ໃນວັນທີ 26 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ ສໍາລັບບູລະນະ ແລະ ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພ ຢູ່ ສປປ ລາວ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ເນື່ອງໃນໂອກາດຄົບຮອບ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/06/1956-15/06/2016) ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຮ່ວມກັບ ກົມອາຊີ 1 ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ໂຮງຮຽນ ການບໍລິຫານ ຣາຊະອານາຈັກ ໄດ້ຈັດປະຖະກະຖາຂຶ້ນ ໃນວັນສຸກ, ທີ 10 ມິຖຸນາ 2016 ໂດຍການເຂົ້າຮ່ວມຂອງຄະນະອໍານວຍການໂຮງຮຽນການບໍລິຫານ ຣາຊະອານາຈັກ, ຄະນະກົມ, ພະນັກງານຈາກກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ແຂກຖືກເຊີນ ພ້ອມດ້ວຍບັນດານັກຄົ້ນຄວ້າ ແລະ ນັກສຶກສາເຂົ້າຮ່ວມ ຈໍານວນ 400 ກວ່າຄົນ.
ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກກຳປູເຈຍ ກ່າວວ່າ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ມິຖຸນາ 1956 ເປັນຕົ້ນມາ ສອງຝ່າຍໄດ້ມີການເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມືກັນໃນທຸກຂົງເຂດ ເຊັ່ນ: ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ເຕັກນິກ, ວັດທະນະທຳ-ສັງຄົມ, ການຄ້າຊາຍແດນ ແລະ ການທະຫານ. ການເຄື່ອນໄຫວຢ້ຽມຢາມເຊິ່ງກັນ ແລະ ກັນ ມາໂດຍຕະຫລອດ ນັບແຕ່ຂັ້ນວິຊາການ ຈົນເຖິງຄະນະຜູ້ແທນຂັ້ນສູງທັງສອງປະເທດ ເຊິ່ງເປັນຂີດໝາຍສຳຄັນໃນການເສີມສ້າງ ແລະ ຍົກລະດັບການພົວພັນຮ່ວມມື ທີ່ມີມູນເຊື້ອຂອງສອງພັກສອງລັດ ກໍຄືປະຊາຊົນສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ການຈັດ ປະຖະກະຖາດັ່ງກ່າວ, ແມ່ນໜຶ່ງໃນກິດຈະກຳ ເພື່ອສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ແນ່ໃສ່ເຜີຍແຜ່ໝາກຜົນແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືສາຍ ພົວພັນການທູດ ຂອງສອງປະເທດ ໃນໄລຍະທີ່ຜ່ານມາຕະຫລອດ 60 ປີ ທີເຕັມໄປດ້ວຍຜົນງານປະກອບສ່ວນໃນການຮັດແໜ້ນການພົວພັນຮ່ວມມືຂອງ ສອງຊາດ. ນອກຈາກນັ້ນ, ການປະຖະກະຖາ ຍັງໄດ້ເລົ່າຄືນການຮ່ວມມື ລະຫວ່າງ ລາວ-ກຳປູເຈຍ ໃນແຕ່ລະໄລຍະ ໂດຍສະເພາະແມ່ນ ພາຍຫລັງ ແລະ ກ່ອນ ທັງສອງປະເທດສ້າງຕັ້ງສາຍພົວພັນການທູດນຳກັນ ເຮັດໃຫ້ການພົວພັນນັບມື້ນັບເຕີບໃຫຍ່ຂະຫຍາຍຕົວໃນທຸກໆຂົງເຂດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຂອງການເປັນເພື່ອນມິດບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອຮັກແພງສາມັກຄີ ຊ່ວຍເຫລື່ອເຊິງກັນ ແລະ ກັນມາແຕ່ບູຮານນະການ.