ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ກ່ຽວກັບ ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ

 

2030 12030 2

 

ວັນທີ 9 ມັງກອນ 2023, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ຫົວໜ້າກອງເລຂາ ປພຍ ແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ມາຕິນ ເທີເຣີ, ຮັກສາການຊົ່ວຄາວ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວ ປະກອບມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ບັນດາສະຖານທູດ, ອົງການເຄືອຂ່າຍ ສປຊ, ຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊິຟິກ ທີ່ ບາງກອກ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງສັງຄົມ ແລະ ພາກເອກະຊົນ ຫຼາຍກວ່າ 80 ທ່ານ.

 

ກອງປະຊຸມຄັ້ງນີ້ ແນໃສ່ສ້າງຄວາມຮັບຮູ້ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນ ພາກລັດ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ໂດຍການແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ແນວຄວາມຄິດ ແລະ ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ ນັບຕັ້ງແຕ່ໄລຍະນີ້ໄປຈົນເຖິງເດືອນກໍລະກົດ 2024. ກອງປະຊຸມ ໄດ້ຮັບຟັງການນໍາສະເໜີກ່ຽວກັບ ຄວາມເປັນມາ, ຂອບເຂດ ແລະ ຂັ້ນຕອນ ລວມເຖິງ ຮູບແບບ ແລະ ໂຄງປະກອບຂອງຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ ທີ່ຈະໄດ້ສຸມໃສ່ທົບທວນຄວາມຄືບໜ້າ ໃນຮູບແບບວິເຄາະ-ວິໄຈທ່າອ່ຽງ (Trend Analysis) ແລະ ວິເຄະ-ວິໄຈແບບລົງເລິກ (Track Analysis).

 

ໃນພາກເປີດກອງປະຊຸມ, ທ່ານ ດາວວີ ວົງໄຊ ແຈ້ງໃຫ້ທີ່ປະຊຸມຊາບວ່າ  ມາຮອດໄລຍະເຄິ່ງສະໄໝຂອງ ວາລະ 2030, ສະພາບການຈັດຕັ້ງປະຕິບັດ ປພຍ ຢູ່ໃນໂລກ ທີ່ຍັງມີສິ່ງທ້າທາຍຫຼາຍດ້ານ ໂດຍລວມແລ້ວ ມີພຽງແຕ່ 15 ສ່ວນຮ້ອຍຂອງເປົ້າໝາຍທັງໝົດເທົ່ານັ້ນ ທີ່ມີທ່ວງທ່າຈະບັນລຸໄດ້ ໃນສະພາບຄືປັດຈຸບັນ. ບັນດາປະເທດໃນທົ່ວໂລກ ລວມທັງ ສປປ ລາວ ໄດ້ຮຽກຮ້ອງໃຫ້ເພີ່ມການສະໜັບສະໜູນດ້ານທຶນຮອນໃຫ້ຫຼາຍຂຶ້ນ ເຊິ່ງສອດຄ່ອງກັບຂໍ້ລິເລີ່ມ ຂອງ ເລຂາທິການໃຫຍ່ ສປຊ ໃນການສ້າງແຜນງານສະໜັບສະໜູນ ປພຍ (SDG Stimulus) ເພື່ອຊ່ວຍລະດົມທຶນໃຫ້ໄດ້ຈໍານວນ 500 ຕື້ໂດລາສະຫະລັດຕໍ່ປີ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ບັນດາແຜນພັດທະນາຕ່າງໆຂອງສາກົນ. ພ້ອມກັນນີ້, ທ່ານ ນາງ ມາຕິນ ເທີເຣີ ກໍໄດ້ແຈ້ງຕໍ່ກອງປະຊຸມຊາບ ກ່ຽວກັບ 6 ວຽກງານຫຼັກ ທີ່ຈະຊ່ວຍເລັ່ງການຈັດຕັ້ງປະຕິບັດ ປພຍ ຄື: (1) ການປັບປຸງລະບົບສະບຽງອາຫານ; (2) ການເຂົ້າເຖິງພະລັງງານ; (3) ການເຊື່ອມຈອດທາງດ້ານດິຈິຕອນ; (4) ການປັບປຸງຄຸນນະພາບຂອງລະບົບການສຶກສາ; (5) ການສົ່ງເສີມວຽກເຮັດງານທໍາທີ່ດີ ແລະ ລະບົບປະກັນສັງຄົມ; ແລະ (6) ການຄຸ້ມຄອງບັນຫາການປ່ຽນແປງດິນຟ້າອາກາດ, ມົນລະພິດ ແລະ ການສູນເສຍຊີວະນາໆພັນ.

 

ສໍາລັບ ສປປ ລາວ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດ ປພຍ ຢ່າງຕັ້ງໜ້າໃນໄລຍະຜ່ານມາ ໂດຍຜ່ານການເຊື່ອມສານເຂົ້າໃນບັນດາບຸລິມະສິດ ແລະ ແຜນງານດ້ານການພັດທະນາແຫ່ງຊາດ ແລະ ຂະແໜງການຕ່າງໆ. ໃນນັ້ນ, ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ເຊິ່ງກົງກັບໄລຍະທົບທວນກາງສະໄໝການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຈຶ່ງຖືເປັນກາລະໂອກາດທີ່ສໍາຄັນ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນລະດັບປະເທດ ກ່ຽວກັບ ການຈັດຕັ້ງປະຕິບັດວາລະ 2030 ຢູ່ ສປປ ລາວ ໂດຍສະເພາະແມ່ນບັນດາຜົນສໍາເລັດ, ຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນດ້ານຕ່າງໆ ລວມໄປເຖິງຄວາມຮຽກຮ້ອງຕ້ອງການສະໜັບສະໜູນ ທີ່ຈະປະກອບສ່ວນເຂົ້າໃນການບັນລຸ ປພຍ ໃຫ້ໄດ້ຕາມກໍານົດໝາຍ. ສິ່ງທີ່ສໍາຄັນແມ່ນ ຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ຕ້ອງດໍາເນີນບົນພື້ນຖານຄວາມເປັນເຈົ້າການຂອງພາກລັດ ຄຽງຄູ່ກັບການມີສ່ວນຮ່ວມຈາກຫຼາຍພາກສ່ວນໃນສັງຄົມ.

 

ກອງປະຊຸມຄັ້ງນີ້ ເປັນສ່ວນໜຶ່ງຂອງອີກຫຼາຍໆກອງປະຊຸມທີ່ຈະດໍາເນີນໃນໄລຍະຕໍ່ໜ້າ ເພື່ອສືບຕໍ່ຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ພ້ອມທັງເປັນເວທີໜຶ່ງ ໃນການສົ່ງເສີມ, ເປີດກວ້າງ ແລະ ດຶງດູດການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສອດຄ່ອງຕາມຫຼັກການ ແລະ ຂໍ້ແນະນໍາຂອງສາກົນ ສໍາລັບຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ. ຜົນຂອງກອງປະຊຸມ ຈະປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ ໂດຍສະເພາະເປັນພື້ນຖານ ແລະ ແນວທາງ ໃນການລະດົມຂົນຂວາຍການສະໜັບສະໜັບຈາກທຸກພາກສ່ວນ ທັງພາຍໃນ ແລະ ສາກົນ ເຂົ້າໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະທີ່ເຫຼືອຕໍ່ໜ້າ. ກອງປະຊຸມ ໄດ້ຈັດຂຶ້ນໂດຍທຶນສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486969
ມື້ນີ້205
ມື້ວານ157
ອາທິດນີ້631
ເດືອນນີ້362