ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ທີ່ໂຮງຮຽນນາຍທະຫານການເມືອງ ແລະ ວິທະຍາຄານເຕັກນິກການທະຫານ ໃນນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

 

 20240120 ArmyDay Hanoi 03

 

ພິ​ທີ​ປາ​ຖະ​ກະ​ຖາເນື່ອງ​ໃນ​ໂອ​ກາດວັນ​ສ້າ​ງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ 75 ປີ ( 20 ມັງ​ກອນ 1949 - 20 ມັງ​ກອນ 2024 ) ໄດ້​ຈັດ​ຂຶ້ນ​ໃນຕອນເຊົ້າຂອງ ວັນທີ 20 ແລະ 21 ມັງ​ກອນ 2024 ທີ່​ໂຮງ​ຮຽນ​ນາຍ​ທະ​ຫານ​ການ​ເມືອງ ​ແລະ ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ໃນນະ​ຄອນຫຼວງ​ຮ່າ​ໂນ້ຍ, ສ​ສ ຫວຽດ​ນາມ ໂດຍ​ມີ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກ ຄະລັດຖະທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າ​ຮ່ວມ ແລະ ໃຫ້​ກຽດ ເລົ່າຄືນ​ມູນ​ເຊື້ອແຫ່ງ​ການ​ກຳ​ເນີດ ແລະ ​ເຕີບ​ໃຫຍ່​​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ ພາຍ​ໃຕ້​ການ​ນຳ​ພາອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ. ເຂົ້າ​ຮ່ວມ​ຮັບ​ຟັງ​ໃນການປາ​ຖະ​ກະ​ຖາ ເລົ່າ​ມູນ​ເຊື້ອ​ໃນ​ຄັ້ງນີ້ ມີ​​ນັກ​ສຶກ​ສາ​ລາວ​ທີ່​ກຳ​ລັງ ສຶກ​ສາ, ​ຄົ້​ນ​ຄວ້າ, ຮ່ຳ​ຮຽນຈາກ 17 ​ສະ​ຖາ​ບັນ​ການ​ສຶກ​ສາກອງ​ທັບ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ (​ເຂດ​ພາກ​ເໜ​ືອ)​ ຄື: ວິ​ທະ​ຍາ​ຄານວິ​ທະ​ຍາ​ສາດ​ການ​ທະ​ຫານ, ວິ​ທະ​ຍາ​ຄານ​ການ​ທະ​ຫານ​​ປ້ອງ​ກັນຊາຍ​ແດນ, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ອາ​ກາດ-ທະ​ຫານ​ອາ​ກາດ, ໂຮງ​ຮຽນ​ນາຍ​ທະ​ຫານ​ບົກ ເລກ 1, ໂຮງ​ຮຽນ​ນາຍ​ທະ​ຫານ​ການ​ເມືອງ, ໂຮງ​ຮຽນ​ນາຍ​ທະ​ຫານຕີ​ພິ​ເສດ, ໂຮງ​ຮຽນ​ນາຍ​ທະ​ຫານ​ປ້ອງ​ກັນ​ເຄ​ມີ, ໂຮງ​ຮຽນ​ນາຍ​ທະ​ຫານ​ປຶນ​ໃຫຍ່, ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ກອງ​ທັບ, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ປະ​ເທດ, ວິ​ທະ​ຍາ​ຄານ​ການ​ເມືອງ, ວິ​ທະ​ຍາ​ຄານ​ພະ​ລາ​ທິ​ການ, ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ, ວິ​ທະ​ຍາ​ຄານ​ການ​ແພດກອງ​ທັບ, ວິ​ທະ​ຍາ​ຄານ​ເຕັກ​ນິກ​ກົດ​ລັບ, ໂຮງ​ຮຽນ​ນາຍ​ທະ​ຫານ​ລົດ​ຖັງ-ລົດ​ຫຸ້ມ​ເກາະ ແລະ ກອງ 871 ກອງ​ທັບ ເຂົ້າ​ຮ່ວມ​ໃນ​ສອງວັນ ​ຈຳ​ນວນທັງ​ໝົດ ຫຼາຍກວ່າ 800 ສະ​ຫາຍ.

