ພັກ-ລັດຖະບານ ໄດ້ກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ, ເຊິ່ງສະແດງໃຫ້ເຫັນເຖິງຜົນ ສຳເລັດ ແລະ ຄວາມຫມາຍຄວາມສຳຄັນຂອງການທູດ ຕໍ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ, ຍັງຫມາຍເຖິງການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງການນຳພັກ-ລັດ ແລະ ນັກການທູດລາວແຕ່ລະຮຸ້ນ, ແຕ່ລະສະໄໝ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດ. ໃນໄລຍະ 76 ປີຜ່ານມາ, ນັກການທູດລາວຫຼາຍຮຸ້ນຫຼາຍສະໄໝໄດ້ຖືກຍອມຮັບ ແລະ ຮັບຮູ້ຢ່າງກວ້າງຂວາງ ຢູ່ໃນເວທີພາກພື້ນ ແລະ ສາກົນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນໜຶ່ງໃນບັນດາການນຳລາວທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ຈຸດພິເສດ ແລະ ເອກະລັກສະເພາະຕົວຂອງ ພວກເພິ່ນເປັນປັດໃຈສໍາຄັນຕັດສິນຜົນສຳເລັດໃນການເຄື່ອນໄຫວການທູດ, ກາຍເປັນມູນເຊື້ອ ແລະ ບົດຮຽນອັນລໍ້າຄ່າ ໃຫ້ແກ່ນັກການທູດຮຸ້ນຫລັງໄດ້ສືບທອດມາຈົນເຖິງປະຈຸບັນ. ໃນບົດຄວາມນີ້ ແບ່ງອອກເປັນສອງພາກ, ໃນພາກທີໜຶ່ງ ແມ່ນຈະຍົກໃຫ້ເຫັນການຊີ້ນຳ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ປະທານ ໄກສອນ ພົມວິຫານ ແລະ ໃນພາກທີສອງ ຈະເວົ້າເຖິງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ປະທານ ສຸພານຸວົງ.
ການເຄື່ອນໄຫວວຽກງານການທູດ ໄດ້ມີບົດບາດສຳຄັນໃນການປະກອບສ່ວນ ໃນການຂົນຂວາຍການຊ່ວຍເຫຼືອ
ຈາກສາກົນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19
ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 76 ປີ (12 ຕຸລາ 1945-2021)
ການຜັນປ່ຽນຂອງສະພາບການຂອງໂລກໃນແຕ່ລະໄລຍະເປັນສິ່ງທີ່ມີຄວາມທ້າທາຍບໍ່ໜ້ອຍສໍາລັບການເຄື່ອນ ໄຫວວຽກຕ່າງປະເທດຂອງ ສປປ ລາວ, ແຕ່ດ້ວຍການຊີ້ນໍາ-ນຳພາ ຢ່າງໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ລັດຖະບານ, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນແນວທາງການຕ່າງປະເທດ“ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”ແລະ ປະຕິບັດຕາມຄໍາຂວັນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14ຄື:‘‘ການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”ໂດຍລົງເລິກ ‘‘ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ເປັນຮູບປະທຳ’’,ຊຶ່ງເຮັດໃຫ້ການເຄື່ອນໄຫວຕ່າງປະເທດຂອງ ສປປ ລາວ ເຮົາໃນຊຸມປີຜ່ານມາ ສາມາດສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນທັງຂອບສອງຝ່າຍ ແລະ ຫລາຍຝ່າຍໃນເວທີພາກພື້ນ ແລະ ສາກົນ, ຊຶ່ງໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.