ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ລັດຖະມົນຕີຕ່າງປະເທດ ຫວຽດນາມ

 

LaoAminViet 1LaoAminViet 2

 

ໃນວັນທີ 13 ກຸມພາ 2024, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ, ທີ່​ ນະ​ຄອນຫຼວງ​ຮ່າ​ໂນ້ຍ, ສະ​ຫາຍ ນາງ ຄຳເພົາ ເອີນທະວັນ, ເອ​ກອັກຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ ສະ​ຫາຍ ບຸ່ຍ ແທັງ ເຊີນ, ກຳມະການສູນກາງພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ໃນ​ໂອ​ກາດ​ທີ່​​​ສະ​ຫາຍໄດ້​​​ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວ​ຄົນ​ໃໝ່ປະຈໍາຫວຽດນາມ.

 

ສະ​ຫາຍ ນາງ ຄຳເພົາ ເອີນທະວັນ ​ໄດ້​ນຳ​ເອົາ​ຄຳຢື້​ຢາມ​ຖາມຂ່າວ ແລະ ຄຳ​ອວຍ​ພອນ​ປີ​ໃໝ່​​ອັນ​ປະ​ເສີດ ຈາກ​ ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດ ມາ​ຍັງ​ສະ​ຫາຍ ບຸ່ຍ ແທັງ ເຊີນ ແລະ ຄະ​ນະ. ພ້ອມ​ດຽວ​ກັນ​ນີ້, ສະ​ຫາຍ​ທູດ​ຍັງ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ຕ້ອນ​ຮັບ​​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​ຂອງ​ສະ​ຫາຍ ບຸ່ຍ ແທັງ ເຊີນ ແລະ ສະ​ແດງ​ຄວາມ​ຮູ້​ສຶກ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ຕໍ່​ຜົນ​ສຳ​ເລັດ​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ ຊຶ່ງ​ສາ​ມາດ​ນຳ​ພາ​ປະ​ເທດ​ຊາດ​​ພັດ​ທະ​ນາຮອ​ບ​ດ້ານຢ່າງວ່ອງ​ໄວ ແລະ ກ້າວ​ກະ​ໂດດ, ​ເຮັດ​ໃຫ້ເສດ​ຖະ​ກິດ​ສືບ​ຕໍ່​ເຕີບ​ໂຕ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ດີ​ຂຶ້ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ສຳ​ລັບ​ການ​ພົວ​ພັນ​ກັບຕ່າງ​ປະ​ເທດ, ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຢ່າງ​ຫ້າວ​ຫັນ ເຂົ້າ​ສູ່​ລວງ​ກວ້າງ ແລະ ເລິກ​ເຊິ່ງ, ການນຳຂັ້ນສູງ ພັກ-ລັດ ໄດ້ໄປເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ຫຼາຍປະເທດ ແລະ ກໍໄດ້ຕ້ອນຮັບການ​ມາຢ້ຽມຢາມ, ເຮັດວຽກຂອງຜູ້ນຳຫຼາຍປະເທດ ອັນໄດ້ສະແດງເຖິງ ຖານະບົດບາດ ແລະ ຊື່ສຽງຂອງຫວຽດນາມ ນັບມື້ນັບພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

 

