ໃນວັນທີ 16 ກໍລະກົດ 2021, ທ່ານ ແສງ ສຸຂະທິວົງ ເອກະອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາຈັກໄທ ທີ່ບາງກອກ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂຊອາວ-ເບີນາດໂດ ດີ ໂອລິເວຣາ ມາກຕີນ ເວັນຈະເຕັນ (Joao-Bernardo de Oliveire Martins WEINSTEIN), ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປອກຕຸຍການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.
ຫຼັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນກັນ ໂດຍທ່ານເອກອັກຄະລັດຖະທູດປອກຕຸຍການ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ. ລາວ ປະຈຳຣາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທານະລັດ ປອກຕຸຍການ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂື້ນ.
ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ. ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໂຊອາວ-ເບີນາດໂດ ດີ ໂອລິເວຣາ ມາກຕີນ ເວັນຈະເຕັນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປອກຕຸຍການ ປະຈຳ ສປປ. ລາວ; ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ປອກຕຸຍການ ທີ່ມີບາດກ້າວຂະຫຍາຍຕົວ ໂດຍທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງສອງກະຊວງການຕ່າງປະເທດ; ສະແດງຄວາມຂອບໃຈລັດຖະບານປອກຕຸຍການ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການສຶກສາແກ່ຝ່າຍລາວ ໃນໄລຍະທີ່ຜ່ານມາ. ນອກຈາກການຮ່ວມມືສອງປະເທດແລ້ວ, ທັງສອງຝ່າຍຍັງໄດ້ໃຫ້ການສະໜັບສະໜູນຊຶ່ງກັນແລະກັນ ທັງໃນເວທີພາກພື້ນ ແລະ ສາກົນ.
ທ່ານເອກອັກຄະລັດຖະທູດ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ປອກຕຸຍການ ໄດ້ເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ສິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄືສອງສຳນັກງານຕ່າງໜ້າການທູດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດໃຫ້ເພີ່ມສູງຂື້ນເລື້ອຍໆ.
ທ່ານເອກອັກຄະລັດຖະທູດ ສປປ ລາວ ໄດ້ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານເອກອັກຄະລັດຖະທູດ ປອກຕຸຍການ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ອັນມີກຽດ ແລະ ສູງສົ່ງ ປະຈຳ ສປປ ລາວ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດປອກຕຸຍການໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ພຶດສະພາ 1995.
*******************//*******************