ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມສໍາມະນາ ຫົວຂໍ້ “ຍົກສູງຄຸນນະພາບໃນການກໍ່ສ້າງ ແລະ ຄຸ້ມຄອງນັກສຶກສາລາວ ທີ່ແຂວງຖາຍຫງວຽນ ຄັ້ງທີ 2-2021”

20211221VN

20211221VN1

        ໃນ​ລະຫວ່າງ​ວັນ​ທີ 15-16 ທັນວາ 2021, ສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍຄະນະ ​ໄດ້​ໄປ​ເຄື່ອນ​ໄຫວ ​ແລະ ​ເຮັດ​ວຽກ​ຢູ່ແຂວງຖາຍຫງວຽນ. ໃນ​ການ​ເຄື່ອນ​ໄຫວຄັ້ງ​ນີ້ ຄະນະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມສໍາມະນາ ຫົວຂໍ້ “ຍົກສູງຄຸນນະພາບໃນການກໍ່ສ້າງ ແລະ ຄຸ້ມຄອງນັກສຶກສາລາວ ທີ່ແຂວງຖາຍຫງວຽນ ຄັ້ງທີ 2 –2021”, ​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້​ຝ່າຍ​ຫວຽດນາມ ​ນຳ​ໂດຍ ສະຫາຍ ຫງວຽນ ຢວນ ກິງ, ປະທານຄະນະປະຈໍາສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖາຍຫງວຽນ, ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ລາວຂັ້ນສູນກາງ, ຕາງໜ້າ​ຄະນະ​ປະຈຳ​ພັກ​ແຂວງ, ຄະນະ​ປະຈຳ​ສະຫະພັນ​ແນວ​ໂຮມ​ປະ​ເທດ​ຫວຽດນາມ ​ແຂວງ​ຖາ​ຍຫງວຽນ, ຕາງໜ້າ​ຄະນະ​ນຳ​ມະຫາວິທະຍາ​ໄລ​ແຂວງ​ຖາ​ຍຫງວຽນ​ທີ່​ມີ​ນັກ​ສຶກສາລາ​ວພ້ອມ​ດ້ວຍ​ຜູ້ອຳນວຍການ, ​ ຜູ້​ບໍລິຫານ, ຄູ​ອາຈານ ​ແລະ ພະນັກງານຈາກ​ບັນດາ​ສະ​ຖາ​ນການສຶກສາຂອງ​ແຂວງ​ຖາ​ຍຫງວຽນ, ຝ່າຍ​ລາວນຳ​ໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາ ສສ ຫວຽດນາມ ​​ແລະ ສະຫາຍ ປ.ອ ຄຳ​ພັນ ຄຳ​ອ່ອນ ທີ່​ປຶກສາ​ຝ່າຍ​ສຶກສາ-​ວັດທະນະທຳພ້ອມ​ດ້ວຍພະນັກງານຈຳນວນ​ໜຶ່ງ, ກອງ​ປະຊຸມ​ຄັ້ງ​ນີ້ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນ​ຫຼາຍ​ບັນຫາໂດຍ​ສະ​ເພາະ​ແມ່ນ​ການຈັດ​ຕັ້ງ​ປະຕິບັດສັນຍາຮ່ວມມືໃນໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030” ທີ່ລັດຖະບານ ລາວ - ຫວຽດນາມ ໄດ້ຕົກລົງກັນ ໃນຕົ້ນປີ 2021.

ໂອກາດ​ດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ຕາງໜ້າ​ຝ່າຍ​ລາວ​ໄດ້​ມີ​ຂໍ້​ຄິດ​ເຫັນ​ແລກປ່ຽນບາງບັນຫາເພື່ອແນໃສ່ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບໃນການກໍ່ສ້າງ ແລະ ການຄຸ້ມຄອງນັກສຶກສາລາວ ໃຫ້​ໄດ້​ຄຸນ​ນະພາ​ບເປັນຕົ້ນການ​ຄັດ​ເລືອກ​ນັກ​ສຶກສາລາວມາ​ຮຽນ​ຢູ່​ຫວຽດນາມ, ສະເໜີບັນດາສະຖານການສຶກສາສືບຕໍ່ຈັດຕັ້ງການສອນເພີ່ມພາສາຫວຽດ ແລະ ຄວາມຮູ້ວິຊາສະເພາະ ໃຫ້ນັກສຶກສາລາວ ຜູ້ມີລະດັບພາສາຫວຽດອ່ອນ ຫຼື ມີຜົນການຮຽນຍັງບໍ່ທັນໄດ້ມາດຕະຖານ, ສະເໜີບັນດາສະຖານການສຶກສາ ສະຫຼຸບລາຍງານດ້ານການເຄື່ອນໄຫວຮໍ່າຮຽນ ແລະ ຜົນການຮຽນຂອງນັກສຶກສາລາວ ສົ່ງໄປຍັງສະຖານທູດລາວ ໃນທ້າຍເດືອນ 6 ແລະ ທ້າຍເດືອນ 12 ຂອງປີ. ສະເໜີບັນດາສະຖານການສຶກສາ ສືບຕໍ່ປະຕິບັດນະໂຍບາຍ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຕໍ່ນັກສຶກສາລາວ ຢ່າງເຂັ້ມງວດ.

