ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາແຂວງ ດາວາວ, ປະເທດ ຟິລິບປິນ ມອບເຄື່ອງຄອມພິວເຕີໃຫ້ແກ່ສະຖານເອກອັກຄະລັດຖະທູດລາວ ທີ່ ມະນີລາ

   

  

20231009 Lao Em To PLP 1

20231009 Lao Em To PLP 3

  

  

ເພື່ອເປັນການປະກອບສ່ວນຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນການທູດລາວ ຄົບຮອບ 78 ປີ ໃນວັນທີ 12 ຕຸລາ 2023 ທີ່ຈະມາເຖິງນີ້. ໃນວັນທີ 9 ຕຸລາ 2023, ທີ່ ສຳນັກງານສະຖານເອກອັກຄະລັດຖະທູດລາວ ທີ່ ມະນີລາ, ທ່ານ ໂຈເຊບ ກູ ຊີ (Joseph  Cue Sy), ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາ ແຂວງດາວາວ, ປະເທດ ຟິລິບປິນ ໄດ້ນໍາເອົາເຄື່ອງຄອມພິວເຕີໂນດບຸກ ຈຳນວນ 04 ເຄື່ອງ, ຄອມພິວເຕີຕັ້ງໂຕະ ແລະ ພຣິນເຕີ 01 ຊຸດ ຫຍີ່ຫໍ້ Lenovo, ແທບເລັດ ( ຫຍີ່ຫໍ້ iPad Pro ) 01 ເຄື່ອງ ມາມອບໃຫ້ແກ່ສະຖານເອກອັກຄະລັດຖະທູດລາວ ທີ່ ມະນີລາ, ຮັບໂດຍ ທ່ານ ສອນໄຊ ວັນນະໄຊ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ  ປະຈຳ ຟິລິບປິນ ແລະ ເປັນສັກຂີພິຍານຂອງພະນັກງານສະຖານທູດ, ເພື່ອເປັນການປະກອບສ່ວນໃຫ້ວຽກງານຂອງສະຖານທູດ ມີຄວາມສະດວກຍິງຂຶ້ນ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການເປັນເສນາທິການໃຫ້ກັບກະຊວງໃຫ້ທັນເວລາ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ລວມມູນຄ່າ 410.000 ເປໂຊ ( ສີ່ແສນສິບພັນເປໂຊ ) ສະກຸນເງິນ ຟິລິບປິນ ຫລື ປະມານ 161.000.000 ກີບ ( ໜຶ່ງຮ້ອຍຫົກສິບເອັດລ້ານກີບ ).

         

ໃນໂອກາດດັ່ງກ່າວນີ້, ທ່ານ ສອນໄຊ ວັນນະໄຊ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຟິລິບປິນ ໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນຂອງ ທ່ານ ໂຈເຊບ ກູ ຊີ, ກົງສູນກິດຕິມະສັກລາວ ທີ່ໄດ້ນຳເອົາເຄື່ອງຄອມພິວເຕີມາມອບໃຫ້ແກ່ສະຖານເອກອັກຄະລັດຖະທູດໃນຄັ້ງນີ້, ເຊິ່ງເຄື່ອງອຸປະກອນດັ່ງກ່າວຈະຊ່ວຍເຮັດໃຫ້ວຽກງານຂອງສະຖານທູດ ມີຄວາມສະດວກວ່ອງໄວຍິ່ງຂຶ້ນ. ພ້ອມດຽວກັນນີ້, ກໍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະກອບສ່ວນຢ່າງຫ້າວຫັນຂອງ ທ່ານ ໂຈເຊບ ກູ ຊີ, ກົງສູນກິດຕິມະສັກລາວ ໃນໄລຍະຜ່ານມາເປັນຕົ້ນ ການຈັດກິດຈະກຳກິລາກອຟ, ການໂຄສະນາໃຫ້ພາກປະຊາຊົນ ແລະ ທຸລະກິດ ຟິລິບປິນ ໄດ້ຮູ້ຈັກ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ ເພື່ອຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ຟິລິບປິນ ໃຫ້ມີການແລກປ່ຽນພົບປະ ແລະ ລົງທຶນຢູ່ ສປປ ລາວ ໃນຂະແໜງການຕ່າງໆ ແລະ ມາທ່ອງທ່ຽວຢູ່ລາວໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ 2024.

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487390
ມື້ນີ້58
ມື້ວານ167
ອາທິດນີ້1052
ເດືອນນີ້783