ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ແບກແລງ ຮ່ວມກັບ ກະຊວງການຕ່າງປະເທດເຢຍລະມັນ ແຂ່ງຂັນກິລາຕີດອກປີກໄກ່ມິດຕະພາບ

 

Lao Em Germany 25 10 233

Lao Em Germany 25 10 23 2

 

ໃນຕອນບ່າຍ ຂອງ ວັນທີ 20 ຕຸລາ 2023, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແບກແລງ ໄດ້ຮ່ວມກັບ ກົມອາຊີ, ກະຊວງການຕ່າງປະເທດ ເຢຍລະມັນ ຈັດການແຂ່ງຂັນກິລາຕີດອກປີກໄກ່ມິດຕະພາບຂື້ນ ຢູ່ ສະໂມສອນ Sportforum Kleinmachnow, ທີ່ ນະຄອນຫລວງ ແບກແລງ, ສ.ເຢຍລະມັນ, ຊຶ່ງເປັນໜຶ່ງໃນກິດຈະກຳ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ 60 ປີ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ເຢຍລະມັນ ໂດຍມີຜູ້ເຂົ້າຮ່ວມຈາກຝ່າຍລາວ ນໍາໂດຍ ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ພະນັກງານສະຖານທູດ ພ້ອມດ້ວຍສະມາຊິກຄອບຄົວ, ນັກສຶກສາລາວ ແລະ ຄະນະສະມາຄົມຄົນເຊື້ອຊາດລາວ ທີ່ ແບກແລງ ຈຳນວນໜຶ່ງ ໄດ້ເຂົ້າຮ່ວມຫລິ້ນ, ຊົມ ແລະ ເຊຍ. ຝ່າຍເຢຍລະມັນ ນໍາໂດຍ ທ່ານ ດຣ. Jan Freigang, ຫົວໜ້າພະແນກ ອາຊີຕາເວັນອອກສຽງໃຕ້ ແລະ ອາຊຽນ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ເຂົ້າຮ່ວມ.

 ກ່ອນເປີດການແຂ່ງຂັນ, ທ່ານ ທູດ ໄມບົວ ໄຊຍະວົງ ແລະ ທ່ານ ດຣ. Jan Freigang ໄດ້ມີຄຳເຫັນຕໍ່ການຈັດກິລາຕີດອກປີກໄກ່ມິດຕະພາບດັ່ງກ່າວ ໂດຍ ທ່ານ ເອກອັກຄະລັດຖະທູດ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີມີມູນເຊື້ອມາແຕ່ດົນນານ, ການແລກ ປ່ຽນຢ້ຽມຢາມ, ການພົບປະສອງຝ່າຍຂອງການນໍາຂັ້ນສູງ ແລະ ສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ-ລາວ, ພ້ອມກັນບັ້ນ ກໍໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ ລັດ ຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນຫລາຍຂົງເຂດຂະແໜງການ ເຊັ່ນ: ການພັດ​ທະ​ນາ​ຊົນ​ນະ​ບົດ, ກໍ່ສ້າງໂຄງ​ລ່າງ​ພື້ນ​ຖານ, ອາຊີວະສຶກສາ, ອະນຸລັກສິ່ງແວດລ້ອມ, ພັດທະນາເສດຖະກິດແບບຍືນຍົງ, ສົ່ງເສີມ​ພາກທຸລະກິດ-ເອກະຊົນ ແລະ ອື່ນໆ, ຊຶ່ງການຊ່ວຍເຫລືອດັ່ງກ່າວ ນັບແຕ່ປີ 1996 ມາເຖິງປັດຈຸບັນ ລວມມູນຄ່າ​ຫຼາຍກວ່າ 571 ລ້ານເອີໂຣ  ແລະ ຍັງໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຈະສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ໂດຍສະເພາະ ໃນຂະແໜງເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນຊຸມປີຕໍ່ໜ້າ.

 

ສ່ວນ ດຣ. Jan Freigang ໄດ້ສະແດງຄວາມຊົມເຊີຍ ຕໍ່ ການຈັດກິດຈະກຳກິລາມິດຕະພາບສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄັ້ງນີ້, ຊຶ່ງເປັນນິມິດໝາຍສໍາຄັນໃຫ້ແກ່ການຮ່ວມມືສອງຝ່າຍຕະຫລອດໄລຍະ 65 ປີຜ່ານມາ. ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ເຢຍລະມັນ-ລາວ ແມ່ນຢູ່ໃນລະດັບດີ ເປັນຕົ້ນ ທາງດ້ານການເມືອງ, ການທູດ, ການພັດທະນາເສດຖະກິດ-ສັງຄົມ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ.​ ການຈັດກິລາມິດຕະພາບຮ່ວມກັນໃນຄັ້ງນີ້ ແມ່ນເປັນແນວຄວາມຄິດທີ່ດີ ເພື່ອສ້າງຄວາມໃກ້ຊິດ ແລະ ຄວາມເຂົ້າອົກເຂົ້າ ໃຈ ລະຫວ່າງ ພະນັກງານສະຖານທູດລາວ ແລະ ພະນັກງານຂອງກະຊວງການຕ່າງປະເທດ ເຢຍລະມັນ ໃຫ້ແໜ້ນແຟ້ນຂື້ນຕື່ມ. ພ້ອມດຽວກັນ ດຣ. Jan Freigang ຍັງໄດ້ຢືນຢັນຈະສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ ໃຫ້ມີໝາກຜົນຫລາຍຂື້ນກວ່າເກົ່າ ບໍ່ວ່າຈະໃນກອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ໃນຂອບ ອາຊຽນ, ຊຶງ ເຢຍລະມັນ ເປັນຄູ່ເຈລະຈາທີ່ສຳຄັນຂອງອາຊຽນ ແລະ ມີຄວາມຍິນດີຈະໃຫ້ການສະໜັບສະໜູນ ແລະ ຮ່ວມມື ກັບ ສປປ ລາວ ໃນການເຮັດໜ້າທີ່ເປັນປະທານໝູນວຽນ ອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

 

ພາຍຫລັງ ສຳເລັດການແຂ່ງຂັນ, ທ່ານ ທູດ ໄມບົວ ໄຊຍະວົງ ແລະ ທ່ານ ດຣ. Jan Freigang ໄດ້ມອບຂັນລາງວັນໃຫ້ແກ່ທີມກິລາ ທີ່ຊະນະເລີດການແຂ່ງຂັນ ໄດ້ທີ 1 ແລະ ທີ 2 ແລະ ຫຼັງຈາກນັ້ນ ທັງສອງຝ່າຍ ໄດ້ເຂົ້າຮ່ວມພາເຂົ້າສາມັກຄີ ເພື່ອຊົມເຊີຍຜົນສຳເລັດ ແລະ ວັນທີ່ມີຄວາມໝາຍສຳຄັນ ຂອງສອງປະເທດຄັ້ງນີ້ ດ້ວຍບັນຍາກາດ ແຫ່ງ ມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນແລະກັນ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487384
ມື້ນີ້52
ມື້ວານ167
ອາທິດນີ້1046
ເດືອນນີ້777