ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຜີຍແຜ່ເຊື່ອມຊືມເອກະສານສຳຄັນຂອງພັກ, ຂອງຊາດ

 

12

 

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 25 ມັງ​ກອນ 2024, ສະ​ຖານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດແຫ່ງ ສ​ປ​ປ ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້​ຈັດ​​ພິ​ທີເຜີຍ​ແຜ່​ເຊື່ອມ​ຊືມ​ເອກ​ະ​ສານ ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ກາງ​ສະ​ໄໝ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI, ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 7 ຂອງ​ຄະ​ນະ​ບໍ​ລິ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI, ການ​ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ແລະ ປາ​ຖະ​ກະ​ຖາ​ວັນ​ຊາດ​ທີ 2 ທັນ​ວາ ຄົບ​ຮອບ 48 ປີ, ວັນ​ເກີດ    ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ​ຄົບ​ຮອບ 103 ປີ ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ຮ່າ​ໂນ້ຍ ສ​ສ ຫວຽດ​ນາມ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັກ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ແລະ ໃຫ້​ກຽດ​ເຜີຍ​ແຜ່​​ເນື້ອ​ໃນ​ຂອງ 5 ເອ​ກະ​ສານ​ທີ່​ສຳ​ຄັນ​ຂອງພັກ, ຂອງ​ຊາດ.

 

ຈ​ຸດ​ປະ​ສົງ​ຂອງ​ການ​ເຜີຍ​ແຜ່ ແລະ ເຊື່ອມ​ຊືມ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ​ຂອງ​ຊາດ​ໃນ​ເທື່ອນີ້ ແມ່ນ​ເພື່ອ​ເຮັດ​ໃຫ້​ບັນ​ດາ​ສະ​ຫາຍ​ຄະ​ນະ​ພັກ​ຮາກ​ຖານ, ຄະ​ນະ​​ໜ່ວຍພັກ, ສະ​ມາ​ຊິກ​ພັກ ແລະ ພະ​ນັກ​ງານ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ສຶກ​ສາ​ຄົ້ນ​ຄ້ວ​າ​ຮ່ຳ​ຮຽນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄດ້​ເຊື່ອມ​ຊືມ, ຮັບ​ຮູ້​ເຖິງ ​ຜົນ​ສຳ​ເລັດ, ຂໍ້​ຄົງ​ຄ້າງ, ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ ໃນການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ກາງ​ສະ​ໄໝ ແລະ ທິດ​ທາງ​ແຜນ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ສະທ້າຍ​ສະ​ໄໝ​ຂອງ​ພັກ ກໍ​ຄື​ຜົນ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 7 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ; ຮັບ​ຮູ້​ເຖິງ ເນື້ອ​ໃນ​ຈິດ​ໃຈ​, ຈຸດ​ປະ​ສົງ​ຄາດ​ໝາຍ, ຄວາມ​ໝາຍ​ຄວາມ​ສຳ​ຄັນ ແລະ ຂັ້ນ​ຕອນຂອງການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມໃຫຍ່ 3 ຂັ້ນ​ຂອງ​ພັກ,​​ ພ້​ອ​ມ​ທັງ​ນຳ​ເອົາ​ໄປ​ຈັດ​ຕັ້ງປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ​ເຂົ້າ​ສູ່​ວຽກ​ງານຕົວ​ຈິງ​ທີ່​ໜ່ວຍ​ພັກ​ຕົນ​ຮັບ​ຜິດ​ຊອບ​ໃຫ້​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ. ນ​ອກນັ້ນ, ຍັງ​ເປັນ​ການ​ຫວນ​ຄືນ​ມູນ​ເຊື້ອ ພາ​ລະ​ກິດ​​ແຫ່ງ​ການຕ​ໍ່​ສູ້​ປົດ​ປ່ອຍ​ຊາດ ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ​​ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ຈົນ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ວັນ​ທີ 2 ທັນ​ວາ 1975; ລະ​ນຶກ​ເຖິງຜົນ​ງານ, ຄຸນ​ງາມ​ຄວາມ​ດີ, ຄວາມ​ເປັນ​ແບບ​ຢ່າງ, ອຸ​ທິດ​ຕົນ​ເພື່ອ​ຊາດ ເພື່ອ​ການ​ປະ​ຕິ​ວັດ ​ຂອງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ປະ​ຊາ​ຊົນ​ລາວ​ທັງ​ຊາດ ແລະ ເປັນ​ການ​ສຶກ​ສາ​ອົບ​ຮົມ​ແນວ​ຄິດ, ຝຶກ​ຝົນຫຼໍ່ຫຼອມ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ສຶກ​ສາ​ຮ່ຳ​ຮຽນຢູ່​ຕ່າງ​ປະ​ເທດ ໃຫ້​ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະ​ບອບ​ໃໝ່.

