ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຜູ້ຕາງໜ້າພິເສດຂອງ ສະຫາຍເລຂາທິການໃຫຍ່ ຢ້ຽມຢາມ ສປປ ເກົາຫຼີ

lprp korea

 

ແຕ່ວັນທີ 11-14 ມິຖຸນາ 2016, ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ຜູ້​ຕາງ​ໜ້າ​ພິ​ເສດ ຂອງ ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫ​ຍ່ ​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ພ້ອມ​ດວ້ຍຄະນະ ໄດ້ເດີນທາງ​​ໄປ​ຢ້ຽມ​ຢາມ ສ ປປ ເກົາຫຼີ ​​ເພື່ອແຈ້ງ​ຜົນ​ສຳ​ເລັດ ​ຂອງ ກອງ​ປະ​ຊຸມ​ໃຫ​ຍ່ ​ຄັ້ງ​ທີ X ຂອງ ​ພັກ ປ​ປ ລາວ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກແຮງ ງານເກົາຫຼີ.

ໃນ​ຕອນເຊົ້າ​ຂອງ​ວັນ​ທີ 13 ມິຖຸນາ 2016, ສະຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ​ພ້ອມ​ຄະ​ນະ ໄດ້​​ເຂົ້າ​ຢ້ຽມ​ຂໍ່ານັບ​ ສະຫາຍ ກິມຢົງນາມ, ຄະນະປະຈໍາກົມການເມືອງ ສູນກາງພັກແຮງງານເກົາຫລີ, ປະທານຄະນະປະທານສະພາປະຊາຊົນ ສູງສຸດ ສປປ ເກົາຫລີ. ໃນການພົບປະຄັ້ງນີ້, ສະຫາຍຜູ້ຕາງໜ້າ​ພິ​ເສດ ໄດ້​ນຳ​ເອົາ​ຄວາມ​ຢ້ຽມຢາມຖາມຂ່າວ ແລະ ຄໍາ ອວຍພອນຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ ຂອງ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄປຍັງ ສະຫາຍ ກິມ ເຈິງອູນ ທີ່​ຖືກ​ເລືອກ​ຕັ້ງ​ເປັນ ປະທານພັກແຮງງານເກົາຫຼີ ໃນກອງປະຊຸມໃຫ່ຍຄັ້ງທີ VII ຂອງພັກແຮງງານເກົາຫລີ ແລະ ຄວາມຊົມເຊີຍ ຜົນສຳ​ເລັດອັນຈົບງາມ​ ຂອງ​ ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກແຮງງານເກົາຫຼີ.

ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້​ແຈ້ງ​ຜົນສໍາເລັດ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ ​ພັກ ປປ ລາວ ກໍ່ຄື ສະພາບການອັນພົ້ນເດັ່ນ ຂອງ ສ ປປ ລາວ ໃນໄລຍະຫຼັງໆມານີ້ ໃຫ້ການນໍາພັກ, ລັດ ສ ປປ ເກົາຫຼີ ຊາບ ແລະ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ສ ປປ ເກົາຫຼີ ທີ່ ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ກິມ​ອິນ​ຊຸງ ໄດ້​ສ້າງຕັ້ງ ແລະ ໄດ້ຮັບການເສີມຂະຫຍາຍໂດຍການນໍາລຸ້ນຕໍ່ມາ ຂອງ 2 ປະເທດ ອັນໄດ້ປະກອບສ່ວນສໍາຄັນ​ເຂົ້າ​​ໃນ​ພາລະກິດ​ສັນຕິພາບ, ມິດຕະ​ພາບ, ການ​ຮ່ວມ​ມື​ ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຮູ້​ບຸນ​ຄຸນ ຕໍ່ ​ພັກ, ລັດ​ຖະບານ ​ແລະ ປະຊາຊົນ ສປປ ເກົາຫຼີອ້າຍ​ນ້ອງ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແກ່ພາລະກິດການປົດປ່ອຍຊາດ ລາວ ໃນເມື່ອກ່ອນ ກໍ່ຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ.

ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ສະ​ແດງ​ຄວາມ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກແຮງງານເກົາຫຼີ ເຊິ່ງ​ເປັນ​ເຫດການ​ການ​ເມືອງ ທີ່ມີຄວາມໝາຍສຳຄັນ ​​ຂອງ ສ ປປ ເກົາຫຼີ, ເຊິ່ງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຄັ້ງທີ VI ແລະ ກຳນົດແນວທາງຂອງພັກ ເພື່ອສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປ ເກົາຫລີ ສັງຄົມນິຍົມໃຫ້ນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ, ພ້ອມກັນນັ້ນ ກໍ່ໄດ້ສະແດງ ຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນເດັດດ່ຽວໜຽວແໜ້ນຂອງພັກແຮງງານເກົາຫລີ ອັນມີ ສະຫາຍ ກິມອິນຊຸງ ແລະ ສະຫາຍ ກິມເຈິງອິນ, ຜູ້ນຳທີ່ຍິ່ງໃຫ່ຂອງປະຊາຊົນ ສປ ເກົາຫລີໃນເມື່ອກ່ອນ, ກໍ່ຄື ສະຫາຍ ກິມເຈິງອຸນ ຜູ້ນໍາ ທີ່ເຄົາລົບຮັກ ຂອງ ປະຊາຊົນ ສປປ ເກົາຫລີ ທີ່ເປັນຜູ້ສືບທອດນັ້ນ, ປະຊາຊົນ ສປ ເກົາຫລີ ອ້າຍນ້ອງ ຈະ​​ປະຕິບັດບັນດາມະຕິທີ່ ກອງປະຊຸມໃຫ່ຄັ້ງທີ VII ຂອງພັກແຮງງານເກົາຫຼີ ວາງອອກຢ່າງມີໄຊ.

        ສະຫາຍ ກິມຢົງນາມ ​ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໄປແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ x ຂອງ ພັກ ປປ ລາວ ແລະ ໄດ້ຕີລາຄາສູງ ​ຕໍ່​ ຜົນສຳ​ເລັດ​ຂອງ​ກອງ​ປະ ຊຸມ​ໃຫຍ່​​ຄັ້ງ​ທີ X ຂອງ​ພັກ ປປ ລາວ, ​ເຊິ່ງ​ເປັນ​ເຫດການ​ການ​ເມືອງທີ່​ສຳ​ຄັນ​ໃນ​ຊີວິດ​ການ​ເມືອງ​-ສັງຄົມ​ຂອງ ສ ປປ ລາວ ແລະ ​ເຊື່ອ​ໝັ້ນຢ່າງໜັກ​ແໜ້ນ​​ວ່າ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ ​ຂອງ ​ພັກປະຊາຊົນ ປະຕິວັດລາວ ​ໂດ​ຍມີ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ຜູ້ນຳ​ໜ້ານັ້ນ​, ປະຊາຊົນລາວບັນດາ​ເຜົ່າຈະ​ສືບຕໍ່ຍາດ​ໄດ້​ບັນດາ​ຜົນສຳ​ເລັດ​ອັນ​ໃໝ່, ​ໃຫຍ່​ຫຼວງ​ກ່ວາ​ເກົ່າ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ຮອບດ້ານ ແລະ ມີຫຼັກການຂອງ ພັກປປ ລາວ,​ ປະສົບຜົນສໍາເລັດໃນການປະ​ຕິ​ບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​​ຂອງ​ພັກ, ນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ ໃນປີ 2020.

      ໃນໂອກາດດັ່ງກ່າວ ສະ​ຫາຍ ກິມຢົງນາມ ໄດ້​ຝາກ​ຄຳ​ຢື້ຢາມ​ຖາມ​ຂ່າວ ອັນ​ສະໜິດສະໜົມ ຈາກ ສະຫາຍປະ ທານພັກແຮງງານເກົາຫຼີ ກິມເຈິງອູນ ​ເຖິງ​ ສະຫາຍ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ແລະ ບັນດາ​ສະຫາຍ​ການ​ນຳຂັ້ນສູງ​ຂອງ ພັກ, ລັດ ສປປ ລາວ​. ຄະນະຍັງໄດ້ພົບປະກັບ ສະຫາຍ ຣີຊູຢອງ, ກໍາມະການກົມການເມືອງ, ຮອງປະທານພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າ​ງປະ​ເທດ​ສູນ​ກາງ​ພັກແຮງງານເກົາຫຼີ ໂດຍທັງສອງ​ຝ່າຍ ໄດ້​-Á¥É¤-¦½²¾®-¡¾­-ພົ້ນເດັ່ນ¢º¤-ÁªÈ-ì½-²ñກ ກໍ່ຄືສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ປຶກສາຫາລື ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງ ພັກໃນຕໍ່ໜ້າ. 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486371
ມື້ນີ້67
ມື້ວານ220
ອາທິດນີ້33
ເດືອນນີ້5676