ໃນວັນທີ 26 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ ສໍາລັບບູລະນະ ແລະ ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພ ຢູ່ ສປປ ລາວ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ໃນວັນທີ 17 ມີນາ 2016, ທ່ານ ຫຸມດາວພອນ ສຸກຂະເສີມ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ເຈົ້າຊີວິດມາເລເຊຍ, ສົມເດັດລາຊາທິບໍດີ ຢັງດີ ເປີຕວນ ອາກອງ, ຕວນກູ ອັບດຸນ ຮາລິມ, ຢູ່ ພະລາດຊະວັງແຫ່ງຊາດ, ທີ່ ນະຄອນຫຼວງກົວລາລຳເປີ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ມາເລເຊຍ.
ທ່ານ ຫຸມດາວພອນ ສຸກຂະເສີມ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ເຖິງສົມເດັດລາຊາທິບໍດີ ແລະ ປະຊາຊົນ ມາເລເຊຍ ແລະ ຄອງຄອຍທີ່ຈະໄດ້ຕ້ອນຮັບການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສົມເດັດລາຊາທິບໍດີ ແລະ ພະມະເຫສີ ໃນເວລາທີ່ເໝາະສົມ ໂດຍສະເພາະແມ່ນໃນໂອກາດທີ່ ລາວ-ມາເລເຊຍ ຈະສະເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການທູດ.
ໃນໂອກາດດັ່ງກ່າວ, ສົມເດັດລາຊາທິບໍດີ ຢັງດີ ເປີຕວນ ອາກອງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ຫຸມດາວພອນ ສຸກຂະເສີມ ທີ່ໄດ້ມາມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ ແລະ ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມກັນນັ້ນ, ພະອົງ ກໍໄດ້ອວຍພອນໃຫ້ ສປປ ລາວ ຈົ່ງປະສົບຜົນສຳເລັດອັນຈົບງາມໃນການເປັນປະທານ ອາຊຽນ ໃນປີ 2016.
ທ່ານ ຫຸມດາວພອນ ສຸກຂະເສີມ ໄດ້ສະແດງຄວາມພາກພູມໃຈ ແລະ ຄວາມຂອບໃຈຢ່າງສູງຕໍ່ ສົມເດັດລາຊາທິບໍດີ ແລະ ພະມະເຫສີ ທີ່ໄດ້ໃຫ້ກຽດ ທ່ານທູດ ແລະ ພັນລະຍາເຂົ້າເຝົ້າ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືຢ່າງມີໝາກຜົນ ລະຫວ່າງສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ມາເລເຊຍ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.