 

ເຂົ້າ​ຮ່ວມ​ໃນ​ພິ​ທີ​ດັ່ງ​ກ່າວນີ້ ມີ​​ຜູ້​ຕາງ​ໜ້າ​ຈາກ​ 10 ​ໜ່ວຍ​ພັກ​ທີ່​ປີ່ນ​ອ້ອມ​ຄະ​ນະ​ພັກ​ຮາກ​ຖານ​ສະ​ຖານ​ທູດ​ລາວ ປະ​ຈຳ ສ​ສ ​ຫວຽດ​ນາມ ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ຄື: ໜ່ວຍ​ພັກ ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຮ່າ​ໂນ້ຍ, ໜ່ວຍ​ພັກ ອົງ​ການ​ຜູ້​ຕາງ​ໜ້າ ປກ​ສ ລາວ ປະ​ຈຳ​ຫວຽດ​ນາມ, ໜ່ວຍ​ພັກ ​ສະ​ຖາ​ບັນ​ບໍ​ລິ​ຫານ​ການ​ສຶກ​ສາ, ໜ່ວຍ​ພັກ 3 ສະ​ຖາ​ບັນ, ໜ່ວຍ​ພັກ ພະ​ລາ​ທິ​ການ​ກອງ​ທັບ, ໜ່ວຍ​ພັກ ສະ​ຖາ​ບັນ​ການປົກ​ຄອງ​ແຫ່ງ​ຊາດ, ໜ່ວຍ​ພັກ ສູນ​ລວມ​ນັກ​ສຶກ​ສາ​ລາວ, ໜ່ວຍ​ພັກ ໂຄ​ສະ​ນາ-ຂ່າວ​ສານ, ໜ່ວຍ​ພັກ ສະ​ຖາ​ບັນ​ກະ​ສິ​ກຳ-ກິ​ລາ ແລະ ໜ່ວຍ​ພັກ ກອງ​ຕີ​ພິ​ເສດ.

 

ເອ​ກະ​ສານ​ທີ່​ນຳ​ມ​າ​ເຜີຍ​ແຜ່​ເຊື່ອມ​ຊືມ​ໃນ​ຄັ້ງ​ນີ້ ປະ​ກອບ​ມີ: ເອ​ກະ​ສານ​ຜົນ​ສຳ​ເລັດ ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ກາງ​ສະ​ໄໝ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI; ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 7 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI; ເອ​ກະ​ສານ​ກ່ຽວ​ກັບ​ການ​ກະ​ກຽມ ແລະ ດຳ​ເນີນກອງ​ປ​ະ​ຊຸມ​ໃຫຍ່ 3 ຂັ້ນ​ຂອ​ງ​ພັກ; ເອ​ກະ​ສານ ໂຄ​ສະ​ນາ-ຖາ​ປະ​ກະ​ຖາ ວັນ​ຊາດ​ທີ 2 ທັນ​ວາ ຄົບ​ຮອບ 48 ປີ ແລະ ເອ​ກະ​ສານ ໂຄ​ສະ​ນາ-ປາ​ຖະ​ກະ​ຖາ ວັນ​ຄ້າຍ​ວັນ​ເກີດ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 103 ປີ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486945
ມື້ນີ້181
ມື້ວານ157
ອາທິດນີ້607
ເດືອນນີ້338