ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈໍາ ຣັດເຊຍ ຈັດພິທີປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 67 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 76 ປີ

     

 

                

ໃນຕອນເຊົ້າ ຂອງວັນທີ 26 ມີນາ 2022,  ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ຈັດພິທີປາຖະກະຖາເຜີຍແຜ່ບັນດາເອກະສານສຳຄັນຂອງພັກ-ລັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22/03/1955-22/03/2022 ) ແລະ ລະນຶກເຖິງ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ ( 21/03/1946-21/03/2022 ). ເປັນກຽດເປັນປະທານ ແລະ ປາຖະກະຖາໂດຍ ສະ​ຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ​ເລຂາ​ຫນ່ວຍ​ພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້ານັກສຶກສາລາວ ຢູ່ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ ຈຳນວນໜຶ່ງ ລວມທັງໝົດຈຳນວນ 26 ສະຫາຍ ຍິງ 09 ສະຫາຍ.

            

ໃນການກ່າວປາຖະກະຖາ ສະ​ຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ​ເລຂາ​ຫນ່ວຍ​ພັກ, ເອກອັກຄະລັດຖະທູດ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 67 ປີຜ່ານມາ, ທີ່ພັກເຮົາໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ຢ່າງສະຫຼາດສ່ອງໃສ. ພັກເຮົາເວລາໃດກໍ່ຍຶດໝັ້ນລັດທິມາກ-ເລນິນເປັນ, ແນວຄິດປະທານ ໄກສອນ ພົມວິຫານ ພື້ນຖານ ແລະ ຍຶດຖືຫລັກໝັ້ນ ຂອງຊົນຊັ້ນກຳມະກອນຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນ ລະຫວ່າງ ລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫລອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນການຈັດຕັ້ງທາງການເມືອງທີ່ສະຫຼາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕ ປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມິຄວາມສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.

              

ກອງປະຊຸມຍັງໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ, ຮອງເລຂາໜ່ວຍພັກ, ເຊິ່ງໄດ້ຫວນຄືນມູນເຊື້ອປະຫວັດສາດໂດຍຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສະພາບການອັນໂຫດຮ້າຍປ່າເຖື່ອນ ທີ່ພວກທະຫານລ່າເມືອງຂຶ້ນແບບເກົ່າໄດ້ກະທຳຕໍ່ປະຊາຊົນລາວ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ອັນເຮັດໃຫ້ປະຊາຊົນໃນເມືອງທ່າແຂກໄດ້ລົ້ມຕາຍເສຍຊີວິດເຖິງ 3,000 ກວ່າຄົນ. ພ້ອມດຽວກັນນີ້, ສະຫາຍຮອງເລຂາໜ່ວຍພັກ ກໍ່ໄດ້ຍົກໃຫ້ເຫັນບົດບາດການນຳພາຂອງພັກໃນຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເວົ້າລວາມ, ເວົ້າສະເພາະ ແມ່ນຂະບວນການຕໍ່ສູ້ຂອງທະຫານ ແລະ ປະຊາຊົນໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄຳມ່ວນ ໃນການຕໍ່ສູ້ຕ້ານກອງທັບຂອງທະຫານພວກລ່າເມືອຂຶ້ນແບບເກົ່າ ໃນວັນທີ 21 ມີນາ 1946 ຊຶ່ງປະຊາຊົນລາວທັງຊາດໄດ້ຈົດຈຳ ແລະ ຖືເອົາວັນດັ່ງກ່າວນີ້ເປັນ “ວັນຄຽດແຄ້ນຂອງປະຊາຊົນລາວໃນທົ່ວປະເທດ.”

              

ການເຜີຍແຜ່ເຊື່ອມຊຶມມູນເຊື້ອຄືດັ່ງກ່າວນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ປະຫວັດສາດທີ່ສຳຄັນຂອງຊາດ ແລະ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບພາລະກຳທາງປະຫວັດສາດ, ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ, ທັງເປັນການຍົກສູງຄວາມສາມາດນຳພາ, ລັກສະນະນຳໜ້າຂອງພັກ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫລອດໄປ. ພິທີປາຖະກະຖາ ເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນຂອງ ພັກ-ລັດ  ໄດ້ສຳເລັດຢ່າງຈົບງາມ.

           

             

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488546
ມື້ນີ້152
ມື້ວານ191
ອາທິດນີ້908
ເດືອນນີ້1939