ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສປ ຈີນ ເຂົ້າຮ່ວມພິທີເປີດກອງປະຊຸມວ່າດ້ວຍສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

KhamphaoAc2

KhamphaoAc1

 

ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນສົງຊິ້ງ, ສປ ຈີນ ໃນລະຫວ່າງວັນທີ 20-25 ຕຸລາ 2021. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມວ່າດ້ວຍສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.ໃນນັ້ນ, ຝ່າຍຈີນມີ ທ່ານ ຕູ້ຈຽງ, ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຊາຍຢຸນເກີ, ຮອງເຈົ້າຄອງນະຄອນສົງຊິ້ງ ເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວ. ນອກນັ້ນ, ຍັງມີທ່ານເອກອັກຄະລັດຖະທູດມຽນມາ, ບັນດາທູຕານຸທູດຈາກບັນດາປະເທດແມ່ນໍ້າຂອງ ແລະ ຕາງໜ້າບັນດາເມືອງທີ່ເຂົ້າຮ່ວມສະຫະພັນດັ່ງກ່າວ ເຂົ້າຮ່ວມ ແລະ ປະກອບຄໍາເຫັນ.

ໃນພິທີເປີດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຕີລາຄາສູງການຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຕະຫຼອດໄລຍະ 5 ປີ ແຫ່ງການຮ່ວມມື ໂດຍສະເພາະ ການຈັດຕັ້ງປະຕິບັດແຜນການ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍ່ຄືຖະແຫຼງການວຽງຈັນຂອງກອງປະຊຸມຜູ້ນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3. ນອກນັ້ນ, ຍັງໄດ້ສະເໜີແນະບາງທິດທາງການຮ່ວມມືໃນອະນາຄົດ ຂອງສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຕົ້ນແມ່ນ ແນ່ໃສ່ຟື້ນຟູສະພາບການພັດທະນາການທ່ອງທ່ຽວ ພາຍຫຼັງພະຍາດໂຄວິດ-19 ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່ວມກັບບັນດາທູຕານຸທູດແມ່ນໍ້າຂອງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕູ້ຈຽງ, ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ຂອງຈີນ. ໃນການພົບປະ, ທັງສອງຝ່າຍໄດ້ຕີລາຄາ ແລະ ເຫັນດີຮ່ວມກັນຕໍ່ຜົນສໍາເລັດຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ໂດຍສະເພາະຂະແໜງການທ່ອງທ່ຽວ ແລະ ວັດທະນະທໍາ, ເຊິ່ງເປັນຖະແຫຼງການທີ່ສໍາຄັນໃນວຽກງານການພັດທະນາເສດຖະກິດສັງຄົມ. ​ທັງສອງຝ່າຍ ຍັງໄດ້ຢໍ້າຄືນຄວາມພ້ອມໃນການຮ່ວມມືເຊິ່ງກັນ ແລະ ກັນ ໃນຂະແໜງການພັດທະນາການທ່ອງທ່ຽວ ໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍ່ຄືຂອບການຮ່ວມມືອື່ນໆ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ນອກຈາກນັ້ນ ເຈົ້າພາບ (ຝ່າຍຈີນ) ໄດ້ຈັດການຢ້ຽມຢາມທັດສະນະສະຖານທີ່ທ່ອງທ່ຽວທີ່ສໍາຄັນ, ເຊິ່ງໄດ້ຮັບການຍົກຍ້າຍອອກຈາກພື້ນທີ່ການກໍ່ສ້າງເຂື່ອນໄຟຟ້າຊານເສຍ (Three Georges Hydropower Dam) ທີ່ ຕັ້ງຢູ່ເມືອງອີຈາງ, ແຂວງເຫີເປີຍ. ເຂື່ອນດັ່ງກ່າວເປັນເຂື່ອນທີ່ໃຫຍ່ທີ່ສຸດໃນໂລກ, ເຊິ່ງມີຄວາມກວ້າງຂອງໜ້າເຂື່ອນ ຫຼາຍກວ່າ 2000 ແມັດ ແລະ ສູງເຖິງ 180 ແມັດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485882
ມື້ນີ້13
ມື້ວານ168
ອາທິດນີ້918
ເດືອນນີ້5187