ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາບັນດິດສູນກາງພັກກອມມູນິດຫວຽດນາມ

 

20240118 LaoAmb HeadofVNPolInstitute 01

 

ໃນໂອ​ກາດ​ດຳ​ລົງ​ຕໍາ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ, ຕອນແລງຂອງ ວັນທີ 18 ມັງ​ກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມ​ຄະ​ນະຜູ້ແທນ ສະຖານເອກອັກຄະລັດຖະທູດລາວ ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ​ ແລະ ສະ​ເໜີ​ຕົວ​ຕໍ່ ສະ​ຫາຍ  ສຈ, ປອ ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສະພາທິດສະດີ ສູນກາງພັກກອມ​ມູ​ນິດ​ຫວຽດ​ນາມ ​ໂດຍ​ສະ​ຫາຍ​ໄດ້​ນຳ​ເອົາ​ຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນ​ອັນ​ປະ​ເສີດຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ຮສຈ, ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຖິງ ສະຫາຍ ສຈ, ປອ ຫງວຽນ ຊວັນ ຖັງ ພ້ອມຄະນະ ເນື່ອງໃນໂອກາດ ປີໃໝ່ສາກົນ ທີ່​ຜ່ານ​ພົ້ນ​ໄປ ແລະ ບຸນປີໃໝ່ປະຈຳຊາດຫວຽດນາມຈະໝູນ​ວຽກມາເຖິງໃນ​ມໍ່ໆ​ນີ້.

 

20240118 LaoAmb HeadofVNPolInstitute 02

 

ໂອກາດນິ້, ສະຫາຍ ນາງ ຄໍາ​ເພົາ ເອີນ​ທະ​ວັນ ​ໄດ້​​ສະ​ແດງ​ຄວາມ​ຂອບ​ໃຈສະ​ຫາຍ ສຈ, ປອ ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສະພາ ທິດສະດີ ສູນກາງພັກກອມ​ມູ​ນິດ​ຫວຽດ​ນາມ ​​ທີ່​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​​.  ສະຫາຍ ສະ​ແດງ​ຄວາມປິ​ຕິຍິນ​ດີ​ຕໍ່​ຜົນ​ສຳ​ເລັດໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຕະຫຼອດໄລຍະຜ່ານມາ ເຊິ່ງນຳໂດຍ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ທີ່ເຕັມໄປດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຢ່າງຫຼວງຫຼາຍ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ໄດ້ຮັບການພັດທະນາຮອບດ້ານຢ່າງວ່ອງໄວ ແລະ ກ້າວກະໂດດ, ການແກ້ໄຂຄວາມຫຍຸ້ງຍາກ​ຈາກຜົນກະທົບ​ຂອງ ໂຄວິດ-19 ໄດ້ຢ່າງວ່ອງໄວ, ເຮັດໃຫ້ເສດຖະກິດສືບ​ຕໍ່​ຂະ​ຫຍາຍ​ຕົວ, ຊີວິດການເປັນຢູ່ ຂອງປະຊາຊົນນັບ​ມື້ດີຂື້ນຢ່າງຈະແຈ້ງ, ອິດທິພົນ, ບົດບາດ, ຊື່ສຽງຂອງຫວຽດນາມ ກໍພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ. ເຊື່ອ​ໝັ້ນ​ວ່າ: ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ  ຫວຽດນາມຈະ ສາມາດເຮັດ​ສຳ​ເລັດໜ້າ​ທີ່​ການ​ເມືອງ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ ​ໄລ​ຍະ 5 ປີ (2021-2026) ກໍຄືວິໄສທັດ ຮອດປີ 2030 ໃນໂອກາດສະ​ເຫຼີມ​ສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ​ຄົບ​ຮອບ 100 ປີ ແລະ ວັນສະຖາປະນາປະເທດຊາດຫວຽດນາມ ຄົບຮອບ 100 ປີ ໃຫ້ກາຍເປັນປະເທດ ທີ່ພັດທະນາ ແລະ ມີລາຍຮັບສູງຢ່າງຈົບງາມ. ພ້ອມນີ້, ສະ​ຫາຍຍັງໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືລະ​ຫວ່າງສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງ ສະຖາບັນການ​ເມືອງ​ແຫ່ງ​ຊາດໂຮ່​ຈີ​ມິນຂອງ​ຫວຽດ​ນາມ ກັບ ສະ​ຖານ​ບັນການເມືອງ ແລະ ການປົກຄອງແຫ່ງຊາດຂອງ​ລາວ ຊຶ່ງຍາມໃດກໍໄດ້ໃຫ້ຄວາມສຳຄັນຕໍ່ການກໍ່ສ້າງບຸກຄະລາກອນຂອງສອງພັກ, ສອງລັດຢ່າງເປັນປົກກະຕິເປັນຕົ້ນແມ່ນ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ເປີດຊຸດບຳລຸງ ກໍ່ສ້າງວິຊາສະເພາະ ທັງໄລຍະສັ້ນ ແລະ ໄລຍະຍາວ, ບຳລຸງທິດສະດີການເມືອງໃຫ້ແກ່ບັນດາການນຳ,​ ກໍ່ສ້າງຄູສອນທິດສະດີການເມືອງ, ຫຼັກສູດຕ່າງໆໃຫ້ແກ່ສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດຂອງ​ລາວ. ສອງອົງການໄດ້ມີການແລກປ່ຽນຄະນະຜູ້ແທນ ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ, ແລກປ່ຽນບົດຮຽນ, ຂໍ້​ມູນຂ່າວສານ ກໍຄືສະໜອງວາລະສານ, ປື້ມເອກະສານ, ຫຼັກສູດກາ​ນ​ຮຽນ-ການ​ສອນ, ບົດຄົ້ນຄວ້າ, ວິທະຍານິພົນ ແລະ ປື້ມອື່ນໆເປັນປົກກະຕິ.

