ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມອໍາລາ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ

   

  

  

20230920 Lao Am to VN 10

20230920 Lao Am to VN 11

  

  

ວັນທີ 20 ກັນຍາ 2023 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຫງວຽນ ຟູ່ ຈ້ອງ,  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ,  ເນື່ອງໃນໂອກາດສະຫາຍຈະຈົບວາລະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

  

​​ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຝາກຄຳຢື້ຢາມຖາມຂ່າວຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ  ສີສຸລິດມາຍັງ ສະຫາຍ ຫງວຽນ ຟູ່ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກກອມມູນິດຫວຽດນາມ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກຊ່ວຍເຫຼືອ ແລະ ສະໜັບສະໜູນຕະຫຼອດໄລຍະ ການປະຕິບັດໜ້າທີ່ ເອກອັກຄະລັດຖະທູດ ຢູ່ ສສ ຫວຽດນາມ ໂດຍສຳເລັດຢ່າງຈົບງາມ. ນອກນີ້, ສະຫາຍ ກໍໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍຄ່ຽງບ່າຄ່ຽງໄຫຼ່ ແລະ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ພັກ, ລັດ ແລະ ປະຊາຊົນລາວຕະຫຼອດມາ. ພ້ອມດຽວກັນນັ້ນສະຫາຍຍັງໄດ້ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນທີ່ມີລັກສະນະພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.

  

ໂອກາດ​ນີ້, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ່ ຈ້ອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວການທູດຂອງສະຫາຍແສງເພັດ  ຮຸ່ງບຸນຍວງ ຢູ່ ສສ ຫວຽດນາມ. ຕະຫຼອດໄລຍະ 4 ປີທີ່ສະຫາຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຢູ່ຫວຽດນາມເປັນໄລຍະທີ່ສະພາບການຂອງໂລກ, ພາກພື້ນ ແລະ ຢູ່ຫວຽດນາມມີຄວາມຫຍຸ້ງຍາກ ໂດຍສະເພາະການລະບາດພະຍາດໂຄວິດ 19, ແຕ່ສະຫາຍກໍໄດ້ເຄື່ອນໄຫວປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິນຂອງຫວຽດນາມ ແລະ ລາວ ຈັດຕັ້ງປະຕິບັດບັນດາແຜນການແຜນງານຮ່ວມມືລະຫວ່າງ 2 ພັກ, 2 ປະເທດຢ່າງມີປະສິດທິຜົນ. ການພົວພັນແບບພິເສດຫວຽດນາມ-ລາວຖານສະຫາຍອ້າຍນ້ອງຄີງໜຶ່ງບໍ່ມີສອງໃນໂລກນີ້ໄດ້ຮັບການເສີມຂະຫຍາຍນັບມື້ເຂົ້າສູ່ລວງເລີກ ແລະ ລວງກວ້າງ, ຈາກຜົນງານອັນໂດດເດັ່ນດັ່ງກ່າວພັກ ແລະ ລັດຖະບານຫວຽດນາມຈຶ່ງປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ສະຫາຍ ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະຍາດໄດ້ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກປະຊາຊົນປະຕິວັດລາວວາງອອກ, ພ້ອມທັງຝາກຄຳຢື້ຢາມຖາມຂ່າວ ໄປຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ແລະ  ບັນດາສະຫາຍການນຳ, ອະດີດການນຳຂອງພັກປະຊາຊົນປະຕິວັດລາວ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487404
ມື້ນີ້72
ມື້ວານ167
ອາທິດນີ້1066
ເດືອນນີ້797