ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມຂອງຄະນະນຳ

ຄວາມເປັນມາຂອງ ວັນການທູດລາວ (​ເນື່ອງ​ໃນ​ໂອກາດ ຄົບຮອບ 76 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2021)

ບົດຄວາມ

ຄວາມເປັນມາຂອງ ວັນການທູດລາວ

(​ເນື່ອງ​ໃນ​ໂອກາດ ຄົບຮອບ 76 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2021)

ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

(ພະແນກ ໂຄສະນາ ແລະ ປະຊາສໍາພັນ)

--------------------------------------------------------------------------

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ, ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ​ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນ ຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດການ ວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ, ຕໍ່ສູ້ປົດແອກປົກຄອງຂອງພວກຮຸກຮານຕ່າງຊາດ, ຊຶ່ງ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ເປັນແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.

ອ່ານເພີ່ມເຕີມ... 

ບົດຄວາມ ຊົມເຊີຍວັນສະຖາປະນາ ສປ ຈີນ ຄົບຮອບ 72 ປີ

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ

(01.10.1949 01.10.2021)

 

ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປົດປ່ອຍ ປະຊາຊົນຈີນ ຄົບຮອບ 94 ປີ. ວັນທີ 01 ຕຸລາ 2021 ກໍເປັນອີກເຫດການໜຶ່ງ ທີ່ມີຄວາມຫມາຍຄວາມສຳຄັນ ທາງດ້ານປະຫວັດສາດຂອງ ສປ ຈີນ ເພາະເປັນ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ຄົບຮອບ 72 ປີ (01.10.1949- 01.10.2021).

ເມື່ອຫວນຄືນປະຫວັດສາດ ແຫ່ງການດຳເນີນພາລະກິດປະຕິວັດຊາດ ປະຊາທິປະໄຕ ຂອງ ສປ ຈີນ ໂດຍພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກຄອມມູນິດຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1921, ສົມທົບກັບນໍ້າໃຈເສຍສະຫລະອັນສູງສົ່ງຂອງປະຊາ ຊົນຈີນບັນດາເຜົ່າ, ເຮັດໃຫ້ພາລະກິດປະຕິວັດຊາດປະຊາທິປະໄຕຢູ່ຈີນ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 01 ຕຸລາ 1949 ຢ່າງເປັນທາງການ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ພັກຄອມມູນິດຈີນ ໄດ້ສືບຕໍ່ນຳພາປະຊາຊົນຈີນບັນດາເຜົ່າ ດຳເນີນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ອ່ານເພີ່ມເຕີມ... 

ບົດຄວາມ: ຊົມເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ

 

 

ຊົມເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ

(01/08/1927 -1/8/2021)

                       ໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ,​

(ກະຊວງການຕ່າງປະເທດ)

ການລຸກຮືຂຶ້ນຂອງປະຊາຊົນຜູ້ຮັກຊາດທີ່ເມືອງໜານຊາງ, ແຂວງຈ່ຽງຊີໃນວັນທີ 1 ສິງຫາ ປີ 1927 ເປັນສັນຍາລັກສະແດງໃຫ້ເຫັນວ່າ ກອງທັບປະຊາຊົນແບບໃຫມ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ກາຍມາເປັນກອງທັບປົດປ່ອຍປະຊາຊົນຈີນໃນປະຈຸບັນ. ໃນໄລຍະ 94 ປີຜ່ານມາ, ພາຍໃຕ້ການຊີ້ນຳ - ນໍາພາຂອງພັກກອມມູນິດຈີນ ໂດຍມີ ປະທານ ເໝົາ ເຈີຕົງ ເປັນແກນນໍາ ແລະ ຜູ້ນໍາຈີນຫລາຍຮຸ້ນຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈາກຈໍານວນຄົນໜ້ອຍມາເປັນກອງທັບທີ່ມີຈໍານວນຄົນຫຼາຍສົມຄວນ, ຈາກກອງທັບທີ່ມີອາວຸດຫລ້າຫລັງ ກາຍມາກອງທັບທີ່ມີອາວຸດທັນສະໄໝໃນໂລກ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484567
ມື້ນີ້83
ມື້ວານ188
ອາທິດນີ້1005
ເດືອນນີ້3872