ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເວທີແລກປ່ຽນໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດ ໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສ້າງໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (8 ພະຈິກ 2023)

     

  

20231106 ECO Dept 1

  

   

ໃນວັນທີ 6 ພະຈິກ 2023, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເວທີແລກປ່ຽນໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສ້າງໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (The forum on Post-Covid-19 Economic Recoveries through Bio-Circular-Green Economic Model of Mekong-Lancang Cooperation and Build Green Belt and Road Initiative) ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

  

  

  

20231106 ECO Dept 2

20231106 ECO Dept 3

   

ກອງປະຊຸມແລກປ່ຽນຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການພາຍໃນ ແລະ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ) ຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ແມ່ນເພືື່ອພົບປະ, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງການຮ່ວມມືພາກພື້ນ ແລະ ສາກົນ ໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍຮູບແບບເສດຖະກິດໝູນວຽນສີຂຽວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດທາງຍືນຍົງ ແລະ ສີຂຽວ ໂດຍສະເພາະການປະເມີນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດສີຂຽວ ແຫ່ງຊາດ,​ ການອະນຸລັກ ແລະ ການນຳໃຊ້ປະໂຫຍດຈາກພືດແບບຍືນຍົງ. ພ້ອມດຽວກັນ, ຍັງເປັນການເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ພັບປະ ແລະ ລະດົມແນວຄວາມຄິດໃນການຍົກລະດັບການຈັດຕັ້ງຜັນຂະຫຍາຍນະໂຍບາຍຮູບແບບເສດຖະກິດໝູນວຽນສີຂຽວໃຫ້ມີປະສິດຕິພາບ ໂດຍແນໃສ່ການປັບປຸງນິຕິກຳ ແລະ ການປະຕິບັດຕົວຈິງ ໃຫ້ສອດຄ່ອງກັນ ແລະ ທຸກຂະແໜງການກ່ຽວຂ້ອງຕ້ອງສາມາດເຊື່ອມສານເຂົ້າກັນໄດ້ເປັນຢ່າງດີ ເພື່ອຟື້ນຟູສະພາບເສດຖະກິດທີ່ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກໃນປັດຈຸບັນ; ພ້ອມດຽວກັນ, ກໍສະເໜີໃຫ້ຍົກລະດັບຖານຂ້ໍມູນກ່ຽວກັບໃຫ້ຖືກຕ້ອງ ແລະ ທັນການ.

  

  

  

20231106 ECO Dept 4

       

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື            ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍສະເພາະ ສິ່ງທ້າທາຍ ແລະ ກາລະໂອກາດ ໃນໄລຍະທີ່ພາກພື້ນ ແລະ ສາກົນ ປະເຊີນໜ້າກັບສິ່ງທ້າທາຍດ້ານເສດຖະກິດ, ແຕ່ຄ່ຽງຄູ່ກັບບັນຫາສິ່ງທ້າທາຍຕ່າງໆນັ້ນ ການຮ່ວມມືພາກພື້ນ ແລະ ສາກົນ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດ ເປັນຕົ້ນແມ່ນ ການຊຸກຍູ້ຜະລິດຕະພັນກະສິກຳລາວເຂົ້າໃນຂະແໜງການທ່ອງທ່ຽວ ຫຼື ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ການສ້າງມາດຕະຖານໃຫ້ແກ່ຜະລິດຕະພັນ, ການຫັນເປັນກະສິກຳທັນສະໄຫມເຂົ້າທຸລະກິດທ່ອງທ່ຽວສີຂຽວ, ການນຳໃຊ້ພະລັງງານສະອາດເຂົ້າໃນການຜະລິດ, ການຊຸກຍູ້ໃຫ້ປະຊາຊົນໃນທ້ອງຖິ່ນໃຫ້ມີສ່ວນຮ່ວມໃນບັນດາແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດຂອງ ສປປ ລາວ ເພື່ອສ້າງລາຍຮັບ ແລະ ຊຸກຍູ້ໃຫ້ປະຊາຊົນໃນພື້ນທີ່ດັ່ງກ່າວມີວຽກເຮັດງານທຳ. ນອກຈາກນີ້, ກອງປະຊຸມສຳມະນາ ຍັງໄດ້ແລກປ່ຽນກ່ຽວກັບທິດທາງຈຸດສຸມໃນການຮ່ວມມືພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢ່າງມີປະສິດທິຜົນໃນອານາຄົດ.

   

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487405
ມື້ນີ້73
ມື້ວານ167
ອາທິດນີ້1067
ເດືອນນີ້798