ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ

ປະທານປະເທດ ແຫ່ງ ສປປ ​ລາວ, ພ້ອມ​ດ້ວຍພັນລະຍາ ແລະ ​ຄະ​ນະ ຈະ​ເດີນ​ທາງ​ຢ້ຽມ​ຢາມລັດຖະກິດ ທີ່ ສ. ສິງກະໂປ

President of Laos

 

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ພະ​ນະ​ທ່ານ ນາງ ຮາລິມາ ຢາໂຄບ, ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສິງກະໂປ, ພະ​ນະ​ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພ້ອມ​ດ້ວຍພັນລະຍາ ແລະ ​ຄະ​ນະ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມລັດຖະກິດ ທີ່ ສາ​ທາ​ລະ​ນະ​ລັດ ສິງກະໂປ ໃນ​ລະ​ຫວ່າງ​ວັນ​ທີ 09-10 ພຶດສະພາ 2018, ເພື່ອ​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດ ລາວ ແລະ ສິງກະໂປ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ອ່ານເພີ່ມເຕີມ... 

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທໍາມະດາ ຈາກ 14 ວັນ ເປັນ 30 ວັນ (ຍົກເວັ້ນວີຊາ)

ແຈ້ງການຂອງກະຊວງການຕ່າງປະເທດ

 

ເລື່ອງ:

ການຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທໍາມະດາ ຈາກ 14 ວັນ ເປັນ 30 ວັນ (ຍົກເວັ້ນວີຊາ).

 

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງຂອງສອງປະເທດ ລາວ-ບຣູໄນ ໃນການໄປມາຫາສູ່, ພັກເຊົາ ແລະ ທ່ອງທ່ຽວ, ລັດຖະບານ ສປປ ລາວ-ບຣູໄນ ໄດ້ຕົກລົງຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທໍາມະດາ (ຍົກເວັ້ນວີຊາ) ຈາກ 14 ວັນ ເປັນ 30 ວັນ, ຊຶ່ງເລີ່ມປະຕິວັດແຕ່ວັນທີ່ 30 ມີນາ 2018 ເປັນຕົ້ນໄປ, ຖ້າພົນລະເມືອງຂອງສອງປະເທດຫາກມີຈຸດປະສົງພັກເຊົາເກີນເວລາທີ່ກໍານົດໄວ້ ແມ່ນຕ້ອງໄດ້ຂໍວີຊາ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32

 

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ລີ ຊຽນ ລຸງ (Lee Hsien Loong), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ໃນລະຫວ່າງວັນທີ 27-28 ເມສາ 2018, ທີ່ ປະເທດ ສິງກະໂປ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສິງກະໂປ ແລະ ຈະດຳເນີນໄປພາຍໃຕ້ຄຳຂວັນ: “ຄວາມເຂັ້ມແຂງ” ແລະ “ທັນສະໄໝ”. ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ບັນດາຜູ້ນໍາປະເທດສະມາຊິກອາຊຽນ ຈະໄດ້ຮ່ວມກັນຕີລາຄາ, ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍ່ຄືວຽກງານການເຊື່ອມໂຍງພາກພື້ນ, ພ້ອມທັງປຶກສາຫາລື ທິດທາງແຜນການຮ່ວມມືກັນໃນອະນາຄົດ ເພື່ອບັນລຸເປົ້າໝາຍຕາມຄຳຂວັນທີ່ວາງໄວ້ໃນຄັ້ງນີ້ ແລະ ເພື່ອຮັບປະກັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ສ້າງພາກພື້ນອາຊຽນ ໃຫ້ເປັນພາກພື້ນທີ່ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ກໍ່ຄື ການສົ່ງເສີມໃຫ້ປະຊາຄົມອາຊຽນ ມີຄວາມເຂັ້ມແຂງ ແລະ ປະຊາຊົນມີຄວາມຜາສຸກ. ນອກຈາກນີ້, ບັນດາຜູ້ນຳອາຊຽນ ຈະໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະພົບປະສອງຝ່າຍກັບ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ສິງກະໂປ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486155
ມື້ນີ້71
ມື້ວານ215
ອາທິດນີ້1191
ເດືອນນີ້5460