ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຣັດເຊຍ ເຂົ້າຮ່ວມກອງປະຊຸມເສດຖະກິດສາກົນ ຄັ້ງທີ 25 ທີ່ ນະຄອນ ເຊັນປີເຕີສະເບີກ

 

2022 6 23 Amb Russia

 

ໃນລະຫວ່າງ ວັນທີ 14-18 ມິຖຸນາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມເສດຖະກິດສາກົນ ທີ່ນະຄອນ ເຊັນປີເຕີສະເບີກ, ສ. ຣັດເຊຍ ຄັ້ງທີ 25, ຊຶ່ງກອງປະຊຸມດັ່ງກ່າວນີ້ ແມ່ນຈັດຂື້ນທຸກໆປີ ແລະ ກໍ່ໄດ້ມີບັນດາທູດປະເທດອາຊຽນ,ອາຊີ, ອາຟຣິກາ ແລະ ອາເມລິກາລາຕິນ, ລວມທັງຜູ້ຕາງຫນ້າຈາກອົງການຈັດຕັ້ງສາກົນ ທີ່ມີສຳນັກງານຕັ້ງຢູ່ໃນ ສະຫະພັນຣັດເຊຍ ກໍ່ໃຫ້ກຽດເຂົ້າຮ່ວມ ເປັນຈຳນວນ 135 ປະເທດ.

 

ເນື້ອໃນກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ວ່າ “ໂອກາດໃໝ່ໃນໂລກໃໝ່” ແລະ ກວມເອົາ 5 ບັນຫາຕົ້ນຕໍຄື: ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SME Forum), ການສົ່ງເສີມສ້າງທຸລະກິດໃໝ່ (Creative Busines Forum),  ຄວາມປອດໄພຈາກຢາເສບຕິດ (Drung Security Forum), ບັນຫາໄວລຸ້ນ (Junior Dialogue Forum) ແລະ ສັບປະດາແຫ່ງການກິລາ(Sport Week), ຊຶ່ງມີຫລາຍກວ່າ 50 ຫົວຂໍ້ຍ່ອຍ ທີ່ທາງຄະນະຈັດຕັ້ງກອງປະຊຸມໄດ້ນໍາມາປຶກສາຫາລື ຢູ່ໃນກອງປະຊຸມຄູ່ຂະໜານ, ໃນນັ້ນ ທ່ານ ທູດເຮົາ ພ້ອມດ້ວຍຄະນະ ກໍ່ໄດ້ເລືອກເຟັ້ນເອົາຫົວຂໍ້ທີ່ສຳຄັນ ແລະ ກ່ຽວພັນກັບຫນ້າວຽກ ຂອງສະຖານທູດເຮົາ ເປັນຕົ້ນແມ່ນ ກອງປະຊຸມພິເສດລະຫວ່າງ ອາຊຽນ-ສະຫະພາບເສດຖະກິດເອີຣົບ-ອາຊີ (ASEAN-EAEU), ຊຶ່ງໄດ້ມີການລົງເລິກດ້ານ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​-ການ​ຄ້າ, ການລົງທຶນເພື່ອການພັດທະນາ ແລະ ຫົວຂໍ້ອື່ນໆ. ໃນມື້ສຸດທ້າຍຂອງກອງປະຊຸມ ທ່ານ ທູດ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປະຖົມມະລຶກ ໂດຍການເປັນປະທານ ຂອງພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ຊຶ່ງມີ ພະນະທ່ານ Kassym-Jomart Tokaev, ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ເຂົ້າຮ່ວມນຳ.

 

ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ ພ້ອມດ້ວຍຄະນະ ກໍ່ຍັງໄດ້ພົບປະສອງຝ່າຍກັບ ຄະນະກຳມາທິການຕ່າງປະເທດ ນະຄອນເຊັນປີເຕີສະເບີກ ເພື່ອສືບຕໍ່ປຶກສາຫາລືກັນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ປະກົດຜົນເປັນຈິງ, ພົບປະກັບຜູ້ອຳນວຍການມະຫາວິທະຍາໄລສ້າງຄູແຫ່ງລັດ ແຫ່ງ ສ. ຣັດເຊຍ ທີ່ມີຊື່ວ່າ: A. I. Herzen ເພື່ອປຶກສາຫາລື ກ່ຽວກັບ ແຜນການຮ່ວມມືກັນ ໃນອະນາຄົດ ແລະ ນອກຈາກນັ້ນ, ທ່ານທູດເຮົາ ຍັງໄດ້ພົບປະກັບບັນດາບໍລິສັດຈຳນວນຫນຶ່ງ ເພື່ອເສີມຂະຫຍາຍການພົວພັນດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488128
ມື້ນີ້75
ມື້ວານ163
ອາທິດນີ້490
ເດືອນນີ້1521