 

20240120 ArmyDay Hanoi 01

 

ຈຸດ​ປະ​ສົງ​ຂອງ​ການ​ຈັດ​ປາ​ຖະ​ກະ​ຖາໃນ​ເທື່ອນີ້​ແມ່ນ​ເພື່ອ ເຮັດ​ໃຫ້​ບັນ​ດາ​ເຫຼົ່າ​ນັກ​ສຶກ​ສາ​ລາວ​ທີ່​ກຳ​ລັງ​ຮ່ຳ​ຮຽນ​ບັນ​ດາ​ສະ​ຖານ​ບັນ​ການ​ສຶກ​ສາ​ຂອງກອງ​ທັບ​ຫວຽດ​ນາມ (ເຂດ​ພາກ​ເໜືອ) ໄດ້​ເຊື່ອມ​ຊືມ, ຮັບ​ຮູ້, ເຂົ້າ​ໃຈ ແລະ ກຳ​ໄດ້​ເຖິງ​ປະ​ຫວັດ​ແຫ່ງ ຕົ້ນ​ກຳ​ເນີດ​, ການເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ການຕໍ່​ສູ້​ເດັດ​ດ່ຽວ​ໜຽວ​ແໜ້ນ ບໍ່​ຍອມ​ຈຳ​ນົນ ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ​ໃນ​ແຕ່​ລະ​ໄລ​ຍະ​ຂອງ​ການ​ປະ​ຕິ​ວັດ​ລາວນັບ​ແຕ່ມື້​ສ້າງ​ຕັ້ງ​ຈົນ​ເຖິງ​ປັດ​ຈຸ​ບັນ.

 

20240120 ArmyDay Hanoi 02

 

