ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຮ່ວມພິທີປະດັບຫຼຽນໄຊແຮງງານ ໃຫ້ວິທະຍາຄານການແພດກອງທັບ ປະຊາຊົນຫວຽດນາມ

20211115-mop-lien1

20211115-mop-lien2

 

​   ໂດຍ​ໄດ້​ຮັບການ​ມອບສິດ​ຈາກ​ລັດຖະບານ, ກໍ​ຄື​ກະຊວງ​ປ້ອງ​ກັນ​ປະ​ເທດ ສປປ ລາວ, ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບ​ກັບ​ວິທະຍາຄານ​ການ​ແພດ​ກອງທັບ​ປະຊາຊົນ​ຫວຽດນາມ​ຈັດ​ພິທີ​ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ 2 ແລະ ຊັ້ນ 3 ຈາກ​ລັດຖະບານ​ລາວ ​ໃຫ້​ແກ່​ບັນດາ​ກົມ​ກອງ​ລວມໝູ່ ​ແລະ ບຸກຄົນ​ທີ່​ຂຶ້ນນ​ກັບວິທະຍາຄານ​ການ​ແພດ​ກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພະຈິກ 2021 ທີ່​ວິທະຍາຄານ​ການ​ແພດ​ກອງທັບ, ຝ່າຍ​ລາວ​ນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ນຳ ​ແລະ​ພະນັກງານ​ສະຖານທູດ​ຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ, ຝ່າຍ​ຫວຽດນາມ​ນຳ​ໂດຍ​ສະຫາຍ​ພົນ​ໂທ ​ຫວູ ຫາ​ຍ ສານ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ພ້ອມດ້ວຍ​ບັນດາ​ສະຫາຍ​ຕາງໜ້າ​ໃຫ້​ແຕ່​ລະ​ພາກສ່ວນ, ຄະນະ​ອຳນວຍ​ການ, ພະນັກງານ, ຄູ​ອາຈານ ​ແລະ ຜູ້​ໄດ້​ຮັບ​ການ​ຍ້ອງຍໍ​ຂຶ້ນ​ກັບ​ວິທະຍາຄານ​ການ​ແພດ​ກອງທັບ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

​ໃນ​ພິທີ​ດັ່ງກ່າວ, ສະຫາຍ​ ​ແສງ​ເພັ​ດ ຮຸ່ງ​ບູນຍວງ ໄດ້​ຕາງໜ້າໃຫ້ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງ ຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະ ຕໍ່ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ອ້າຍ​ນ້ອງ​ໃນ​ຕະຫຼອດ​ໄລຍະ 67 ປີ, ນັບ​ແຕ່​ປີ 1954 ​ເປັນ​ຕົ້ນ​ມາ, ວິທະຍາຄານ​ການ​ແພດ​ກອງທັບ​ໄດ້​ຊ່ວຍ​ເຫຼືອ​ໃນ​ການບຳລຸງ​ແລະ ​​ກໍ່ສ້າງພະນັກງານ​ການ​ແພດກອງທັບ​ປະຊາຊົນ​ລາວ ​ໃນ​ຫຼາຍ​ລະດັບ​​ແຕກ​ຕ່າງ​ກັນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ຊຶ່ງ​ເປັນ​ການ​ປະກອບ​ສ່ວນໃນການສະໜັບສະໜູນ ອຸ້ມຊູແລະ ຊ່ວຍເຫຼືອ ອັນລໍ້າຄ່າໝົດຈິດໝົດໃຈ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ໃນ​ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ຕະຫຼອດມາ ໂດຍສະເພາະວຽກງານກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຈິງໃຈ, ຄວາມເປັນຫ່ວງເປັນໄຍຂອງສະຫາຍ   ຫວຽດນາມ​ອ້າຍ​ນ້ອງ​ທີ່ມີຕໍ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແກ່ວິທະຍາຄານການແພດກອງທັບປະຊາຊົນລາວຕື່ມອີກ ແລະ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຜົນງານຂອງຄະນະພັກ, ຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນັກວິທະຍາສາດ ວິທະຍາຄານການແພດກອງທັບຫວຽດນາມ ທີ່ມີຜົນງານອັນດີເດັ່ນ ໃນການປະກອບສ່ວນຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ວິທະຍາຄານການແພດກອງທັບປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ.

