ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ

 

LaoAmWorkingVisitVietnamSector 5

(ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິ່ນ ຮຸຍ ຕວັນ, ປະທານຄະນະກໍາມະການປະຊາຊົນແຂວງອຽນບາຍ)

LaoAmWorkingVisitVietnamSector 2

(ເຂົ້າຢ້ຽມຂໍ່ານັບ ສະຫາຍ ຮວ່າງ ຢາງ, ຮອງເລຂາພັກແຂວງລ່າວກາຍ)

LaoAmWorkingVisitVietnamSector 1

(ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລ ວັນ ເລືອງ, ຮອງເລຂາພັກ, ປະທານຄະນະກຳມະການປະຊາຊົນແຂວງລາຍເຈົາ)

LaoAmWorkingVisitVietnamSector 4

(ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ດຶກ ຕວ່ານ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງດຽນບຽນ)

LaoAmWorkingVisitVietnamSector 3

(ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ແທ່ງ ກົງ, ຄະນະພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເຊີນລາ)

 

ໃນໂອ​ກາດ​ດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຄົນ​ໃໝ່, ສະ​ຫາຍ ນາງ ຄໍາເພົາ ເອີນທະວັນ ພ້ອມຄະນະ​ຜູ້​ແທນຈາກສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ ນັບ​ແຕ່​ວັນ​ທີ 29 ມັງກອນ 2024 - 02 ກຸມພາ 2024.

 

ໃນໂອກາດນີ້,  ​ສະ​ຫາຍທູດ​ພ້ອມ​ຄະ​ນະ ໄດ້ເຂົ້າຢ້ຽມ ແລະ ພົບ​ປະ​ກັບ​ສະ​ຫາຍ ເຈິ່ນ ຮຸຍ ຕວ​ັນ, ປະທານຄະນະກໍາມະການປະຊາຊົນແຂວງ ອຽນບາຍ; ສະ​ຫາຍ ຮວ່າງ ຢາງ, ຮອງເລຂາພັກແຂວງ ລາວ​ກ່າຍ; ສະຫາຍ ເລ ວັນ ເລືອງ, ຮອງເລຂາພັກ, ປະທານຄະນະກຳມະການປະຊາຊົນແຂວງ ລາຍເຈົາ; ສະຫາຍ ຟ້າມ ດຶກ ຕວ່ານ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ດ້ຽນບຽນ ແລະ ສະຫາຍ ຫງວຽນ ແທ່ງ ກົງ, ຄະນະພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ເຊີນລາ.

 

ໃນການເຂົ້າຢ້ຽມ ແລະ ພົບປະຄັ້ງນີ້, ບັນ​ດາການນຳ​ຂອງແຕ່ລະແຂວງ ​ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງທີ່ ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນ​ດາ​ເຜົ່າທີ່ມີຕໍ່ສະຫາຍ ພ້ອມທັງໄດ້ລາຍງານສະພາບການພາຍໃນແຂວງ ເປັນຕົ້ນແມ່ນ ວຽກງານການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ວຽກງານພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນການພົວພັນຮ່ວມມືກັບບັນດາແຂວງ​ຕ່າງໆຂອງລາວ ​ຊຶ່ງ​ໃນ​ໄລ​ຍະ​ຜ່ານ​ມາ​ກໍໄດ້ຮັບການເພີ່ມພູນຄູນ​ສ້າງ ແລະ ມີຜົນສຳເລັດ​ເປັນ​ກ້າວໆ. ​ນອກ​ຈາກນັ້ນ, ບັນ​ດາການນໍາແຕ່ລະແຂວງ ​ຍັງໄດ້ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ໄດ້ນຳພາຄະນະ​ຈາກສະຖານທູດລາວ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມໃນຄັ້ງນີ້ ເຊິ່ງຈະເປັນການສືບຕໍ່ການກະຕຸກຊຸກຍູ້ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍແມ່ນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາແຂວງທ້ອງຖິ່ນຂອງລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

 

ສະຫາຍ ເອກອັກຄະລັດຖະທູດລາວ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງການນຳບັນດາແຂວງຕ່າງໆ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງເຕັມໄປດ້ວຍນໍ້າໃຈຖານ​ມິດສະຫາຍອ້າຍນ້ອງ. ພ້ອມທັງ ​ໄດ້ກ່າວສະແດງຄວາມຍິນດີທີ່ເຫັນວ່າ ບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ສາມາດພັດທະນາແຂວງຂອງຕົນໄດ້ຢ່າງຮອບດ້ານ ແລະ ສະແດງຄວາມຊົມ​ເຊີຍທີ່ບັນດາແຂວງໄດ້ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອໃນການກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ​ແກ່ບັນດາແຂວງຂອງລາວ. ພ້ອມ​ກັນນີ້, ສະຫາຍຍັງໄດ້ສະແດງ​ຄວາມພ້ອມທີ່ຈະສືບຕໍ່ເປັນຂົວຕໍ່ ແລະ ເປັນຜູ້ປະສານງານໃຫ້ແກ່ການພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນຂອງລາວ ແລະ ຫວຽດ​ນາມ ເພື່ອສົ່ງເສີມການພົວພັນຮ່ວມມື​ລະ​ຫວ່າງສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າ​ເກົ່າ.

 

ໃນ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ໃນບັ​ນ​ດາ​ແຂວງ​ພາກ​ຕາ​ເວັນ​ຕົກສ່ຽງ​ເໜືອ​ຂອງ​ຫວຽດ​ນາມຄັ້ງ​ນີ້, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ​ເຂດດ່ານຊາຍແດນ ແຂວງລາວກ່າຍ ​ທີ່​ຕິດກັບ ສປ ຈີນ, ຢ້ຽມ​ຊົມ​ເມືອງ​ທ່ອງ​ທ່ຽວ ຊາ​ປາ ຊຶ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວຍອດ​ນິ​ຍົມ​ຂອງ​ແຂວງ ລາຍ​ກ່າຍ; ຢ້ຽມ​ຊົມການລ້ຽງປາຢູ່ນຳ້ເຢັນ ແລະ ພື້ນຖານການຜະລິດກະສິກຳຂອງແຂວງລາຍເຈົາ; ພົບປະນັກສຶກສາລາວ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດໃນ​ສະ​ໄໝຕໍ່ສູ້ຂັບໄລ່ຈັກພັດ​ຕ່າງ​ດ້າວ ຢູ່ແຂວງ ດຽນບຽນ; ຢ້ຽມຊົມເຂື່ອນໄຟຟ້າ ເຊີນລາ ແລະ ຂົວແກ້ວເມືອງມົກເຈົາ, ເຊິ່ງເປັນຈຸດທ່ອງທ່ຽວສຳຄັນຂອງແຂວງ ເຊີນລາ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486978
ມື້ນີ້4
ມື້ວານ210
ອາທິດນີ້640
ເດືອນນີ້371