ວັນທີ 24 ມິຖຸນາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ເລມິງຮຶງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ໂອກາດນີ້,ສະຫາຍ ແສງເພັດ ຮຸ່ງບຸນຍວງກໍໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ສະຫາຍເລມິງຮຶງ, ເລຂາທິການສູນກາງພັກ,ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມຄົນໃໝ່, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມຕໍ່ກັບຄວາມຮູ້ ຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນແລະ ມີປະສິດທິຜົນຂອງສະຫາຍ ໃນໄລຍະຜ່ານມາ.
ພ້ອມດ້ວຍກັນນັ້ນສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຄັ້ງ 13 ຂອງພັກກອມມູນິດຫວຽດນາມ, ຜົນສໍາເລັດຂອງກອງປະຊຸມ ສະໄໝທີ 11 ຂອງສະພາແຫ່ງຊາດ ຊຸດທີ 14 ແລະ ຜົນສໍາເລັດອັນຈົບງາມໃນການຈັດການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນທ້ອງຖິ່ນຂັ້ນຕ່າງໆ ໄລຍະ 2021-2026, ໃຫ້ຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຫງວຽນ ຝູ ຈ້ອງ ແລະ ການບໍລິຫານຂອງຄະນະລັດຖະບານ, ພວກສະຫາຍຈະສາມາດຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2026) ກໍຄືວິໄສທັດຮອດປີ 2030 ໃນໂອກາດ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ວິໄສທັດຮອດປີ 2045 ໃນໂອກາດ 100 ປີ ວັນສ້າງຕັ້ງ ຫວຽດນາມ.
ສະຫາຍເລມິງຮຶງ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມພ້ອມຄະນະ ທີ່ໄດ້ມາອວຍພອນເຊິ່ງເປັນປະເທດທຳອິດໃນໄລຍະທີ່ຕົນໄດ້ມາຮັບຕຳແໜ່ງໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສະຫາຍທູດຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ, ສອງຫ້ອງວ່າການສູນກາງພັກແລະປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ນອກຈາກນັ້ນ, ສະຫາຍ ເລ ມິງ ຮຶງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຂອງສປປລາວ. ສະຫາຍ ເລ ມິງ ຮຶງ ຍັງໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນລາວ ເຖິງວ່າ ລາວຍັງພົບຄວາມຫຍຸ້ງຍາກນາໆປະການ ແຕ່ກໍຍັງບິແບ່ງການຊ່ວຍເຫຼືອໃຫ້ແກ່ຫວຽດນາມ ໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຮອບ 4 ນີ້.
ໃນໂອກາດດັ່ງກ່າວ, ສະຫາຍແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມເຫັນໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ກໍາລັງປະສົບຄວາມຫຍຸ້ງຍາກຈາກການລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບ 4 ນີ້ ຊຶ່ງເປັນຮອບທີ່ຄວາມຫຍຸ້ງຍາກສັບສົນພໍສົມຄວນ ແຕ່ກໍເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ການຕັດສິນໃຈອັນເດັດດ່ຽວ, ມາດຕະການຮັບມືຢ່າງມີປະສິດທິພາບຂອງລັດຖະບານ ແລະ ຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນ ຫວຽດນາມ ຈະສາມາດຍາດໄດ້ໄຊຊະນະໃນການຄວບຄຸມການລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍໄວ. ນອກຈາກນີ້, ສະຫາຍທູດ ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຢ່າງມິດຈິດມິດໃຈຕະຫຼອດມາທັງໃນສະໄໝການຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງສັນຕິພາບ, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໂດຍສະເພາະໃນໄລຍະການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ຢູ່ ສປປ ລາວ ຫວຽດນາມ ກໍໄດ້ສົ່ງຊ່ຽວຊານ, ງົບປະມານ ແລະອຸປະກອນການແພດ ໄປຊ່ວຍພວກຂ້າພະເຈົ້າ ຢ່າງທັນການ ແລະ ມີປະສິດທິຜົນ.
ໃນຕອນທ້າຍ, ສະຫາຍທູດ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະຈະເລີນງອກງາມຂຶ້ນເລື້ອຍໆໄປ.