ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດ ແລະ ສໍານັກງານຜູ້ຕາງໜ້າຖາວອນຂອງລາວ ປະຈໍາ ຕ່າງປະເທດ ຮ່ວມກັບ ພີ່ນ້ອງເຊື້ອຊາດລາວທີ່ຕ່າງປະເທດ ພົບປະແຂ່ງຂັນກິລາມິດຕະພາບຮ່ວມກັນ

 

20210918Football

 

ໃນວັນທີ 18 ກັນຍາ 2021, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດສະຫະລັດ ອາເມລິກາ ແລະ ການາດາ, ພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຄະນະ ໄດ້ເຄື່ອນໄຫວຈັດກິດຈະກໍາແຂ່ງຂັນກິລາ ພົບປະມິດຕະພາບຮ່ວມສອງສໍານັກງານ ແລະ ພີ່ນ້ອງເຊື້ອຊາດລາວ ຢູ່ ລັດເດີລາແວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກຈາກ ທ່ານ ສົມກຽດ ພຸດທະວົງສາ, ປະທານສະມາຄົມລາວ ລັດເດລາແວ, ທ່ານ ຄໍາຫຼ້າ ຄຸດສະຫວັນ, ເລຂາທິການສະມາຄົມ ແລະ ຜູ້ຕາງໜ້າເຜົ່າກືມມຸ ປະຈໍາ ລັດເດລາແວ ແລະ ຄະນະ ລວມທັງພີ່ນ້ອງເຊື້ອຊາດລາວ ທີ່ ລັດເດລາແວ ແລະ ລັດໃກ້ຄຽງ ຊຶ່ງມີຜູ້ເຂົ້າຮ່ວມ ປະມານ 60 ທ່ານ.

 

ໃນໂອກາດນີ້ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ປະເພດບານເຕະ, ບານສົ່ງ, ເປຕັງ ແລະ ກະຕໍ້ ລະຫວ່າງ ສາມພາກສ່ວນ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມ່ວນຊືນ ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນຄວາມສາມັກຄີ, ຮັກແພງ ລະຫວ່າງ ສອງສໍານັກງານ ກໍຄື ກັບພີ່ນ້ອງເຊື້ອຊາດລາວ ທີ່ ລັດເດລາແວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

 

ໃນໂອກາດນີ້, ທັງສອງສໍານັກງານ ຍັງໄດ້ພົບປະໂອ້ລົມກັບປະທານສະມາຄົມຕ່າງໆ ພ້ອມດ້ວຍພີ່ນ້ອງເຊື້ອຊາດລາວທີ່ເຂົ້າຮ່ວມງານ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພົ້ນເດັ່ນ ດ້ານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ລວມທັງສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຜົນກະທົບຕ່າງໆ ແລະ ການແກ້ໄຂບັນຫາຕ່າງໆ ເປັນຕົ້ນແມ່ນການອອກມາດຕະການຈໍາກັດການເຂົ້າ-ອອກ ສປປ ລາວ ໃນແຕ່ລະໄລຍະ ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນແທ້ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ຍັງໄດ້ແຈ້ງ ແລະ ອະທິບາຍ ການສືບຕໍ່ໃຫ້ການບໍລິການ ກໍຄື ການປົກປ້ອງສິດຜົນປະໂຫຍດຂອງຄົນລາວຢູ່ຕ່າງປະເທດຂອງສະຖານທູດ ເຊິ່ງຄົນລາວ ແລະ ພີ່ນ້ອງເຊື້ອຊາດລາວໃຫ້ຄວາມສົນໃຈ ແລະ ຕິດຕໍ່ສອບຖາມສະຖານທູດຕະຫຼອດເວລາ ໂດຍສະເພາະການເດີນທາງຢ້ຽມຢາມລາວ ກໍຄື ການສະເໜີຂໍກັບລາວຢ່າງຖາວອນຂອງຫຼາຍໆທ່ານ. ຜ່ານການພົບປະແຂ່ງຂັນກິລາມິດຕະພາບໃນຄັງນີ້ ເຫັນວ່າ ບັນດາຜູ້ເຂົ້າຮ່ວມທັງໝົດ ໃຫ້ຄວາມສົນໃຈສູງ ແລະ ມີຄວາມປະທັບໃຈ ໃນການເຂົ້າຮ່ວມງານກິລາ, ພ້ອມທັງສະເໜີໃຫ້ມີການຈັດອີກຄັ້ງຕໍ່ໆໄປ ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ສ້າງຄວາມໃກ້ຊິດເຊິ່ງກັນ ແລະ ກັນຕໍ່ໄປ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486037
ມື້ນີ້168
ມື້ວານ168
ອາທິດນີ້1073
ເດືອນນີ້5342