ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານຊົມເຊີຍວັນຊາດແຫ່ງ ສປປ ລາວ ຄົບຮອບ 46 ປີ ຈາກ ການນຳຟີລິບປິນ

 

ທໍານຽບປະທານາທິບໍດີ ມາລາການັນ

ມະນິລາ

ພະນະທ່ານ ປອ. ທອງລຸນ ສີສຸລິດ,

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

 

 

ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງພະຍະທ່ານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.

ຂ້າພະເຈົ້າ ຢໍ້າຄືນດ້ວຍຄວາມພໍອົກພໍໃຈຕໍ່ຄວາມເອື້ອເຟື້ອເພື່ອແຜ່ຂອງປະຊາຊົນລາວ ແລະ ການຕ້ອນຮັບອັນອົບອຸ່ນຂອງພະນະທ່ານ ໃນສະໄໝທີ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຂອງຂ້າພະເຈົ້າໃນປີ 2016.

ຟິລິບປິນ ຂໍສະແດງຄວາມຊົມເຊີຍ ສປປ ລາວ ທີ່ຍັງສືບຕໍ່ມີຄວາມກ້າວໜ້າ ແລະ ປະຊາຊົນລາວມີຄວາມສາມັກຄີເປັນປືກແຜ່ນໃນທ່າມກາງວິກິດການດ້ານເສດຖະກິດໂລກໃນປະຈຸບັນ ແລະ ວິກິດການດ້ານສາທາລະນະສຸກ.

ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ກ້າວໜ້າ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດພວກເຮົາ ແລະ ຂອງພາກພື້ນ.

ດ້ວຍຄວາມນັບຖືຢ່າງສູງ,

                                                                   [ລາຍເຊັນ]

 

                                                                      ໂຣດຣິໂກ ຣົວ ດູເຕີເຕ້

-------------------------------------------------------------------------

ພະນະທ່ານ ພັນຄໍາ ວິພາວັນ,

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຕາງໜ້າໃຫ້ປະຊາຊົນຟິລິບປິນ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.

ພວກເຮົາກໍາລັງປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ສະນັ້ນມີພຽງແຕ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ປະຊາຊົນສອງຊາດພວກເຮົາເທົ່ານັ້ນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສືບຕໍ່ຄວາມໝາຍໝັ້ນຂອງປະຊາຊົນ ຟິລິບປິນ ເພື່ອເສີມຂະຫຍາຍການພົວພັນກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

ດ້ວຍຄວາມນັບຖືຢ່າງສູງ,

                                                                   [ລາຍເຊັນ]

                                                                      ໂຣດຣິໂກ ຣົວ ດູເຕີເຕ້

ສານອວຍພອນວັນຊາດລາວຄົບຮອບ 46 ປີ ຈາກບັນດາການນຳ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ,

 

 

ໃນນາມຂອງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.

 

ສີລັງກາ ແລະ ລາວ ມີສາຍພົວພັນມິດຕະພາບອັນຍາວນານຮ່ວມກັນ ບົນພື້ນຖານຄວາມເຊື່ອຖື ພຸດທະສາສະໜານິກາຍ ເທຣະວະດາ ຕະຫຼອດຫຼາຍສະຕະວັດຜ່ານມາ, ຊຶ່ງໄດ້ເຕີບໃຫຍ່ຂະຫຍາຍຕົວກ້າວໄປສູ່ການພົວພັນທາງດ້ານການເມືອງ ແລະ ເສດຖະກິດ ໃນຫຼາຍທົດສະວັດຜ່ານມາ.

 

ໃນຊ່ວງເວລາທີ່ ທັງສອງປະເທດ ສີລັງກາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍທາງດ້ານເສດຖະກິດ ແລະ ສັງຄົມ ທີ່ບໍ່ເຄີຍມີມາກ່ອນ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ຂ້າພະເຈົ້າ ຂໍຢ້ຳຄືນທີ່ຈະສະໜັບສະໜູນຢ່າງເຕັມທີ່ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ກໍ່ຄືການຮ່ວມມືໃນພາກພື້ນ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດພວກເຮົາ.

