ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ

 

Foto-MNOAL.1

 

ໃນວັນທີ 17-18 ກັນຍາ 2016, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ປະຈໍາ ສໍານັກງານນາຍົກ ລັດຖະມົນຕີ ທັງເປັນຜູ້ຕາງໜ້າພິເສດຂອງປະທານປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ, ຊຶ່ງຈັດຂຶ້ນທີ່ເກາະ ມາກາລີຕາ, ປະເທດ ເວເນຊູເອລາ.

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ພະນະທ່ານ ນິໂກລາສ ມາດູໂຣ ໂມໂຣສ ( Mr. Nicolas Maduro Moros ), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ ພາຍໃຕ້ຄໍາຂວັນ ສັນຕິພາບ ປະຊາທິປະໄຕ ແລະ ຄວາມສາມັກຄີ ເພື່ອການພັດທະນາ. ໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກປະເທດສາມາຊິກ 137 ປະເທດເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອພ້ອມກັນທົບທວນຄືນເຖິງການດຳເນີນງານຂອງອົງການຕະຫຼອດໄລຍະ 4 ປີ ຜ່ານມາ, ຕີລາຄາສະພາບຕົວຈິງໃນໂລກ ທີ່ປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ ກໍາລັງປະເຊີນໜ້າຢູ່ ເພື່ອພ້ອມກັນຢືນຢັນຄືນ ຄວາມສາມັກຄີອັນແຮງກ້າ ຕໍ່ສູ້ຕ້ານກັບລັດທິຈັກກະພັດ, ສົງຄາມທີ່ຍຶດເຍື້ອຍາວນານ, ການເປັນຫົວເມືອງຂຶ້ນ, ການກໍ່ການຮ້າຍ ແລະ ພ້ອມດຽວກັນນັ້ນກໍຊຸກຍູ້ ສົ່ງເສີມການນຳໃຊ້ກົດໝາຍສາກົນ. ບັນດາປະເທດສະມາຊິກ ໄດ້ເຫັນ ມິດຕະພາບ ແລະ ການສົ່ງເສີມສັນຕິພາບ, ການເຄົາລົບຊຶ່ງກັນ ແລະ ກັນ, ເປັນເອກະພາບກັນວ່າ ຄວາມສາມັກຄີສາກົນການຢູ່ຮ່ວມ ລະຫວ່າງ ບັນດາລັດ ແມ່ນເປັນພື້ນຖານອັນສຳຄັນໃນການພົວພັນການຕ່າງປະເທດ ຮ່ວມກັນໂດຍສັນຕິພາບ ແລະ ຍົກພາລະບົດບາດຂອງປະເທດກຳລັງພັດທະນາໃຫ້ເທົ່າທຽມກັນ ແລະ ສູງຂຶ້ນກວ່າເກົ່າ ເຊິ່ງຈະເປັນເປົ້າໝາຍສຸດທ້າຍຂອງການພັດທະນາເສດຖະກິດສັງຄົມ ແລະ ຄວາມຍຸຕິທຳຂອງປະຊາຊາດໃນໂລກ.

ກອງປະຊຸມ ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ: ການສ້າງຄວາມເຂັ້ມແຂງ ແລະ ການປະຕິຮູບຂະບວນການບໍ່ຮ່ວມກຸ່ມໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນໄລຍະໃໝ່, ການສ້າງຄວາມເຂັ້ມແຂງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ບັນຫາການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ, ສິດທິມະນຸດ, ສິດໃນການກຳນົດໂຊກຊາຕາກຳຂອງຕົນເອງ, ການຍົກເລີກການຂວ້ຳບາດພຽງຝ່າຍດຽວ, ການແກ້ໄຂບັນຫາການກໍ່ການຮ້າຍ, ບັນຫາຕາເວັນອອກກາງ ລວມທັງບັນຫາປາແລດສະຕິນ, ການປະຕິຮູບ ອົງການສະຫະປະຊາຊາດ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ, ບັນຫາການຄັດເລືອກ ແລະ ແຕ່ງຕັ້ງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ການດຳເນີນກອງຮັກສາສັນຕິພາບໂລກ, ເປົ້າໝາຍການພັດທະນາທີ່ຍືນຍົງ, ການສົ່ງເສີມການສຶກສາ-ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອການພັດທະນາ, ບັນຫາການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງເສດຖະກິດ, ການຮ່ວມມືໃຕ້-ໃຕ້, ຄວາມສາມັກຄີສາກົນ, ບັນຫາຊາວອົບພະຍົບ ແລະ ການຍົກຍ້າຍຖິ່ນຖານ, ບົດບາດແມ່ຍິງ-ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ລະບຽບການສາກົນອັນໃໝ່.

