ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ

  

  

  

20240229 Lao Am To VN 1

   

  

ໃນຕອນເຊົ້າຂອງ ວັນທີ 29 ກຸມພາ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມ​ຄະ​ນະ  ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ​ ສະ​ຫາຍ ເ​ຈິ່ນ ເກິ່ມ ຕູ້, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງ ພັກ, ປະ​ທານຄະນະກຳ​ມະ​ການກວດກາສູນກາງພັກກອມມູນິດຫວຽດນາມ ໃນ​ໂອ​ກາດ​ທີ່​​ສະ​ຫາຍ​​ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ​ປ​ປ ລາວ ປະຈໍາ ສ​ສ ຫວຽດນາມ.

  

ສະຫາຍ ນາງ ຄຳເພົາ ເອີນທະວັນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈສະ​ຫາຍ ເ​ຈິ່ນ ເກິ່ມ ຕູ້ ​​ທີ່​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ. ຍິນ​ດີ​ຕໍ່​​ຜົນ​ສຳ​ເລັດທີ່​ຍາດ​ມາ​ໄດ້​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​​ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​​ສະ​ຫາຍ ຫງວຽນ ຝູ ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້ເຮັດໃຫ້​ປະ​ເທດ​ຊາດ​​ພັດ​ທະ​ນາ​ຢ່າງຮອ​ບ​ດ້ານ ແລະ ກ້າວ​ກະ​ໂດດ, ເສດ​ຖະ​ກິດ​ມີ​ຄວາມ​ໝັ້ນ​ທ່ຽງ, ຮັກ​ສາ​ໄດ້​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຫວຽດ​ນາມ; ​ການ​ພົວ​ພັນ​ຕ່າງ​ປະ​ເທດ ບົດ​ບາດ, ອິດ​ທິ​ພົນ, ຊື່​ສຽງ​ຂອງ​ຫວຽດ​ນາມ​​ສູງ​ເດັ່ນ​ຂຶ້ນ​ໃນ​ພາກ​ພື້ນ ແລະ ສາ​ກົນ ຊຶ່ງ​ສະ​ແດງ​ອອກ​ໃນ​ການມາ​ຢ້ຽມ​ຢາມຫວຽດ​ນາມ​ຂອງ​ບັນ​ດາ​ການ​ນຳ​ຕ່າງ​ປະ​ເທດ ແລະ ກາ​ນ​​ໄປຢ້ຽ​ມຢາມ​ຕ່າງ​ປະ​ເທດ​ຂອງ​​ການນຳ​ຫວຽດ​ນາມຫຼາຍ​ຄະ​ນະ ໂດຍ​ສະ​ເພາະ​ປີ 2023 ທີ່​ຜ່ານ​ມາ​. ສະ​ຫາຍ​ຍັງ​ໄດ້​ແຈ້ງ​ໃຫ້​ຝ່າຍ​ຫວຽດ​ນາມ​ຊາບກ່ຽວ​ກັບ ສະ​ພາບ​ພາຍ​ໃນ​ໂດຍ​ຫ​ຍໍ້​ຂອງ ສ​ປ​ປ ລາວ. ພ້ອມຕີລາຄາສູງຕໍ່ການ ພົວພັນຮ່ວມມື​ລະ​ຫວ່າງສອງປະເທດ​ ເວົ້າ​ລວມ, ເວົ້າ​ສະ​ເພາະ ​ແມ່ນລະ​ຫວ່າງ​ສອງຄະ​ນະກວດ​ກາ​ສູນ​ກາງ​ພັກ​ ​ໃນ​ໄລ​ຍ​ະ​ຜ່ານ​ມາ ແມ່ນ​ ​ມີ​ຄວາມ​ໜັກ​ແໜ້ນ, ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ມີ​ການ​ຢ້ຽມ​ຢາມ, ເຮັດ​ວຽກ, ແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນເປັນ​ປົກ​ກະ​ຕິ. ສະຫາຍ ເອກອັກຄະລັດຖະທູດລາວ ໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້​ບຸນ​ຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້​ໃຫ້ການ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ນັບ​ວ່າ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ ມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມື ຮອບດ້ານ ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາ​ວ-ຫວຽດ​ນາມ ແລະ ​ສະ​ຫາຍ​ທູດ​ກໍ​ໄດ້​ຢືນ​ຢັນຈ​ະສືບ​ຕໍ່​ເປັນ​ຂົວ​ຕໍ່, ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ຂອງລາວ ແລະ ຫວຽດ​ນາມ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ​ໃຫ້​ສຳ​ເລັດ​ຕາມ​ການມອບ​ໝາຍ.