 

ດ້ວຍຄວາມນັບຖື, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

 

ໂກຕາບາຢາ ຣາຈາປັກຊາ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ

----------------------------------------------------------------------------------------

 

 

ພະນະທ່ານ ປອ. ພັນຄຳ ວິພາວັນ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ພະນະທ່ານ,

 

 

 

ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເນື່ອງໃນໂອກາດວັນຊາດ ຄົບຮອບ 46 ປີ.

 

 

ສາຍພົວພັນ ລະຫວ່າງ ສີລັງກາ ແລະ ສປປ ລາວ ໄດ້ຮັບການເສີມຂະຫຍາຍບົນພື້ນຖານຄຳສອນ ແລະ ການປະຕິບັດທາງ ພຸດທະສາສະໜານິກາຍ ເທຣະວະດາ ຕະຫຼອດໄລຍະຫຼາຍສະຕະວັດຜ່ານມາ ແລະ ໄດ້ຮັບການພັດທະນາໃນຂົງເຂດຕ່າງໆ. ຂ້າພະເຈົ້າ  ຈະເສີມຂະຫຍາຍ ແລະ ຊຸກຍູ້ ສາຍພົວພັນທາງດ້ານເສດຖະກິດ ແລະ ການຄ້າ ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດພວກເຮົາ ພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໂລກ.

 

 

ດ້ວຍຄວາມນັບຖືຢ່າງສູງ, ຂ້າພະເຈົ້າ ຂໍອວຍພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ.

 

 

ມາຮິນດາ ຣາຈາປັກຊາ, ເອັມ.ພີ.

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ

-----------------------------------------------------------------------------------

 

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີ ກະຊວງການຕ່າງປະເທດ

 

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ພະນະທ່ານ,

 

 

 

ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳອວຍພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.

 

 

ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີເລີດທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນໃນຊຸມປີຕໍ່ໜ້າ ແລະ ຮ່ວມກັນຜ່ານຜ່າບັນດາສິ່ງທ້າທາຍຕ່າງໆ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ.

 

 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ, ຂ້າພະເຈົ້າ ຂໍອວຍພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມສຸກ.

 

 

(ລາຍເຊັນ)

 

 

ສາດສະດາຈານ. ຈີ. ແອວ. ພີຣີດ, ເອັມພີ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ

ສານອວຍພອນວັນຊາດລາວຄົບຮອບ 46 ປີ ຈາກບັນດາການນຳ ແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

 

ເນື່ອງ​ໃນ​ໂອ​ກາດວັນ​ຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ​​, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບຸນ, ມີຄວາມຜາສຸກ ແລະ ປະຊາຊົນ ແຫ່ງ ສປປ ລາວ ຈົ່ງມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

                                                                               

                                                                    ບິດຍາ ເດວີ ບັນດາຣີ

                                                                   ປະທານາທິບໍດີ ເນປານ

 

------------------------------------------------------------------------------------------------------------------------------------

 

 

ພະນະທ່ານ ພັນຄຳ ວິພາວັນ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທີ່ ນະຄອນຫຼວງວຽງຈັນ

 

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມລັດຖະບານ ແລະ ປະຊາຊົນເນປານ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນຈິງໃຈ ມາຍັງ  ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ແຫ່ງ ສປປ ລາວ.

 

 

 

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ກໍຄື ປະຊາຊົນແຫ່ງ ສປປ ລາວ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

 

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີຢູ່ແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ຫນ້າ.​   

 

                                                                                   

 

                                                                             ເຊີ ບາຮາດົວ ດິວບາ

                                                                          ນາຍົກລັດຖະມົນຕີ ເນປານ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486955
ມື້ນີ້191
ມື້ວານ157
ອາທິດນີ້617
ເດືອນນີ້348