ທ່ານ ບຸນເກີດ ສັງສົມສັກ, ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມ ໂດຍໄດ້ຢືນຢັນເຖິງການສະໜັບສະໜູນຂອງ ສປປ ລາວ ຕໍ່ຄວາມສຳຄັນຂອງຂະບວນການບໍ່ຮ່ວມກຸ່ມ ເຊິ່ງໃນສັດຕະວັດທີ XX ຂະບວນການບໍ່ຮ່ວມກຸ່ມ ໄດ້ມີບົດບາດທີ່ສຳຄັນທາງດ້ານການເມືອງ ຊ່ວຍໃຫ້ບັນດາປະຊາຊາດປົດປ່ອຍເປັນປະເທດເອກະລາດ ແລະ ມີອິດສະລະພາບ ເປັນເຈົ້າຕົນເອງ. ໃນສັດຕະວັດທີ 21, ໂລກໄດ້ມີການປ່ຽນແປງຢ່າງໄວວາ ມີຄວາມຂັດແຍ້ງທາງດ້ານການເມືອງ, ມີຄວາມຂັດແຍ້ງກັນທາງດ້ານດິນແດນ, ມີການນຳໃຊ້ກຳລັງ, ຄວາມບໍ່ສະເໝີພາບ, ການແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ການປ່ຽນແປງດິນຟ້າອາກາດ ແລະ ບັນຫາອື່ນໆ. ດ້ວຍເຫດນັ້ນຂະບວນການບໍ່ຮ່ວມກຸ່ມ ຈຶ່ງຕ້ອງຍົກສູງຄຸນຄ່າ ແລະ ມີຄວາມສຳຄັນ ໃຫ້ແທດເໝາະກັບສະພາບການໃຫມ່ຂອງໂລກ ເພື່ອຜ່ານຜ່າສິ່ງທ້າທາຍເຫຼົ່ານັ້ນ; ຂະບວນການຄວນສືບຕໍ່ຮັດແໜ້ນຄວາມສາມັກຄີເປັນໜຶ່ງດຽວ ເພື່ອແກ້ໄຂບັນຫາຕ່າງໆທີ່ກຳລັງປະເຊີນໜ້າຢູ່ໃນປັດຈຸບັນ. ພ້ອມກັນນັ້ນ, ອົງການບໍ່ຮ່ວມກຸ່ມ ກໍ່ຄວນເພີ້ມຄວາມເຂັ້ມແຂງ ເພື່ອປະກອບສ່ວນໃນການປະຕິຮູບອົງການສະຫະປະຊາຊາດ ເພື່ອໃຫ້ແທດເໝາະກັບສະພາບການໃນໄລຍະໃໝ່ ເພື່ອສົ່ງເສີມການຢູ່ດີກິນດີ ແລະ ຄວາມສົມບູນພູນສຸກຂອງປະຊາຊາດໃນໂລກ ໃນສະຕະວັດທີ 21, ການເຕີບໂຕທາງດ້ານເສດຖະກິດ ໄດ້ຂະຫຍາຍຕົວຈາກຕາເວັນຕົກມາສູ່ຕາເວັນອອກ ແລະ ເພື່ອເຮັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ພວກເຮົາຈະຕ້ອງຮ່ວມມືກັນປົກປ້ອງສິດໃນສັນຕິພາບ, ສະກັດກັ້ນການໃຊ້ກຳລັງ, ການແຊກແຊງພາຍໃນ ແລະ ການລະເມີດອະທິປະໄຕ ແລະ ການສ້າງອາວຸດທຳລາຍລ້າງຜານ; ທັງໝົດນີ້ ແມ່ນເພື່ອໃຫ້ໂລກ ມີສັນຕິພາບ ແລະ ປາສະຈາກສົງຄາມ ພ້ອມກັນນັ້ນ, ຄະນະຜູ້ແທນລາວ ກໍ່ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມ ເລັ່ງລັດຊອກຫາຊ່ອງທາງຮ່ວມກັນ ເພື່ອແກ້ໄຂບັນຫາຄວາມຂັດແຍ້ງໃນຕະເວັນອອກກາງ ເພື່ອກ້າວໄປສູ່ການສ້າງລັດເອກະລາດຂອງປະຊາຊົນປະແລດສະຕິນ; ສະແດງຄວາມຊົມເຊີຍ ການຟື້ນຟູສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ກູບາ ແລະ ສະຫະລັດ ອາເມລິກາ ແລະ ມີຄວາມຫວັງວ່າການພົວພັນການທູດເປັນປົກກະຕິນີ້ ຈະຊຸກຍູ້ໃຫ້ ສະຫະລັດ ອາເມລິກາ ຍຸດຕິການຂວ້ຳບາດຕໍ່ ສາທາລະນະລັດ  ກູບາ ຢ່າງຊິ້ນເຊິງ; ພ້ອມດຽວກັນນີ້, ຄະນະຜູ້ແທນລາວ ກໍ່ໄດ້ແຈ້ງຕໍ່ກອງປະຊຸມຊາບ ກ່ຽວກັບ ຜົນສຳເລັດການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486043
ມື້ນີ້174
ມື້ວານ168
ອາທິດນີ້1079
ເດືອນນີ້5348