ໃນວັນທີ 4 ພະຈິກ 2021, ທ່ານລັດສະໝີແກ້ວມະນີໄດ້ສໍາເລັດການເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ກີ່ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ, ທີ່ ນະຄອນຫຼວງເບີນ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດ ສະວິດສ.
ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານທູດ ລັດສະໝີແກ້ວມະນີ ກໍໄດ້ພົບປະໂອ້ລົມກັບ ພະນະທ່ານ ປະທານາທິບໍດີ ກີ່ປາກເມີແລັງ ດ້ວຍບັນຍາກາດອັນສະນິດສະໜົມ ແລະ ເຕັມໄປດ້ວຍມິດໄມຕີ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍລາວ-ສະວິດສ ໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດອັນຈົບງາມຂອງການຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ຂອງ ພະນະທ່ານ ອິກນາຊີໂອກາດສິດສ, ຮອງປະທານາທິບໍດີ, ລັດຖະມົນຕີຕ່າງປະເທດ ສະວິດສ ໃນຕົ້ນເດືອນສິງຫາ 2021.
ໃນໂອກາດນີ້, ທ່ານທູດ ລັດສະໝີ ແກ້ວມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ປະທານາທິບໍດີ ກີ່ປາກເມີແລັງ ກໍຄືລັດຖະບານ ແລະ ປະຊາຊົນສະວິດສ ພ້ອມທັງແຈ້ງການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເຖິງ ທ່ານປະທານາທິບໍດີ ກີ່ປາກເມີແລັງ ເພື່ອໄປຢ້ຽມຢາມທາງການຢູ່ ສປປ ລາວ ໃນເວລາທີ່ສະດວກ.
ທ່ານທູດ ລັດສະໝີ ແກ້ວມະນີ, ໃນນາມຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນສະວິດສ ຕໍ່ການສະຫນັບສະຫນູນ ແລະ ການໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດມາ; ພິເສດ, ແມ່ນການຊ່ວຍເຫລືອທາງດ້ານທຶນຮອນ ແລະ ອຸປະກອນການແພດໃນການຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມນີ້, ທ່ານທູດ ລັດສະໝີ ແກ້ວມະນີ ຍັງໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ສະວິດສ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ພະນະທ່ານ ກີ່ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສະມາພັນທະລັດ ສະວິດສ ຂອງ ທ່ານ ລັດສະໝີ ແກ້ວມະນີ ແລະ ຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງ ຝ່າຍສະວິດສ-ລາວ ຈະນັບມື້ນັບແໜ້ນແຟັນຂຶ້ນ. ພ້ອມນີ້, ທ່ານປະທານາທິບໍດີ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ.