ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ປະຈຳ ຮົງກາຣີ ໄດ້ປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ແກ່ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ

202110 2

202110 1

ໃນວັນທີ 28 ກັນຍາ 2021 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ທີ່ມີສຳນັກງານຕັ້ງຢູ່ປະເທດ ໂອຕຣິດ ໂດຍປະຕິບັດຕາມການຊີ້ນຳຂອງຄະນະນຳກະຊວງການຕ່າງປະເທດ, ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ ທ່ານ ດຣ ລາສະໂລ ວາຣາດີ, ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງບູດາແປັດ, ຮົງກາຣີ ທີ່ມີຜົນງານດີເດັ່ນ ໃນການເຄື່ອນ ໄຫວປະຕິບັດໜ້າທີ່ຂອງຕົນໃນໄລຍະຜ່ານມາ, ຊຶ່ງຜົນງານດັ່ງກ່າວເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຮົງກາຣີ ໃຫ້ມີບາດກ້າວອັນໃໝ່. ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີຕາງໜ້າຈາກກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາຣີ ຄື: ທ່ານ Dr.Peter JAKAB, ຫົວໜ້າກົມອາຊີ ແລະ ປາຊີຟິກ ແລະ ທ່ານ Zoltan KULIK, ຜູ້ບໍລິຫານງານຂອງບໍລິສັດວີຕາຟອດ ພ້ອມດ້ວຍແຂກທີ່ຖືກເຊີນໄດ້ຈຳນວນໜຶ່ງເຂົ້າຮ່ວມ, ຊຶ່ງໃນພີທີກໍ່ໄດ້ມີການປະກາດລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊພັດທະນາຊັ້ນIII, ໃບມອບສິດຂອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕິດຕາມດ້ວຍການນຳ ສະເໜີຜົນງານການເຄື່ອນໄຫວໂດຍຫຍໍ້ຂອງທ່ານ ດຣ ລາສະໂລ ວາຣາດີ ໃນໄລຍະຜ່ານມາ. ການປະດັບຫຼຽນໄຊພັດທະນາ ຊັ້ນIII ຄັ້ງນີ້ ເປັນການສະແດງຄວາມຂອບໃຈ ແລະ ຈາລຶກຄຸນງາມຄວາມດີຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ທ່ານ ລາສະໂລ ວາຣາດີ ກໍ່ຄືຕໍ່ລັດຖະບານ ແລະ ປະຊາຊົນຮົງກາຣີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485870
ມື້ນີ້1
ມື້ວານ168
ອາທິດນີ້906
ເດືອນນີ້5175