ໃນຕອນເຊົ້າຂອງ ວັນທີ 14 ກໍລະກົດ 2021, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ເຂົ້າເຝົ້າຍື່ນສານຕາຕັ້ງຕໍ່ສົມເດັດ ນາຣູຮິໂຕະ (Naruhito) ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ສໍານັກພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ ໂດຍຊ້ອງໜ້າຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະຣາຊະວັງຂອງຍີ່ປຸ່ນ ແລະ ພະນັກ ງານການທູດຈາກສະຖານທູດລາວ ທີ່ ໂຕກຽວ ຈໍານວນໜຶ່ງ ຕິດຕາມເຂົ້າຮ່ວມ.
ພາຍຫຼັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ສົມເດັດເຈົ້າຈັກກະພັດ ນາຣູຮິໂຕະ ໄດ້ໂອ້ລົມກັບ ທ່ານເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສົມເດັດເຈົ້າຈັກກະພັດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງຂອງທ່ານເອກອັກຄະລັດຖະທູດລາວ ປະຈຳປະເທດຍີ່ປຸ່ນ ໃນຄັ້ງນີ້ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຈະນັບມື້ນັບຈະເລີນງອກງາມຍິ່ງຂຶ້ນໄປ. ໃນໂອກາດດັ່ງກ່າວ, ທ່ານທູດຟອງສະໝຸດ ອັ່ນລາວັນ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນ ຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດ ສົ່ງໄປຍັງສົມເດັດເຈົ້າຈັກກະພັດ ນາຣູຮິໂຕະ ພ້ອມດ້ວຍວົງສານຸວົງທຸກພະອົງ ແລະ ຄວາມສົມບູນພູນສຸກຂອງປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ;ສົມເດັດເຈົ້າຈັກກະພັດ ໄດ້ສະແດງຄວາມຂອບໃຈ ແລະ ຝາກຄໍາຢື້ຢາມຖາມຂ່າວ ເຖິງພະນະທ່ານປະທານປະເທດ ແລະ ຍັງກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈທີ່ການນໍາ ແລະ ປະຊາຊົນລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນໂອກາດສະເດັດຢ້ຽມຢາມ ສປປ ລາວ ໃນປີ 2012.ທ່ານທູດ ຟອງສະໝຸດ ອັ່ນລາວັນ ໄດ້ໃຫ້ຄຳໝັ້ນສັນຍາ ຈະເຮັດສຸດຄວາມສາມາດໃນການປະຕິບັດໜ້າທີ່ການທູດຂອງຕົນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຫຼາຍກວ່າ 65 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ, ໃນນັ້ນ ລວມທັງການຮ່ວມມືເພື່ອສົ່ງເສີມການລົງທຶນ, ຄ້າຂາຍ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດໃຫ້ຫຼາຍຂຶ້ນ.
ສອງປະເທດລາວ - ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ວັນທີ 05 ມີນາ 1955. ທ່ານທູດຟອງສະໝຸດ ອັ່ນລາວັນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ຄົນທີ 10 ນັບແຕ່ປີ 1975 ເປັນຕົ້ນມາ.