ສຳ​ລັບ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ ແມ່ນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງ ໃນບັນດາກົນ​ໄກຮ່ວມມືຂອງສອງຝ່າຍ​ໃນ​ແຕ່​ລະ​ຂັ້ນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ. ໃນກອງປະຊຸມລະຫວ່າງສອງກົມການເມືອງ ລາວ ແລະ ຫວຽດນາມ, ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46, ການຢ້ຽມຢາມ ສ​ສ ຫວຽ​ດ​ນາມຢ່າງເປັນທາງການ ຂອງນາຍົກ ລັດຖະມົນຕີ ແລະ ຂອງລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສ​ປ​ປ ລາວ ທີ່​ຜ່ານ​ມາ, ການນຳທັງສອງປະເທດ ລ້ວນ​ແຕ່ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍ ບັນດາແຜນການຮ່ວມມືໃນໄລຍະຜ່ານມາ ແລະ ສືບຕໍ່ ຊຸກຍູ້ແຜນການ ເຄື່ອນໄຫວໃນຕໍ່ໜ້າ. ໃນໂອກາດນີ້, ສະ​ຫາຍ​ທູດ​ຍັງ​ໄດ້ຕາງໜ້​າໃຫ້ ພັກ, ລັດ ແລະ ປະຊາຊົນລາວບ​ັນ​ດາ​ເຜົ່າ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້​ໃຫ້ການ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ໄລ​ຍະ​ຜ່ານ​ມາ ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນການເສີມຂະ​ຫຍາຍ​ສາຍ​ພົວ​ພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາ​ວ-ຫວຽດ​ນາມ ແລະ ​​ຢືນ​ຢັນວ່າ ຈ​ະສືບ​ຕໍ່​ເປັນ​ຂົວ​ຕໍ່, ຮ່ວມ​ມື​ກັບ​ທຸກ​ພາກ​ສ່ວນ​ຂອງທັງ​ສອງ​ຝ່າຍ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວນີ້​ໃຫ້​ນັບ​ມື້​ມີ​ໝາກ​ຜົນ​ຍິ່ງໆ​ຂຶ້ນ.

 

ສະ​ຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງ​ຄວາມ​ຊົມເຊີຍສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ​​ໄດ້ມາ​ດຳ​ລົງ​ຕຳ​ແໜ່ງ ເປັນເອກອັກຄະລັດຖະທູດ​ລາວປະຈໍາ ສ​ສ ຫວຽດນາມ ພຽງ​ໄລ​ຍະ 4 ເດືອນ ແຕ່​ສະ​ຫາຍ​ກໍ​ໄດ້ຫ້າວ​ຫັນ​ເຮັດ​ສຳ​ເລັດໜ້າ​ທີ່​ຫຼາຍ​ພໍ​ສົມ​ຄວນ ເປັນ​ຕົ້ນ​ແມ່ນປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວຫຼາຍ​ເຫດ​ການ​ສຳ​ຄັນ​ທີ່​ພັກ ແລະ ລັດ​ຖະ​ບານ​ສອງ​ປະ​ເທດ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ນອກ​ຈາກນັ້ນ​ຍັງ​ໄດ້​ເຄື່ອນ​ໄຫວ​ພົບ​ປະ, ຢ້ຽມ​ຢາມ​ບັນ​ດາ​ແຂວງ​ຕ່າງໆ​ຂອງ​ຫວຽດ​ນາມ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ທີ່​ຝ່າຍ​ຫວຽດ​ນາມ​ຈັດ​ຂຶ້ນຫຼາຍ​ຄັ້ງ ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາ​ອັນ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ ລາວ-ຫວຽດ​ນາມ​ໃຫ້​ນັບ​ມື້​ນັບ​ງອກ​ງາມ​ຂຶ້ນ​ໄປ​ເລື້ອຍໆ. ຜ່ານ​ມາ​, ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້ເພີ່ມ​ທະ​ວີ​ກົນ​ໄກ​ການ​ຮ່ວມມື​ໃນຫຼາຍ​ລະ​ດັບ ​ເພື່ອ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ. ຫວຽດ​ນາມ​ສະ​ໜັບ​ ສະ​ໜູນ​ລາວ ໃນ​ການ​ເປັນ​ປະ​ທານ​ອາ​ຊຽນ​ປີ 2024. ສະ​ຫາຍລັດ​ຖະ​ມົນ​ຕີ​ເຊື່ອ​ໝັ້ນ​ວ່າ, ສະຫາຍເອກອັກຄະລັດຖະທູດລາວຄົນ​ໃໝ່ ຈະສືບ​ຕໍ່​ເປັນ​ຂົວ​ຕໍ່ ແລະ ປະ​ຕິ​ບັດ​​ໜ້າ​ທີ່ການ​ເມືອງ ທີ່ພັກ ແລະ ລັດ​ຖະ​ບານລາວ​​ມອບ​ໝາຍ​ໃຫ້​ສຳ​ເລັດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487510
ມື້ນີ້178
ມື້ວານ167
ອາທິດນີ້1172
ເດືອນນີ້903