ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ຮ່ວມພິທີເປີດຕົວປຶ້ມ ຂອງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ

 

 

20211116 Lao Amb To Viet - 1

20211116 Lao Amb To Viet - 2

 

ວັນທີ 16 ພະຈິກ 2021 ​ທີ່ ຫ້ອງວ່າການ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດ ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ​ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີເປີດຕົວປຶ້ມ: ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ - ຄຳຄິດຄຳເຫັນ ຢູ່ພາຍໃນ ແລະ ສາກົນ ກ່ຽວກັບບົດຂຽນ ຂອງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ. ຝ່າຍຫວຽດ ນາມເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ຫງວຽນ ຈ້ອງ ເຫງ໊ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນະສູນກາງພັກ; ສະຫາຍ ຫວູ ດຶກ ດາມ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ.

​ໃນ​ພິທີດັ່ງກ່າວ ສະຫາຍ ​ແສງ​ເພັດ ຮຸ່ງບູນຍວງ​, ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຂຶ້ນມີຄໍາເຫັນ ໂດຍໄດ້​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມ​​ຊົມເຊີຍ​ຕໍ່ຄະນະ​ຮຽບຮຽງ​ປື້​ມ​ເຫຼັ້ມ​ນີ້ ຊຶ່ງເປັນການປະກອບເຂົ້າໃນຄັງສາງຄວາມຮູ້ໃຫ້ແກ່ທ່ານຜູ້ອ່ານ, ນັກຄົ້ນຄວ້າ, ນັກທິດສະດີ, ນັກການເມືອງແລະຜູ້ທີ່ມີຄວາມສົນໃຈທັງຫຼາຍ. ປື້ມເຫຼັ້ມນີ້ໄດ້ສັງລວມເອົາບົດຂຽນຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ທີ່ໄດ້ຂຽນເນື່ອງໃນໂອກາດສະຫລອງວັນເກີດ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຄົບຮອບ 131 ປີ. ເປັນບົດຂຽນທີ່ສຳຄັນ, ສັງລວມເອົາບົດຮຽນພຶດຕິກຳອັນມີຊີວິດຊີວາ ກ່ຽວກັບ ລັດທິສັງຄົມນິຍົມຢູ່ຫວຽດນາມ ໂດຍມີຫຼາຍເນື້ອໃນທີ່ເປັນຂໍ້ມູນຢືນຢັນເຖິງເຈດຕະນາລົມອັນແຮງກ້າຂອງພັກ ແລະ ປະຊາຊົນຫວຽດນາມ ໃນການສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກ, ປະທານ ໂຮ່ຈີມິນ ແລະ ປະຊາຊົນຫວຽດນາມ ໄດ້ເລືອກໄວ້ ຢ່າງໜັກແໜ້ນ.

ພ້ອມ​ດຽວ​ກັນ​ນັ້ນ ສະຫາຍ ​ເອກ​ອັກຄະ​ລັດຖະທູດ​ໄດ້​ຢືນຢັນ​ວ່າ: ສປປ ລາວ ແລະ ສສ ຫວຽດນາມ ລ້ວນແຕ່ຢຶດໝັ້ນລັດທິມາກ-ເລນິນ ແລະ ຖືລັດທິມາກເລນິນເປັນພື້ນຖານທາງດ້ານທິດສະດີ ເພື່ອຮັບໃຊ້ໃຫ້ແກ່ສອງພາລະກິດຍຸດທະສາດ ຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທັງສອງປະເທດພວກເຮົາ ພວມກ້າວໄປສູ່ເປົ້າໝາຍສ້າງສັງຄົມນິຍົມ ດັ່ງທີ່ໄດ້ກຳນົດໄວ້ຢູ່ໃນບັນດາມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກໃນແຕ່ລະສະໄໝ. ນອກຈາກນີ້, ສະຫາຍ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ໂດຍການຢຶດໝັ້ນທິດສະດີ ມາກ-ເລນິນ,ແນວຄິດ ໂຮ່ຈີມິນ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ມູນເຊື້ອຮັກຊາດ, ດຸໝັ່ນ, ອົດທົນ, ກ້າແກ່ນພິລະອາດຫານ ຂອປະຊາຊົນ ຫວຽດນາມ, ຫວຽດນາມ ຈະສາມາດບັນລຸການສ້າງປະຖົມປັດໃຈດ້ານຕ່າງໆ ເພື່ອກ້າວຂຶ້ນສັງຄົມນິຍົມ ຕາມເປົ້າໝາຍທີ່ວາງໄວ້.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485856
ມື້ນີ້155
ມື້ວານ206
ອາທິດນີ້892
ເດືອນນີ້5161