ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຢ້ຽມຢາມ ແລະ ອຳລາ ການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4

  

  

20230914 16 Lao Am To VN 1

20230914 16 Lao Am To VN 2

  

    

ໃນລະຫວ່າງວັນທີ 14-16 ກັນຍາ 2023 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອຳລາການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4.

  

ຕອນເຊົ້າຂອງວັນທີ 15 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ເຂົ້າຢ້ຽມອຳລາ ສະຫາຍຫວໍ ຈ້ອງ ຫາຍ,  ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ່ງ (ເຈົ້າແຂວງ). ໂອກາດນີ້, ສະຫາຍເຈົ້າແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ  ຮຸ່ງບຸນຍວງ ໄລຍະເວລາຜ່ານມາ, ພ້ອມດຽວກັນນັ້ນສະຫາຍຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບເສດຖະກິດສັງຄົມ ແລະ ການພັດທະນາຂອງແຂວງໃນໄລຍະ 9 ເດືອນຜ່ານມາ, ຍົກໃຫ້ເຫັນສະພາບການລົງທຶນ ແລະ ການຮ່ວມມືກັບສາກົນ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ-ລາວເວົ້າລວມ, ເວົ້າສະເພາະແມ່ນແຂວງຮ່າຕິງກັບບັນດາແຂວງຂອງລາວຄື ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ, ໂດຍສະເພາະແມ່ນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ການສ້າງຊັບພະຍາກອນມະນຸດໃຫ້ແກ່ທ້ອງຖິນຂອງລາວ, ປະຈຸບັນແຂວງຮ່າ ຕິ່ງໄດ້ໃຫ້ທຶນຊ່ວຍເຫຼຶອການສຶກສາຂອງລາວ 500 ທຶນ ໃນນັ້ງຍັງມີທຶນສ່ວນຕົວອີກ 300 ທຶນທີ່ມາສຶກສາຢູ່ແຂວງຮ່າຕິ່ງ.

  

ສະຫາຍເຈົ້າແຂວງໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດຂອງສະຫາຍເອກອັກຄະລັດຖະທູດເປັນຕົ້ນແມ່ນການໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ I ຈາກພັກ ແລະ ລັດຖະບານຫວຽດນາມມອບໃຫ້ເປັນການຢັ້ງຢືນເຖິງຜົນງານທີ່ສະຫາຍເອກອັກຄະລັດຖະທູດໄດ້ປະກອບສ່ວນອັນສຳຄັນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນແຂວງຮ່າຕິ່ງ ກັບບັນດາແຂວງຂອງລາວ ເປັນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມະຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ງອກງາມຕະຫຼອດໄປ.

     

  

    

20230914 16 Lao Am To VN 3

20230914 16 Lao Am To VN 4

    

  

ຕອນບ່າຍໃນວັນດຽວກັນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ເຂົ້າຢ້ຽມອໍາລາ ສະຫາຍ ຫງວຽນ ດືກ ຈູງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ເຫງະອານ (ເຈົ້າແຂວງ). ສະຫາຍເຈົ້າແຂວງກໍໄດ້  ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ  ຮຸ່ງບຸນຍວງພ້ອມນີ້ສະຫາຍຍັງໄດ້ແຈ້ງສະພາບການພົວພັນກັບບັນດາແຂວງທ້ອງຖິ່ນຂອງລາວ, ໂດຍສະເພາະການຮ່ວມມືດ້ານກຳລັງປະກອບອາວຸດຕາມຊາຍແດນນັບມື້ດີຂຶ້ີນສະພາບການຄ້າລະຫວ່າງຊາຍແດນກໍພັດທະນາຂຶ້ນເລື້ອຍໆ ໃນປີ 2022 ລາຍຮັບການນຳເຂົ້າສິນຄ້າຂອງແຂວງ ເຫງະ ອານ ກັບບັນດາແຂວງທ້ອງຖິ່ນຂອງລາວບັນລຸໄດ້ 61 ລ້ານ ໂດລາ.  ສະເພາະໃນ 8 ເດືອນຕົ້ນປີ ບັນລຸໄດ້ 67ລ້ານໂດລາ, ວຽກງານການສຶກສາໃນປີ 2022 ແຂວງເຫງະອານໄດ້ໃຫ້ທຶນການສຶກສາບັນດາແຂວງຂອງລາວຈຳນວນ 222 ຄົນ.  ນອກນີ້, ແຂວງເຫງະອານ ເປັນແຂວງທີ່ມີຊາຍແດນຕິດກັບລາວຍາວທີ່ສຸດຂອງຫວຽດນາມຄື 468 ກິໂລແມັດ ໃນນັ້ນມີຊາຍແດນ ແລະ ການຮ່ວມມືພິເສດກັບ 3 ແຂວງຂອງລາວຄື: ແຂວງຫົວພັນ, ແຂວງຊຽງຂວາງ ແລະ ແຂວງບໍລິຄຳໄຊ ນອກຈາກນັ້ນຍັງມີການຮ່ວມມືກັບ 5 ແຂວງຄື: ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ.

