ປະທານາທິບໍດີ ສາທາລະນະລັດ ອີຕາລີ
ວັນທີ 02 ທັນວາ 2021
ພະນະທ່ານ ທອງລຸນ ສີສຸລິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍອວຍພອນມາຍັງ ພະນະທ່ານ ແລະ ປະຊາຊົນລາວ ຢ່າງສຸດອົກສຸດໃຈ ໃນນາມ ສາທາລະນະລັດ ອີຕາລີ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ທີ່ເປັນຈິດໜຶ່ງໃຈດຽວ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ໂຣມ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.
ນະຄອນຫລວງວຽງຈັນ, ວັນທີ 10 ທັນວາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 58ປີ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ເຄັນຢາເພື່ອນມິດ.
ນະຄອນຫລວງວຽງຈັນ, ວັນທີ 16 ທັນວາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ນີເຊຄົບຮອບ 63 ປີ ແລະ ວັນແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ນີເຊຄົບຮອບ 15 ປີ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະ ທ່ານ, ລັດຖະບານ ແລະ ປະຊາຊົນ ນີເຊເພື່ອນມິດ.