ໃນ​ໂອ​ກາດນີ້, ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ໄດ້​ໃຫ້​ກຽດເລົ່າ​ຄືນເຖິງ​ ມູນ​ເຊື້ອແຫ່ງການ​ກຳ​ເນີດ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ສູ້​ຮົບ​ມີ​ໄຊ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ ກໍ​ຄື​ການ​ປະ​ຕິ​ບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ອັນ​ສຳ​ຄັນ ໃນການ​   ປົກ​ປັກຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຂອງ​ພວກ​ເຮົາ. ການ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ແມ່ນ​ເຫດ​ການ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ເຮົາ ເປັນ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຂອງ​ການ​ປະ​ຕິ​ວັດ ແມ່ນ​ບາດ​ກ້າວ​ທີ່​ເຂັ້ມ​ແຂງ​ຂອງກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ເປັນ​ຂະ​ບວນຫຼັກ​ແຫຼ່ງ​ໃນ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ລາວ ເພື່ອ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງຊາດ. ໃນ​ໄລ​ຍະສ້າງ​ຕັ້ງ​ຂຶ້ນ​​ໃໝ່​ແມ່ນກອງ​​ລາດ​ຊະ​ວົງ ​ຕໍ່​ມາແມ່ນກອງ​ກຳ​ລັງ​ລາວ​ອິດ​ສະຫຼະ ຈາກນັ້ນ​ແມ່ນກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົ​ນ​ລາວ ແລະ ປັດ​ຈຸ​ບັນ​ແມ່ນກອງ​ທັບ​ປະ​ຊາ​ຊົນ​ລາວ. ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ​ຕ້ານ​ຈັກ​ກະ​ພັດ​​ລ່າ​​ເມືອງ​ຂຶ້ນແບບ​ເກົ່າ ແລະ ​ໃໝ່, ກອງ​ກຳ​ລັງ​ປະ​ຕິ​ວັດ​ໄດ້​ເຮັດ​ໜ້າ​ທີ່ສ້າງ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ຈົນ​ເຮັດ​ໃຫ້​ມີ​ສອງ​ແຂວງ​ເຕົ້າ​ໂຮມ​ (ແຂວງ​ຫົວ​ພັນ ແລະ ແຂວງ​ຜົ້ງ​ສາ​ລີ), ກອງ​ພັນ​ທີ 2 ໄດ້​ຜ່າ​ວົງ​ປິດ​ລ້ອມຂອງ​ສັດ​ຕູ​ຢູ່​ແຂວງ​ຊຽງ​ຂວາ​ງ​ໄປ​ເຖິງຖານ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດໄດ້​ຢ່າງ​ປອດ​ໄພ ແລະ ​ໄດ້​ພາ​ຜູ້​ນຳ​ແນວ​ລາວ​ຮັກ​ຊາດແຫກ​ຄຸກ​ໂພນ​ເຄັງຢ່າງ​ມະ​ຫັດ​ສະ​ຈັນ ນັບ​ວ່າ​ເປັນ​ສອງ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ໜ້າ​ປະ​ຫວັດ​ສາດ​ຂອງ​ຊາດ​ລາວ​ເຮົາ. ​ນອກ​ຈາກນັ້ນ, ທ່ານ​ຍັງ​ໄດ້​ຍົກໃຫ້​ເຫັນ​ເຖິງ 5 ບັ້ນ​ຮົບໃຫຍ່​ທີ່ກອງ​ທັບ​ປະ​ຕິ​ວັດ​ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ​ຢ່າງ​ລຽນ​ຕິດ ​ຄື: ບັ້ນ​ຮົບ​ປົດ​ປ່ອຍຫຼວງ​ນ້ຳ​ທາ (ແຂວງຫຼວງ​ນ້ຳ​ທາ), ບັ້ນ​ຮົບ​ນໍ້າບາກ (ແຂວງຫຼວງ​ພະ​ບາງ), ບັ້ນ​ຮົບ​ຜາ​ຖີ່ (​ແຂວງຫົວ​ພັນ), ບັ້ນ​ຮົບ​ກູ້​ກຽດ (ທົ່ງ​ໄຫ​ຫີນ​-ແຂວງຊຽງ​ຂວາງ) ແລະ ບັ້ນ​ຮົບ​ລາມ​ເຊິນ (ຫວຽດ​ນາມ). ກອງ​ທັບ​ກັບ​ປະ​ຊ​າ​ຊົນ ຍາມ​ໃດ​ກໍ​ປຽບ​ເໝືອນ​ປາ​ກັບ​ນ້ຳ ທີ່ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ກັນ​ໄດ້.

 

