ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຈົ້າໜ້າທີ່ອາວຸໂສຂອງ ຂອບການຮ່ວມມືແມ່ນ້ຳຂອງ ແລະ ຄູ່ຮ່ວມພັດທະນາ

Mekong Japan Mekong ROK

Mekong Ganga Mekong LMI

 

ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ 4 ຂອບການຮ່ວມມືແມ່ນ້ຳຂອງຄື: ຂອບການຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ, ຂອບການຮ່ວມມືແມ່​ນ້ຳຂອງ-ສ.​ເກົາຫລີ, ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ແລະ ຂອບການຮ່ວມມືຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສ.ອາເມລິກາ. ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ພ້ອມ​ດ້ວຍ​ຄະນະຈາກປະເທດແມ່ນໍ້າຂອງ ຄື: ສປປ ລາວ, ກຳປູ​ເຈຍ, ມຽນມາ, ​ໄທ, ສສ. ຫວຽດນາມ ແລະ ຈາກບັນດາປະເທດຄຸ່ຮ່ວມພັດທະນາ ຄື: ຍີ່ປຸ່ນ, ສ.ເກົາຫລີ, ອິນເດຍ ແລະ ສ.ອາເມລິກາ ເຂົ້າຮ່ວມຢ່າງພ້ອມພຽງ.

 

ຈຸດປະສົງຂອງບັນດາກອງ​ປະຊຸມເຈົ້າຫນ້າທີ່ອາວຸໂສຄັ້ງນີ້ ​ແມ່ນແນໃສ່ການທົບທວນ​ຄວາມ​ຄືບ​ໜ້າ​ຂອງການຈັດ​ຕັ້ງ​ປະຕິບັດວຽກງານຕະຫລອດໄລຍະ 1 ປີຜ່ານມາ ຂອງທັງ 4 ຂອບ​ກາ​ນຮ່ວມ​ມື​ ​ໂດຍ​ສະ​ເພາະ​ການ​ຜັນ​ຂະຫຍາຍບັນດາ​ແຜນ​ປະຕິບັດ​ງານ ແລະ ຖະ​ແຫຼ​ງການ​ຂອງກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດຄັ້ງຜ່ານມາ ທີ່ໄດ້ຮັບຮອງ​ເອົາ​ໃນ​ປີ 2015 ແລະ ປຶກສາ​ຫາລື​ ກ່ຽວ​ກັບ ​ທິດ​ທາງການ​ຮ່ວມ​ມື​ໃນ​ຕໍ່ໜ້າ ພ້ອມທັງເປັນການກະກຽມຄວາມພ້ອມດ້ານເນື້ອໃນ ໃຫ້ແກ່ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທັງ 4 ຂອບການຮ່ວມມື ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່​ນ້ຳຂອງ-ສ.​ເກົາຫລີ ຄັ້ງທີ 6 ແລະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 7, ທີ່ຈະຈັດຂຶ້ນ ວັນທີ 24 ກໍລະກົດ 2016 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ໍາຂອງ-ຍີ່ປຸ່ນ ຄັ້ງທີ 9 ແລະ ຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ-ສ.ອາເມລິກາ ຄັ້ງທີ 9, ທີ່ຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486031
ມື້ນີ້162
ມື້ວານ168
ອາທິດນີ້1067
ເດືອນນີ້5336