   

   

  

20240229 Lao Am To VN 2

20240229 Lao Am To VN 3

   

   

ສະ​ຫາຍ ເ​ຈິ່ນ ເກິ່ມ ຕູ້ ໄດ້ສະແດງ​ຄວາມ​ຊົມເຊີຍຕໍ່ການມາ​ດຳ​ລົງ​ຕຳ​ແໜ່ງເປັນເອກອັກຄະ ລັດຖະທູດວິ​ສາ​ມັນຜູ້ມີອໍານາດເຕັມ ປະຈໍາ ສສ ຫວຽດນາມ ຂອງ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ພ້ອມ​ທັງ​ເຫັນວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ຫວຽດ​ນາມ-ລາວ ນັບ​ມື້​ນັບ​ໄດ້​​ເພີ່ມ​ພູນ​ຄູນ​ສ້າງ​ຂຶ້ນ​ໄປ​ຢ່າງບໍ່​ຢຸດຢັ້ງໃນ​ທ່າມ​ກາງ​ທີ່​ສະ​ພາບ​ການ​ຂອງ​ພາກ​ພື້ນ ແລະ ສາ​ກົນ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ເປັນ​ສາຍ​ພົວ​ພັນ​ທີ່​ມີ​ໜຶ່ງບໍ່​ມີ​ສອງ​ຢູ່​ໃນ​ໂລກ ເປັນ​ການ​ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ເພື່ອພັດ​ທະ​ນາ​ປະ​ເທດ​ຊາດຂອງ​ແຕ່​ລະ​ເທດ. ພັກ, ລັດ​ຖ​ະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຊື່ນ​ຊົມຕໍ່​ຜົນ​ສຳ​ເລັດ​ທີ່​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ແດງ​ຄ​ວາມ​ເຫັນ​ໃຈ​ຕໍ່ຄວາມ​ຫຍຸ້ງ​ຍາກ​​ຂອງ​ລາວ​ໃນ​​ມໍ່ໆ​ມານີ້. ສະ​ຫາຍເຊື່ອໝັ້ນວ່າ, ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັ​ດ​ລາວ ໂດຍ​ມີ​ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ຈະ​ຍາດ​ມາ​ໄດ້​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ຕົນ. ​​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຍາມ​ໃດ​ກໍ​ຈົດ​ຈຳ, ຮູ້​ບຸນ​ຄຸນ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ມີ​ຄ່າ​ຂອງ​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ຫວຽດ​ນາມ​ຈະ​ເຮັດ​ສຸດ​ຄວາມ​ສາ​ມາດ​ໃນ​ການ​ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົ​ວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ ໃນ​ໄລ​ຍະ​ຕໍ່​ໜ້າ. ສະ​ຫາຍ​ໄດ້​ຢ້ຳ​ອີກວ່າ, ຜົນ​ສຳ​ເລັດ​ຂອງ​ລາວ ກໍ​ຄື​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ, ຄວາມ​ຫຍຸ້ງ​ຍາກ​ຂອງ​ລາວ ກໍ​ຄື​ຄວາ​ມ​ຫຍຸ້ງ​ຍາກ​ຂອງ​ຫວຽດ​ນາມ​ເຊັນ​ດຽວ​ກັນ.

   

ໃນ​ໂອ​ກາດ​ດຽວ​ກັນ​ນີ້, ສະ​ຫາຍຫົວໜ້າ ຄະນະກວດກາສູນກາງພັກກອມມູນິດຫວຽດນາມ ເຊື່ອ​ໝັ້ນ​ວ່າ, ໃນຖາ​ນະຕຳ​ແໜ່ງ​ອັນ​ສຳ​ຄັນ​ນີ້, ສະຫາຍເອກອັກຄະລັດຖະທູດລາວປະ​ຈຳ​ຫວຽດ​ນາມ ຈະສືບ​ຕໍ່​ເປັນ​ຂົວ​ຕໍ່ ແລະ ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ ເຮັດ​ສຳ​ເລັດ​​ໜ້າ​ທີ່ການ​ເມືອງ ທີ່ພັກ ແລະ ລັດ​ຖະ​ບານລາວ​​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487563
ມື້ນີ້3
ມື້ວານ228
ອາທິດນີ້1225
ເດືອນນີ້956