ພະນະທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ແຊກບີ
ເບລເກຣດ, ວັນທີ 26 ກໍລະກົດ 2018
ພະນະທ່ານ,
ຕາງໜ້າກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ແຊກບີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ໂສກນາດຕະກໍາທີ່ເຮັດໃຫ້ມີຜູ້ຄົນສູນເສຍຊີວິດ ແລະ ຊັບສິນຈຳນວນຫລາຍ ຍ້ອນເກີດຈາກເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍແຕກ ເຮັດໃຫ້ເກີດໄພພິບັດນໍ້າຖ້ວມຢູ່ແຂວງອັດຕະປຶ ພາກໃຕ້ຂອງລາວ.
ປະທານາທິບໍດີ ແຫ່ງສາທາລະນະລັດກຽກກິດສະຖານ
ທີ່ ບິດສເກັກ, ວັນທີ 25 ກໍລະກົດ 2018
ພະນະທ່ານ,
ໃນນາມ ປະຊາຊົນ ແຫ່ງສາທາລະນະລັດກຽກກິດສະຖານ ແລະ ໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ເຫດການໄພພິບັດນໍ້າຖ້ວມ, ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫລວງຫລາຍຕໍ່ເຫດການຄັ້ງນີ້.