ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ສືບຕໍ່ເປັນປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ)

ASEAN APTSom ASEAN EAS

 

ໃນວັນທີ 23 ກໍລະກົດ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຂຽນຂອງ ສປປ ລາວ ໄດ້ສືບຕໍ່ເປັນປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ), ຊຶ່ງໄດ້ຈັດຂຶ້ນຢູ່ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.

 

ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ບັນດາປະເທດອາຊຽນ ແລະ ບວກສາມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາການຮ່ວມມື ໃນໄລຍະຜ່ານມາ ແລະ ວາງທິດທາງເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນວຽກຂອງການຮ່ວມມື ໄລຍະປີ 2013-2017 ແລະ ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງໜ່ວຍງານ ຜູ້ຊົງຄຸນວຸດທິອາຊີຕາເວັນອອກ ສອງ (EAVG II) ຊຶ່ງມີເປົ້າໝາຍກ້າວໄປສູ່ການສ້າງປະຊາຄົມເສດຖະກິດອາຊີຕາເວັນອອກ ໃນໄລຍະຍາວ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານເນື້ອໃນ, ດ້ານພາລະທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 17 ໃນວັນທີ 26 ກໍລະກົດ 2016 ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 19 ໃນເດືອນກັນຍາ 2016 ທີ່ ສປປ ລາວ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມສະເຫຼີມສະຫຼອງການຮ່ວມມືອາຊຽນບວກສາມ ຄົບຮອບ 20 ປີ ໃນປີ 2017. ອາຊຽນບວກສາມ ແມ່ນໜຶ່ງໃນບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນ ໃນປີ 1997 ຊຶ່ງມີບົດບາດສຳຄັນໃນການສົ່ງເສີມສະຖຽນລະພາບທາງການເງິນ, ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ເປັນກຳລັງຂັບເຄື່ອນຫຼັກຂອງການເຕີບໂຕທາງເສດ ຖະກິດໃນພາກພື້ນ.

 

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ເຊິ່ງປະກອບດ້ວຍ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດຄູ່ເຈລະຈາອາຊຽນ (ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ,​ ສ. ເກົາຫລີ, ລັດເຊຍ ແລະ ສະຫະລັດ ອາເມລິກາ) ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10 ຈັດຂຶ້ນໃນເດືອນພະຈິກ 2015, ທີ່ກົວລາລໍາເປີ, ໂດຍສະເພາະແມ່ນຖະແຫຼງການ ກົວລາລຳເປີ ວ່າດ້ວຍການສ້າງຕັ້ງ ອີເອເອສ ຄົບຮອບ 10 ປີ ແລະ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຄື: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະ ການເຊື່ອມຈອດອາຊຽນ. ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງກອງປະຊຸມສຸດຍອດ ອີເອເອສ ຄັ້ງທີ 6 ຊຶ່ງຈະຈັດຂຶ້ນໃນວັນທີ 26 ກໍລະກົດ 2016 ແລະ ກອງປະຊຸມສຸດຍອດ ອີເອເອສ ຄັ້ງທີ 11 ແລະ ເດືອນກັນຍາ 2016 ພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານຂອງ ສປປ ລາວ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປຽ່ນທັດສະນະ ກ່ຽວກັບ ບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485991
ມື້ນີ້122
ມື້ວານ168
ອາທິດນີ້1027
ເດືອນນີ້5296