ໃນ​ໂອກາດດຽວ​ກັນນີ້, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ ​ຍັງ​ໄດ້ມີ​ບາງ​ຄຳ​ເຫັນ​ຕໍ່​ບັນ​ດາ​ນັກ​ສຶກ​ສາ​ລາວ​ທີ່​ກຳ​ລັງ​ສຶກ​ສາ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ສະ​ຖາ​ບັນ, ໂຮງ​ຮຽນກອງ​ທັບ​ຂອງ​ຫວຽດ​ນາມ ຈົ່ງ​​ໄດ້ມີ​ສະ​ຕິ, ລະ​ມັດ​ລະ​ວັງ​​ໃນ​ການເສບ​ຂ່າວ ການ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍໃນ​ສະ​ພາບ​ປັດ​ຈຸ​ບັນ, ປະ​ເທ​ດ​ເຮົາ​​ມີ​ຄວາມ​ໝັ້ນ​ຄົງ, ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ມີຄວາມ​ສະ​ຫງົບ​ປອດ​ໄພ, ເສດ​ຖະ​ກິດເຖິງ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ ແຕ່​ກໍ​​ໄດ້​ມີ​ທ່ວງທ່າ​​ດີ​ຂຶ້ນ. ພັກ​ ແລະ ລັດ​ຖະ​ບານ​ກໍ​ບໍ່​ໄດ້​ລົດ​ລະ​ຄວາມ​ພະ​ຍາ​ຍາມໃນ​ການ​ຊອກ​ຫາ ວິ​ທີ​ທາງ​ເພື່ອ​ແກ້​ໄຂ​ໃຫ້​ທັນ​ການ. ທ່ານ​​ຍັງໄດ້​ຮຽກ​ຮ້ອງ​ໃຫ້​ນັກ​ສຶກ​ສາ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ ຈົ່ງ​ມີ​ແນວ​ຄິດອຸ່ນ​ອ່ຽງ​ທຸ່ນ​ທ່ຽງ, ເອົາ​ໃຈ​ໃສ່​ໃນ​ການສຶກ​ສາ, ຄົ້ນ​ຄວ້າ, ຮ່ຳ​ຮຽນ, ຍາດ​ແຍ່ງ​ເອົາ​ຄວາ​ມ​ຮູ້, ຄວາມ​ສາ​ມາດ, ເຕັກ​ນິກ-ວິ​ທະ​ຍາ​ສາດ​ຕາມ​ທີ່​ການ​ຈັດ​ຕັ້ງ​ໄດ້​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ມາ​ສຶກ​ສາ​ຮ່ຳ​ຮຽນ. ປີ 2024, ປະ​ເທດ​ລາວ​ເຮົາ​​ຈະ​ເປັນ​ປະ​ທານອາ​ຊຽນ ຊຶ່ງ​ຈະ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມຫຼາຍໆ​ກອງ​ປະ​ຊຸມ​ໃນ​ທຸ​ກ​ລະ​ດັບ ໂດຍຈະ​​ເນັ້ນ​ໜັກ​ໃສ່ 3 ເສົາ​ຄ້ຳ: ການ​ເມືອງ, ຄວາມ​ໝັ້ນ​ຄົງ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ. ແລະ ປີ 2024 ​ກໍເປັນ​ປີ​ທ່ອງ​ທ່ຽວ​ຂອງ​ລາວ​ ​ຊຶ່ງພວກ​ເຮົາ​ທຸກ​ຄົນຈະ​ຕ້ອງ​ໄດ້​ປະ​ກອບ​ສ່ວນເຜີຍ​ແຜ່, ໂຄ​ສະ​ນາ​ໃຫ້​ເພື່ອນ​ມິດ​ສະ​ຫາຍ​ໄປ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ເຮົາ​ໃຫ້ຫຼາຍ​ຂຶ້ນ. ຮຽກ​ຮ້ອງ​ໃຫ້​​ທຸກ​ຄົນຈົ່ງ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ຂອງກອງ​ທັບ, ​ຈຳ​ແນກ​ໄດ້​ມິດ ແລະ ສັດ​ຕູ​ຢ່າງ​ຈະ​ແຈ້ງ, ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ລະ​ບຽບ​ການ​ຂອງ​ໂຮງ​ຮຽນ, ລະ​ບຽບ​ກົດ​ໝາຍ​ຂອງ​ປະ​ເທດ​ເຈົ້າ​ພາບ​ໃຫ້​ເຄັ່ງ​ຄັດ, ໃຫ້ມີ​ຄວາມ​ສາ​ມັກ​ຄີເປັນ​ປຶກ​ແຜ່ນ, ຮັກ​ແພງ​ຊ່ວຍ​ເຫຼຶ​ອ​ເຊິ່ງ​ກັນ​ແລະ​ກັນ, ສືບ​ຕໍ່ຄົ້ນ​ຄວ້າ, ​ສຶກ​ສາ, ຮ່ຳ​ຮຽນ ຮຽນ​ເອົາທັງ​ທິ​ດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ເພື່ອນ​​ໄປ​ພັດ​ທະ​ນາ, ສ້າງ​ສາ​ປະ​ເທດ​ຊາດ​ລາວ​ຂອງ​ພວກ​ເຮົາ​ໃຫ້​ຈະ​ເລີນເຂັ້ມ​ແຂງ ແລະ ​ກ້າວ​ໜ້າ​ໄປ​ຢ່າງບໍ່​ຢຸຸດຢັ້ງ.

 

*****************************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486990
ມື້ນີ້16
ມື້ວານ210
ອາທິດນີ້652
ເດືອນນີ້383