ການ​ປະດັບ​ຫຼຽນ​ໃນ​ຄັ້ງ​ນີ້​ລວມມີ​: ຫຼຽນໄຊແຮງງານຊັ້ນ II ​ໃຫ້​ແກ່​ບຸກຄົນ​ມີຈຳນວນ 2 ສະຫາຍ: ສະຫາຍ ພົນ​ຕີ ​ໂດ ກວຽດ ຜູ້​ອຳນວຍ​ການ ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພົນ​ຈັດຕະວາ ຫງວຽນ​ຫວຽດ ​ເລືອງ ​ເລຂາ​ພັກວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ, ຫຼຽນໄຊແຮງງານຊັ້ນ II ​ໃຫ້​ແກ່ 03 ກົມ​ກອງ​ລວມໝູ່ ປະກອບ​ມີ: ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ, ​ໂຮງໝໍທະຫານ 103​ແລະ ​ໂຮງໝໍ ​ໂປກ​ໂພງ​ແຫ່ງ​ຊາດ ​ເລ ຫິວ ຈັກ ຂອງວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ​ແລະ ມອບຫຼຽນໄຊແຮງງງານຊັ້ນ III ​ໃຫ້ 06 ກົມ​ກອງ​ລວມໝູ່ ​ແລະ ໃຫ້ບຸກຄົນ ຈຳນວນ 10 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄຸນງາມຄວາມດີ ປະກອບສ່ວນໃນການພົວພັນຮ່ວມມື ແລະ ແລກປ່ຽນດ້ານວິທະຍາສາດການແພດ ລະຫວ່າງ ວິທະຍາຄານການແພດກອງທັບປະຊາຊົນລາວ ແລະ ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ໃນຕະຫຼອດໄລຍະ 5 ປີ ຜ່ານມາ ກໍ​ຄື ວຽກ​ງານ​ບຳລຸງ​ແລະ ກໍ່ສ້າງ ພະນັກງານ​ໃນ​ຕະຫຼອດ​ໄລຍະ 67 ປີ ຜ່ານ​ມາ.

          ພ້ອມ​ດຽວ​ກັນ​ນັ້ນ​ ສະຫາຍ ​ແສງ​ເພ​ັດຮຸ່ງ​ບຸນ​ຍວງ ​ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

          ​ໂອກາດ​ນີ້, ສະຫາຍ​ພົນ​ໂທ ​ຫວູ ຫາ​ຍ ສານ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມກໍ​​ໃຫ້ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ລາວ ທີ່​ຍາມ​ໃດ​ກໍ​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຄຽງ​ບ່າ​ຄຽງ​ໄຫຼ່​ກັບ ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ຕະຫຼອດ​ມາ, ນີ້​ກໍ​ເປັນ​ການ​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ທີ່​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ລາວ​ໄດ້​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ໄວ້​ວາງ​ໃຈ​ຕໍ່​ວິທະຍາຄານ​ການ​ແພດ​ກອງທັບ​ໃນການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ, ທັງ​ເປັນ​ການ​ປຸກລະດົມ ​ແລະ ​ໃຫ້​ກຳລັງ​ໃຈ​ຕໍ່​ວິທະຍາຄານ​ຂອງ​ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ອັນ​ສູງ​ສົ່ງ​ດັ່ງກ່າວ​ໃຫ້​ມີ​ປະສິດ​ທະ​ພາບ ​ແລະ ປະສິດທິ​ຜົນ​ຂຶ້ນ​ເລື້ອຍໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485869
ມື້ນີ້0
ມື້ວານ168
ອາທິດນີ້905
ເດືອນນີ້5174