ວັນທີ 15 ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ເຈີ່ນ ຕ້ວນ ແອງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ສະຫາຍຮັບຕໍາແໜ່ງໃໝ່.
ໃນການຕ້ອນຮັບ, ສະຫາຍ ເຈິ່ນ ຕ້ວນ ແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສອງປະທານປະເທດ ຫວຽດນາມ-ລາວ ໃນເດືອນມິຖຸນາ ແລະ ສິງຫາ 2021 ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ລວມທັງການເຂົ້າມາສະແດງຄວາມຊົມເຊີຍຂອງ ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ ກ່ຽວກັບການຂະຫຍາຍຕົວ ດ້ານການພົວພັນຮ່ວມມືເສດຖະກິດ-ການຄ້າ ຂອງສອງປະເທດ ໂດຍສະເພາະແມ່ນໄລຍະ 6 ເດືອນຕົ້ນປີ 2021 ໃນມູນຄ່າການຄ້າສອງສົ້ນສາມາດບັນລຸໄດ້ 56%.
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດ ນາມ ໃນຕົ້ນປີ 2021ທີ່ຜ່ານມາ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ພິເສດໃນໂອກາດນີ້, ສະຫາຍກໍໄດ້ຮັບເລືອກເປັນກຳມະການກົມການເມືອງສູນກາງພັກ ແລະ ໄດ້ຮັບການສັບຊ້ອນໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະເສດຖະກິດສູນກາງ ສິ່ງດັ່ງກ່າວ ເປັນການສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ສະຫາຍແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ ຄະນະເສດຖະກິດສູນກາງຈະສືບຕໍ່ເຮັດສຳເລັດໜ້າທີ່ ໃນການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະໃຫ້ແກ່ກົມການເມືອງ, ເລຂາທິການສູນກາງໂດຍກົງ ແລະ ເປັນປະຈໍາ ໃນການສ້າງ ແລະ ກຳນົດແນວທາງ, ມາດຕະການຕ່າງໆ ທາງດ້ານເສດຖະກິດ-ສັງຄົມ ກໍຄືຈະປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ 2021-2025ກໍຄືວິໄສທັດຮອດປີ 2030ແລະ 2045.
ພ້ອມດຽວກັນນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງກັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບທີ 4 ນີ້ ຕາມຄໍາຂວັນທີ່ວ່າ “ຕ້ານພະຍາດ ກໍຄືຕ້ານສັດຕູ” ເຮັດໃຫ້ປັດຈຸບັນ ຫວຽດນາມສາມາດຄວບຄຸມການລະບາດໃນຮອບ 4 ນີ້ໄດ້ຢ່າງມີໄຊຊຶ່ງປະສົບການ ແລະ ຜົນສໍາເລັດດັ່ງກ່າວໄດ້ກາຍເປັນບົດຮຽນທີ່ດີໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ ທີ່ພວມລະບາດຢູ່ ສປປ ລາວ ເຊັ່ນດຽວກັນ.
ຈາກນັ້ນ, ສະຫາຍເອກອັກຄະລັດຖະທູດທູດ ກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຂອງພວກຂ້າພະເຈົ້າຕະຫຼອດມາ ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໃນສະໄໝການປະຕິບັດສອງໜ້າທີ່ຍຸດທະສາດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຄືປັດຈຸບັນ, ເຖິງຢູ່ຫວຽດນາມເອງກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ ເພາະຕ້ອງຮັບມືກັບເຊື້ອພະຍາດເຊັ່ນດຽວກັນ ແຕ່ກໍຍັງໄດ້ບິແບ່ງການຊ່ວຍເຫຼືອຢ່າງທັນການ ທັງດ້ານວັດຖຸເງິນຄໍາ, ຄະນະຊ່ຽວຊານ ແລະ ອຸປະກອນການແພດຂອງ ສສ ຫວຽດນາມ ໄປຊ່ວຍ ສປປ ລາວ ຊຶ່ງເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ລາວ ມີປະສິດທິຜົນຂຶ້ນ.
ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ເສດຖະກິດການຄ້າລະຫວ່າງສອງປະເທດ ເປັນຕົ້ນການລົງທຶນທາງດ້ານການປູກຝັງ, ລ້ຽງສັດຢູ່ສປປລາວ, ສະພາບການຄ້າ ແລະ ການສົ່ງອອກລະຫວ່າງສອງປະເທດ ຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງ.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.