 

ສະຫາຍ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້​ບຸນ​ຄຸນ ແລະ ຂອບໃຈຢ່າງ​ຈິງ​ໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ ຊຶ່ງ​ເປັນ​ການ​​ສະ​ແດງ​ເຖິງ​ນ້ຳ​ໃຈ ຄວາມ​ສາ​ມັກ​ຄີ​ພິ​ເສດ ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາ​ວ-ຫວຽດ​ນາມ ຊຶ່ງ​ມີ​ໜຶ່ງ​ບໍ່​ມີ​ສອງໃນ​ໂລກ.

 

ສະ​ຫາຍ ສຈ,ປອ ຫງວຽນ ຊວັນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈິມິນ, ປະທານສະພາທິດສະດີ ສູນກາງພັກກອມ​ມູ​ນິດ​ຫວຽດ​ນາມໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງ​ຄວາມ​ຊົມເຊີຍຕໍ່ການມາ​ປະ​ຕິ​ບັດ​ໜ້າ​ທີ່​ ດຳ​ລົງ​ຕຳ​ແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ປະຈໍາ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມຫວຽດນາມ ຂອງ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ. ສະຫາຍໄດ້​ສະແດງ ຄວາມດີໃຈທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍ​ພົວ​ພັນມິດຕະພາບ ​ລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວ ເຂົ້າສູ່ລວງເລິກ ປະກົດຜົນເປັນຈິງ ມີປະສິດທິຜົນສູງ​ຂຶ້ນໃນຫຼາຍຂົງເຂດ ເປັນຕົ້ນແມ່ນຂົງເຂດການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານ. ສຳລັບການພົວພັນຮ່ວມມືລະ​ຫວ່າງ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ​ຂອງ​ຫວຽດ​ນາມ ກັບ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ​ຂອງ​ລາວ ​ໃນ​ໄລ​ຍະຜ່ານມາ​ສອງ​ຝ່າຍ​ກໍໄດ້ມີຫຼາຍບົດບັນທຶກຮ່ວມມື, ແລກປ່ຽນບົດຮຽນເຊິ່ງ​ກັນ​ແລະ​ກັນ ທັງດ້ານທິດສະດີ ແລະ ພຶດຕິກຳ ຕົວຈິງມາໂດຍຕະຫຼອດ. ສະຫາຍ ສຈ,ປອ ຫງວຽນ ຊວັນ ຖັງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມ​ຮູ້ ​ຄວາມ​ສາ​ມາດ ແລະ ປະ​ສົບ​ປະ​ການໃນ​ວຽກງານການທູດຂອງ ສະຫາຍ ເອກອັກຄະລັດຖະທູດຄົນ​ໃໝ່​ປະ​ຈຳ​ຫວຽດ​ນາມ ຈະສືບ​ຕໍ່ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວພັນມິດຕະພາບ ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ.

 

*****************************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486990
ມື້ນີ້16
ມື້ວານ210
ອາທິດນີ້652
ເດືອນນີ້383