ໃນໂອກາດທີ່ໄປເຄື່ອນໄຫວວຽກງານຄັ້ງນີ້ ສະຫາຍເອກອັຄະລັດຖະທູດ ຍັງໄດ້ໄປພົບປະກັບຄະນະອໍານວຍການຄູອາຈານຂອງວິທະຍາໄລເສດຖະກິດ-ການເງິນແຂວງຖາຍຫງວຽນ, ມະຫາວິທະຍາໄລກະສິກໍາ ແລະ ໂອ້ລົມນັກສຶກສາລາວທີ່ກຳລັງສຶກສາຢູ່ທັງສອງສະຖາບັນດັ່ງກ່າວຊຶ່ງສະຫາຍໄດ້ຮຽກຮ້ອງໃຫ້ນັກສຶກສາລາວທຸກຄົນຕັ້ງໃຈສຶກສາຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ນໍາຄູອາຈານ ແລະ ເອົາບົດຮຽນນຳໝູ່ເພື່ອນຫວຽດນາມທີ່ຮຽນຮ່ວມຫ້ອງດຽວກັນ, ນອກຈາກນີ້ກໍຄວນຊອກຮູ້ດ້ວຍຕົນເອງໃຫ້ຫຼາຍຂຶ້ນຕື່ມ ຈຶ່ງຈະກໍາແໜ້ນເນື້ອໃນບົດຮຽນ​​ໄດ້ດີເພື່ອຈະໄດ້ນຳເອົາຄວາມຮູ້ດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນກໍຄືການພັດທະນາປະເທດຂອງພວກເຮົາ, ສິ່ງສຳຄັນແມ່ນໃຫ້ພ້ອມກັນປະຕິບັດລະບຽບ, ຂໍ້ກໍານົດຕ່າງໆຂອງໂຮງຮຽນວາງອອກຢ່າງເຂັ້ມງວດ.

​    ແຂວງຖາຍຫງວຽນ ໄດ້ແຮກສຽວກັບບັນດາແຂວງຂອງລາວ ເປັນຕົ້ນແມ່ນແຂວງຫົວພັນ,ແຂວງຜົ້ງສາລີ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ. ນອກນັ້ນ, ຍັງມີການຮ່ວມມືດ້ານວິຊາການລະຫວ່າງມະຫາວິທະຍາໄລສ້າງຄູຖາຍຫງວຽນ ກັບບັນດາສະຖານການສຶກສາຂອງລາວ ເຊັ່ນ:ມະຫາວິທະຍາໄລສຸພານຸວົງ, ວິທະຍາໄລຄູດົງຄໍາຊ້າງ ນະຄອນຫຼວງວຽງຈັນ, ວິທະຍາໄລຄູຫຼວງນໍ້າທາ, ວິທະຍາໄລຄູຫຼວງພະບາງ, ວິທະຍາໄລຄູບ້ານເກິນ ແຂວງວຽງຈັນ, ວິທະຍາໄລຄູສະຫວັນນະເຂດ ແລະ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ.

ແຂວງຖາຍຫງວຽນມີນັກສຶກສາລາວສຶກສາຢູ່ 11ສະຖາບັນໃນນັ້ນມະຫາວິທະຍາໄລ 10ແຫ່ງແລະ ວິທະຍາໄລ​ 1 ​ແຫ່ງ: ມະຫາວິທະຍາໄລສ້າງຄູຖາຍຫງວຽນ, ມະຫາວິທະຍາໄລຫວຽດບັກ, ມະຫາວິທະຍາໄລກະສິກຳ, ມະຫາວິທະຍາໄລວິທະຍາສາດ, ມະຫາວິທະຍາໄລນາໆຊາດ, ມະຫາວິທະຍາໄລອຸດສາຫະກຳ, ມະຫາວິທະຍາໄລເສດຖະ ກິດ - ການເງິນ, ມະຫາວິທະຍາໄລແພດສາດ, ມະຫາວິທະຍາໄລເຕັກໂນໂລຊີ-ການສື່ສານ ແລະ ວິທະຍາໄລເສດຖະກິດ - ການເງິນມີນັກສຶກສາມາສຶກສາ 3 ​ແບບທຶນສຶກສາຄື: ທຶນລັດຖະບານ, ທຶນຮ່ວມມື ແລະ ທຶນສ່ວນຕົວລວມທັງໝົດ 791 ຄົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485860
ມື້ນີ້159
ມື້ວານ206
ອາທິດນີ້896
ເດືອນນີ້5165