໃນ ແລະ ຕ່າງປະເທດ, ນັກການທູດ ເປັນຕົ້ນ ແລະ ມີ 100 ກວ່າປະເທດມາເຂົ້າຮ່ວມ. ປະທານາທິບໍດີ ວາລາດີເມຍ ປູຕິນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກໂດຍໄດ້ອອກຄຳເຫັນເປັນເວລາສອງຊົ່ວໂມງກວ່າ. ກອງປະຊຸມເສດຖະກິດສາກົນ ຊານປີເຕີສ໌ເບີກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຊຶ່ງໃນນັ້ນ ຣັດເຊຍ ສາມາດພົບປະເຈລະຈາ, ເຊັນສັນຍາຕ່າງໆ ກ່ຽວກັບການພັດທະນາເສດຖະກິດ-ການຄ້າ ແລະ ການພົວພັນກັບຄູ່ຮ່ວມຂອງຕົນເອງຈາກ ທະວີບອາເມລິກາເໜືອ, ອາຟຼິກາໃຕ້, ອາຊີ, ອາຟຼິກາ, ຕາເວັນອອກກາງ ແລະ ເອີຣົບ. ນອກຈາກນັ້ນ, ຍັງມີການວາງສະແດງຂອງບັນດາກະຊວງຕ່າງໆໃນຣັດເຊຍ ແລະ ຕ່າງປະເທດ.
ສຳລັບອາຊຽນແມ່ນໄດ້ຈັດກອງປະຊຸມໂຕະມົນຂຶ້ນກັບບັນດາສະຖານທູດອາຊຽນ ປະຈຳລັດເຊຍພາຍໃຕ້ຫົວຂໍ້: ການຮ່ວມມືລະຫວ່າງ ຣັດເຊຍ ແລະ ປະເທດອາຊຽນ, ໂດຍບັນດາທູດອາຊຽນ ແລະ ຄະນະຜູ້ແທນຈາກບັນດາປະເທດອາຊຽນ ກໍ່ໄດ້ປະກອບຄຳຄິດຄຳເຫັນກ່ຽວກັບການພົວພັນ ແລະ ການຮ່ວມມືຕ່າງໆໃນກອບສອງຝ່າຍ ແລະ ຫຼາຍຝ່າຍ. ຄະນະຜູ້ແທນຂອງສະຖານເອກອັກຄະລັດຖະທູດລາວນຳໂດຍ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຄະນະໄດ້ເຂົ້າຮ່ວມກອງປະຊຸມຕາມຫົວຂໍ້ຕ່າງໆທີ່ເຫັນວ່າມີຄວາມສຳຄັນເປັນຕົ້ນ: ການຕ້ານໂຄວິດ-19, ການພັດທະນາແບບຍືນຍົງຕາມວາລະຂອງການຮ່ວມມືຫຼາຍຝ່າຍ, ເສດຖະກິດຂອງຣັດເຊຍຈາກພາວະວິກິດການ ແລະ ການຕໍ່ສູ້ເພື່ອການພັດທະນາທີ່ຍືນຍົງ, ການປ່ຽນແປງຂອງທຸລະກິດຂະໜາດນ້ອຍ: ບັນຫາໃໝ່ ແລະ ໜ້າທີ່ໃໝ່, ນະວັດຕະກຳໃໝ່ ແລະ ການຂັບເຄື່ອນການລົງທຶນໃນພູມີພາກ, ການພົວພັນ EAEU - ອາຊຽນ, ການດຶງດູດການລົງທຶນ ແລະ ການສົ່ງເສີມການຄ້າຂອງອຸດສາຫະກຳ, ການພົວພັນ ຣັດເຊຍ-ອາຊຽນ, ການພົວພັນ ຣັດເຊຍ-EU ຕອບສະໜອງຕໍ່ສິ່ງທ້າທາຍ. ນອກຈາກເຂົ້າຮ່ວມກອງປະຊຸມແລ້ວ, ຄະນະຍັງໄດ້ພົບປະເຮັດວຽກກັບ ຄະນະພົວພັນຕ່າງປະເທດຂອງ ລັດຖະບານ ນະຄອນຊານປີເຕີສ໌ເບີກ ອີກດວ້ຍ. ການໄປເຄື່ອນໄຫວຢູ່ ຊານປີເຕີສ໌ເບິກ ຂອງຄະນະຄັ້ງນີ້ໄດ້ປະສົບຜົນສຳເລັດເປັນຢ່າງດີ.