    

    

   

20230914 16 Lao Am To VN 5

20230914 16 Lao Am To VN 6

    

  

ຕໍ່ຈາກນັ້ນ, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະກໍຍັງໄດ້ເຂົ້າຢ້ຽມອຳລາ ສະຫາຍ ເລ ຫົງ ເຍີນ,  ຮອງຜູ້ບັນຊາການທະຫານເຂດ 4. ໃນການຕ້ອນຮັບ ສະຫາຍຮອງຜູ້ບັນຊາການທະຫານເຂດ 4 ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ  ຮຸ່ງບຸນຍວງ, ຊຶ່ງໃນໄລຍະຜ່ານມາ ສະຫາຍໄດ້ມີຄວາມພະຍາຍາມ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງລາວ ແລະ ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງກອງທັບ. ພິເສດແມ່ນລະຫວ່າງກອງບັນຊາການທະຫານເຂດ 4 ກັບກອງບັນຊາການທະຫານຂອງບັນດາແຂວງຂອງລາວ ແລະ ປະຊາຊົນບັນດາເຜົ່າຂອງລາວໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

  

ໃນໂອກາດການເຂົ້າພົບການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4 ສະຫາຍແສງເພັດ  ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຖ່ານສະຫາຍອ້າຍນ້ອງໃນຄອບຄົວດຽວກັນຂອງແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4 ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ກໍຄືອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຮ່າຕິ່ງ, ແຂວງເຫງະອານ, ບັນດາກົມກອງທີ່ກ່ຽວຂ້ອງຂອງທະຫານເຂດ 4 ທີ່ໄດ້ໃຫ້ສະໜັບສະໜູນ, ອູ້ສູ້ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ພັກ, ລັດ ແລະ ປະຊາຊົນລາວມອບໝາຍໃຫ້ຈົນປະສົບຜົນສຳເລັດຢ່າງຈົບງາມ. ນອກຈາກນີ້, ສະຫາຍກໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງແຂວງຮ່າຕິ່ງ ແລະ ແຂວງເຫງະອານ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອບັນດາແຂວງທ້ອງຖິ່ນຂອງລາວໃນໄລຍະຜ່ານມາ ເຖິງແມ່ນວ່າສອງແຂວງກໍຍັງມີຄວາມຫຍຸ້ງຍາກຢູ່ກໍຕາມແຕ່ແຂວງກໍຍັງໄດ້ບິແບ່ງການຊ່ວຍເຫຼືອທຶນຮອນໄປຊ່ວຍແກ່ລາວໂດຍສະເພາະການສ້າງພື້ນຖານໂຄງລ່າງ, ການໃຫ້ທຶນການສ້າງຊັບພະຍາ ກອນມະນຸດ, ການສຶກສາໃຫ້ແກ່ບັນດາແຂວງທ້ອງຖິ່ນຂອງລາວ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສອງແຂວງໄດ້ໃຫ້ການຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ, ຊຶ່ງຈາກການຊ່ວຍເຫຼືອດັ່ງກ່າວຈຶ່ງເຮັດໃຫ້ສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ບັນດາແຂວງໄດ້ຮັບການຄວບຄຸມຢູ່ໃນລະດັບທີ່ແນ່ນອນ.  ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ການປະກອບສ່ວນສຳຄັນຂອງທະຫານ ເຂດ 4 ໃນການຊ່ວຍສ້າງເຮັດວຽກງານທຳໃຫ້ແກ່ປະຊາຊົນຢູ່ເຂດຫາງໄກສອກຫຼີກ, ເຮັດໃຫ້ເຂົາເຈົ້າມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ, ປະກອບສ່ວນສຳຄັນເຂົ້າໃນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນຢູ່ບັນດາແຂວງທ້ອງຖິ່ນຂອງລາວ ທີ່ມີການລົງທຶນໂດຍກົງຂອງທະຫານ ເຂດ 4, ຊ່ວຍເຫຼືອກໍ່ສ້າງນາຍທະຫານ ກໍຄືກ້ອນກຳລັງຢູ່ບັນດາກອງບັນຊາແຂວງ, ກອງພົນທີ 1 ແລະ 4 ຂອງລາວ ໃຫ້ນັບມື້ມີຄວາມເຂັ້ມແຂວງ. ພິເສດໃນໂອກາດນີ້, ສະຫາຍເອກອັກຄະລັດຖະທູດຍັງໄດ້ຢືນຢັນຕໍ່ການນໍາແຂວງຮ່າຕິ່ງ, ແຂວງ  ເຫງະອານ ແລະ ທະຫານ ເຂດ 4 ວ່າ: ຕົນເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາ ແລະ ກັບຄືນປະເທດ ຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນແຂວງຮ່າຕິ່ງ, ແຂວງເຫງະອານ ກໍຄືທະຫານເຂດ 4 ແລະ ບັນດາແຂວງແຮກສ່ຽວ, ກອງບັນຊາການບັນດາແຂວງ ຂອງ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487566
ມື້ນີ້6
ມື້ວານ228
ອາທິດນີ້1228
ເດືອນນີ້959