ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີ ແລະ ງານສະເຫລີມສະຫລອງວັນຊາດອິນເດຍ ຄົບຮອບ 69 ປີ, ໃນລະຫວ່າງວັນທີ 24-27 ມັງກອນ 2018 ທີ່ ນິວເດັນລີ, ສາທາລະນະລັດ ອິນເດຍ.
ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ອູ ຕິນຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ ສາທາລະນະລັດ ສະຫະພາບ ມຽນມາ, ໃນລະຫວ່າງວັນທີ 15-16 ມັງກອນ 2018, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນວັນທີ 10-11 ມັງກອນ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ທີ່ ພະນົມເປັນ, ກຳປູເຈຍ. ພາຍໃຕ້ຫົວຂໍ້ “ແມ່ນ້ຳເແຫ່ງສັນຕີພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ” (Our River of Peace and Sustainable Development).